ກະຊວງສາທາລະນະສຸກ ເປີດເຜີຍໃຫ້ຮູ້ວ່າ ອະໄວຍະວະທີ່ໄດ້ຮັບຜົນກະທົບໂດຍກົງຈາກການດື່ມ ເຄື່ອງດື່ມ ທີ່ມີທາດເຫລົ້າ ແມ່ນສະໝອງ ແລະ ຕັບ, ຊຶ່ງທົ່ວໂລກ ມີຄົນເສຍຊີວິດ ຍ້ອນສາເຫດຂອງການບໍລິໂພກເຄື່ອງ ດື່ມ ທີ່ມີທາດເຫລົ້າປະມານ 3,3 ລ້ານຄົນຕໍ່ປີ, ຢູ່ໃນພາກພື້ນປາຊີຟິກ ຕາເວັນຕົກ ແມ່ນ 767.196 ຄົນຕໍ່ປີ, ໝາຍຄວາມວ່າ ທຸກໆນາທີຈະມີຄົນເສຍຊີວິດ 1 ຄົນ.
ທ່ານ ດຣ. ບຸນເພັງ ພິລາວົງ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ລາຍງານໃນກອງປະຊຸມປຶກສາຫາລື ໃຫ້ຢຸດຕິການໂຄສະນາເຄື່ອງດື່ມທີ່ມີທາດເຫລົ້າທຸກປະເພດ ໃນວັນທີ 8 ພຶດສະພາ 2019 ນີ້ວ່າ:
ຈາກການສຳຫລວດການບໍລິໂພກເຄື່ອງດື່ມ ທີ່ມີທາດເຫລົ້າພົບວ່າ ຄົນລາວ ທີ່ມີອາຍຸ 15 ປີຂຶ້ນໄປ ມີອັດຕາການບໍລິໂພກເຄື່ອງດື່ມທີ່ມີທາດເຫລົ້າສູງ ສະເລ່ຍຜູ້ລະ 15 ລິດຕໍ່ຄົນ/ປີ. ຖ້າສະເລ່ຍໃສ່ແຕ່ລະຫົວຄົນພົບວ່າ ແຕ່ລະປີ ຄົນລາວບໍລິໂພກເຄື່ອງດື່ມທີ່ມີທາດເຫລົ້າ (ເຫລົ້າຂາວ) ຜູ້ລະ 7,3 ລິດ, ຊຶ່ງສູງກວ່າໝູ່ໃນອາຊຽນ.
ການບໍລິໂພກເຄື່ອງດື່ມທີ່ມີທາດເຫລົ້າ ຈະພົວພັນກັບການເກີດພະຍາດຫລາຍກວ່າ 200 ພະຍາດ. ໃນນັ້ນ, ໜັກກວ່າໝູ່ແມ່ນພະຍາດທີ່ພົວພັນກັບສະໝອງ, ຕັບ ແລະ ຫົວໃຈ, ລວມທັງການເກີດອຸບັດຕິເຫດທາງທ້ອງຖະໜົນ.
ກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫລົ້າ ຊຶ່ງໄດ້ຮັບຮອງໃນປີ 2014, ໃນມາດຕາ 30 ກຳນົດວ່າ: ເຄື່ອງດື່ມທີ່ມີທາດເຫລົ້າ ອະນຸຍາດໃຫ້ຈຳໜ່າຍ, ຊື້-ຂາຍ ຍ່ອຍໄດ້ສະເພາະແຕ່ເວລາ 16:00-23:00 ໂມງ (ຍົກເວັ້ນກໍລະນີ ທີ່ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ) ແຕ່ວ່າການປະຕິບັດຕົວຈິງ ຍັງບໍ່ທັນມີຜົນສັກສິດເທົ່າທີ່ຄວນ.
ກົດໝາຍສະບັບນີ້, ບໍ່ໄດ້ມີຄວາມໝາຍວ່າໃຫ້ຢຸດຕິການຜະລິດ, ການຈຳໜ່າຍເຄື່ອງດື່ມທີ່ມີທາດເຫລົ້າ ແຕ່ຈຸດປະສົງແມ່ນເພື່ອຄວບຄຸມໃຫ້ມີການຫລຸດຜ່ອນເຄື່ອງດື່ມເຫລົ່ານີ້ລົງ.
ເຖິງແມ່ນວ່າທາງບໍລິສັດຜູ້ຜະລິດ ແລະ ຜູ້ປະກອບການຕ່າງໆ ໄດ້ປະກອບສ່ວນຢ່າງໃຫຍ່ຫລວງ ເຂົ້າໃນພັນທະຕໍ່ລັດຖະບານ ແລະ ການອຸປະຖຳສັງຄົມຕ່າງໆກໍຕາມ ແຕ່ອີງຕາມການຄົ້ນຄວ້າ ແລະ ວິໄຈ ຂອງອົງການອະນາໄມໂລກແລ້ວ ຄວາມສູນເສຍຂອງ ພັກ-ລັດ ແມ່ນສູງກວ່າການປະກອບສ່ວນຂອງບໍລິສັດ ເພາະ ພັກ ແລະ ລັດຖະບານ ຈະຕ້ອງໄດ້ໃຊ້ງົບປະມານຢ່າງຫລວງຫລາຍ ເພື່ອມາປີ່ນປົວພະຍາດໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບ.
ນອກຈາກນັ້ນ, ຍັງມີຜົນກະທົບຕໍ່ຄອບຄົວ, ຕໍ່ບຸກຄົນ ຍ້ອນການດື່ມເຄື່ອງດື່ມທີ່ມີທາດເຫລົ້າ ເປັນຕົ້ນການເກີດອຸປະຕິເຫດທາງທ້ອງຖະໜົນ. ໃນຂະນະດຽວກັນຜູ້ບໍ່ໄດ້ດື່ມ ກໍໄດ້ຮັບຜົນກະທົບເຊັ່ນກັນ, ເນື່ອງຈາກວ່າຜູ້ດື່ມ ຂັບຂີ່ລົດແລ້ວມາຕຳເອົາກໍເຮັດໃຫ້ເສຍຊີວິດ, ເສຍຊັບສິນ ແລະ ພິການໄປຕະຫລອດຊີວິດ.
ສະນັ້ນ, ພວກເຮົາຕ້ອງພ້ອມກັນຈັດຕັ້ງປະຕິບັດ ກົດໝາຍສະບັບນີ້ຢ່າງເຄັ່ງຄັດ ແລະ ເຂັ້ມງວດ ເພື່ອຫລີກລ້ຽງຄວາມສູນເສຍ ທີ່ມີມູນຄ່າອັນມະຫາສານຈະເກີດຂຶ້ນຕາມມາ.
ທີ່ມາ: ໜັງສືພິມປະເທດລາວ