ບໍລິສັດພີທີທີ(ລາວ)ຈຳກັດ ( PTT LAO) ແລະ ຮ້ານອາຫານຊິກກ້າຄລັບວຽງຈັນ ໄດ້ຈັດພິທີເຊັນບົດບັນທຶກຮ່ວມມືໂຄງການອາ ຫານເບົາທີ່ຮ້ານ ກາເຟອາເມຊອນ ສປປ ລາວ (Light Meal Project at Café Amazon Lao.
ທ່ານ ສຸທົນ ຊູທຽນ ຜູ້ອຳນວຍການພີທີທີ(ລາວ)ຈຳກັດ ໄດ້ກ່າວໃນພິທີລົງນາມສັນຍາດັ່ງກ່າວທີ່ຈັດຂຶ້ນຢູ່ຮ້ານຊິກກ້າຄລັບວຽງ ຈັນວ່າ: ສຳລັບການຮ່ວມມືກັນໃນຄັ້ງນີ້ບໍລິສັດພີທີທີ(ລາວ) ຈຳ ກັດ ທີ່ໃນນາມໄດ້ຮັບລິຂະສິດຂາຍແຟນຊາຍຄ່າເຟອາເມຊອນໃນ ສປປ ລາວ ປັດຈຸບັນມີ 58 ສາຂາໃນທົ່ວປະເທດ ເພື່ອເພີ່ມທາງເລືອກໃຫ້ກັບລູກຄ້າທາງພີທີທີຈຶ່ງໄດ້ຮ່ວມມືກັບຮ້ານອາຫານຊິກກ້າວຽງຈັນໂດຍການນຳເອົາອາຫານເບົາ(Light Meal)ເຂົ້າໄປບໍລິການໃນກາເຟອາເມຊອນ ເຊິ່ງຈະເລີ່ມໃຫ້ບໍລິການໃນຮ້ານກາເຟອາເມຊອນສາຂາວັດຈັນເປັນສາຂາທຳອິດ.
ຄາດວ່າຈະເລີ່ມໃຫ້ບໍລິການໃນເດືອນກັນຍານີ້ ແລະ ມີແຜນຂະຫຍາຍໄປຍັງສາຂາອື່ນໆໃນທ້າຍປີນີ້ ເຊິ່ງໃນໄລຍະ 5 ປີແມ່ນຈະໃຫ້ສາມາດຂະຫຍາຍການບໍລິການອາຫານໃຫ້ໄດ້ໃນ 15 ສາຂາຂອງຄ່າເຟອາເມຊອນ.
ທີ່ມາ: ໜັງສືພິມວຽງຈັນໃໝ່