Wednesday, April 23, 2025

ບໍລິສັດ ລາວເວີນ ພ້ອມຈະເລັ່ງຫາລືເພື່ອຊົດເຊີຍໃຫ້ຜູ້ເສຍຫາຍ ເຫດການໄຟໄໝ້ໄອ​ເຕັກ

ບໍລິສັດລາວເວີນ ມະຫາຊົນ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ຈັດພິທີຖະແຫຼງຂ່າວ ກ່ຽວກັບການຈັດງານ ແລະ ເຫດການໄຟໄໝ້ ສູນການຄ້າລາວ-ໄອເຕັກ ຕຶຶກເກົ່າ ໂດຍໄດ້ຊີ້ແຈງກ່ຽວກັບເຫດການທີ່ເກີດຂຶ້ນ ແລະພ້ອມທີ່ຈະຫາລືເພື່ອຊົດເຊີຍຕໍ່ຜູ້ເສຍຫາຍເຫດໄຟໄໝ້ ສູນການຄ້າລາວ-ໄອເຕັກ ຕຶກເກົ່.

ທ່ານ ສີບຸນທຳ ສີບຸນມີ ຜູ້ອຳນວຍການໃຫຍ່ບໍລິສັດລາວເວີນ ມະຫາຊົນ ກ່າວວ່າ: ເຫດການທີ່ເກີດຂຶ້ນຢູ່ສູນວາງສະແດງສິນຄ້າ ລາວ-ໄອເຕັກ ຕຶກເກົ່າ ໃນຕອນເຊົ້າເວລາ 8:35 ມື້ນີ້ ພະນັກງານຂອງສູນການຄ້າພວກເຮົາໄດ້ໄປກວດກາ ແລະ ເປີດໄຟຟ້າ ແລະ ແອ ເພື່ອຮອງຮັບລູກຄ້າ ຫຼື ບັນດາແມ່ຄ້າຊາວຂາຍ ທີ່ຈະເຂົ້າມາໃນເວລາ 9:00 ແຕ່ເວລາທີ່ພວມໄປເປີດໄຟນັ້ນ ປະກົດວ່າເຫັນໄຟລຸກຢູ່ຈຸດຮ້ານຄ້າປະດັບລົດຍົນ ເຊິ່ງພະນັກງານ 5 ຄົນກໍ່ໄດ້ສຸມໃສ່ເອົາບັ້ງດັບເພີງໄປສີດໃສ່ ແຕ່ຍ້ອນມາປະເພດກະປ໋ອງເຄມີ ແລະ ເຄື່ອງຊັກນຳໄຟ ຈຶ່ງເຮັດໃຫ້ບໍ່ສາມາດຄວບຄຸມໄຟໄວ້ໄດ້ ຈາກນັ້ນກໍ່ໂທຂໍຄວາມຊ່ວຍເຫຼືອຈາກເຈົ້າໜ້າທີ່ດັບເພີງນະຄອນ ຫຼວງ ເຊິ່ງເພິ່ນກໍ່ມາ ແລະ ໃຊ້ເວລາດັບ 45 ນາທີ ກໍສາມາດຄວບ ຄຸມໄຟໄວ້ໄດ້.

ຜ່ານການກວດກາເບື້ອງຕົ້ນແມ່ນພວກເຮົາບໍ່ສາມາດສະຫຼຸບໄດ້ເທື່ອວ່າ ເພາະເຈົ້າໜ້າທີ່ກຳລັງເກັບຫຼັກຖານຈາກກ້ອງວົງຈອນປິດ ເພື່ອໄປກວດສອບຕົວຈິງ ແລະ ຈາກການສຳຫຼວດເບື້ອງຕົ້ນ: ມີ 24 ຮ້ານທີ່ໄດ້ຮັບຄວາມເສຍຫາຍຈາກຮ້ານຄ້າຈຳນວນທັງໝົດທີ່ມາຮ່ວມວາງສະແດງໃນງານ Made In Laos ມີ 382 ຮ້ານ ສ່ວນມູນຄ່າຄວາມເສຍຫາຍນັ້ນ ພວກເຮົາແມ່ນມີຄະນະກຳມະ ການຂອງບໍລິສັດ ຈະສົມທົບກັບ ພາກສ່ວນບໍລິສັດປະກັນໄພ ແລະ ເຈົ້າຂອງຮ້ານ ປະເມີນຕົວຈິງ ພວກເຮົາຈະມີການແກ້ໄຂບັນຫານີ້ແມ່ນພວກເຮົາແຕ່ງຕັ້ງຄະນະຮັບຜິດຊອບ ເພື່ອຮວບຮວມຂໍ້ມູນສົມທົບກັບເຈົ້າໜ້າທີ່ເພື່ອເອົາຂໍ້ມູນຄວາມຈິງ ຮ່ວມ ກັນປະເມີນຄວາມເສຍຫາຍຂອງແຕ່ລະພາກສ່ວນ ເລັ່ງສຸມທຶນຮອນເພື່ອຟື້ນຟູອາຄານ ຫຼື ຕຶກ ໃຫ້ໄວເທົ່າທີ່ຈະໄວໄດ້ ເຊິ່ງຕາມແຜນຄາດຄະເນແມ່ນຈະໃຊ້ເວລາ 1 ເດືອນກວ່າ ຄາດວ່າເດືອນກໍລະກົດ ຈະສາມາດເປີດໃຫ້ບໍລິການໄດ້ ແຕ່ຖ້າເປັນໄປໄດ້ແມ່ນຈະເລັ່ງໃຫ້ແລ້ວກ່ອນວັນທີ 1 ມິຖຸນາ.

ສໍາລັບການຊົດເຊີຍພວກເຮົາຈະຮ່ວມປຶກສາຫາລືກັນຕື່ມເນື່ອງຈາກວ່າສູນການຄ້າພວກເຮົາແມ່ນມີປະກັນໄພ ສ່ວນບັນດາສິນຄ້າຂອງຮ້ານຄ້າຕ່າງໆນັ້ນແມ່ນພວກເຮົາຈະບໍ່ທັນອະນຸຍາດໃຫ້ເອົາອອກເທື່ອ ສ່ວນສິນຄ້າທີ່ີຈະໃຫ້ນຳເອົາອອກແມ່ນສິນຄ້າທີ່ີຈະບູດເນົ່າ.

ທີ່​ມາ: ​ໜັງ​ສື​ພິມ​ວຽງ​ຈັນ​ໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.