ລັດ​ຖະ​ບານ​ຕັ້ງ​ເປົ້າ ປີ 2030 ໃຫ້ບັນ­ລຸ​ເປົ້າ​ໝາຍ​ ​ເປັນ​ປະເທດ​ມີ​ລາຍ​ຮັບປານ​ກາງ​ສູງ ແລະ ການ​ພັດທະນາ​ແບບ​ຍືນ​ຍົງ

ວິ­ໄສທັດ​ການ​ພັດ­ທະ­ນາ​ແຕ່​ນີ້​ຮອດ​ປີ 2030 ໄດ້​ກຳ­ນົດ​ແຈ້ງຕ້ອງ​ສືບ­ຕໍ່​ຮັບ­ປະ­ກັນ​ໃຫ້​ປະ­ເທດ​ເຮົາ​ມີ​ສະ­ຖຽນ​ລະ​ພາບ​ທາງດ້ານ​ ການ­ເມືອງ​ທີ່​ໝັ້ນ­ຄົງ ແລະ ມີ​ຄວາມ​ສະ­ຫງົບ​ປອດ​ໄພ ທາງ​ດ້ານ​ສັງ­ຄົມ​ຢ່າງ​ໜັກ​ແໜ້ນ, ມີ​ຂະ ໜາດ​ເສດຖະ­ກິດ ຫລື ​​ລວມຍອດ​ມູນ​ຄ່າຂອງ ​ຜະ­ລິດ​ຕະ​ພັນ​ພາຍ​ໃນ ຫລື ຈີ​ດີ​ພີ (GDP) ຫລາຍ​ກວ່າ​ປີ 2015 ເຖິງ 4 ເທົ່າ​ກວ່າ.

ໃນ​ປີ 2014-2015 ປະ­ມານ 102.320 ຕື້​ກີບ ຫລື 12,8 ຕື້​ໂດ​ລາ​ສະ­ຫະ­ລັດ, ລາຍ​ໄດ້​ສະ­ເລ່ຍ​ຕໍ່​ຫົວ​ຄົນ​ບັນ­ລຸ 15,8 ລ້ານກີບ ຫລື​ປະ­ມານ 1.970 ໂດ​ລາ, ຮອດ​ປີ 2030 ລາຍ​ໄດ້ສະເລ່ຍຕໍ່​ຫົວຄົນບັນ­ ລຸ​ໄດ້ 7.351 ໂດ​ລາ. ການ​ພັດ­ທະນາ​ແບບ​ຍືນ​ຍົງ​ໄດ້​ເຂົ້າ​ສູ່​ລວງ​ເລິກ, ເສດ­ຖະ­ກິດມີ​ການ​ເຕີບ​ໂຕ​ທີ່​​ໝັ້ນ​ທ່ຽງ, ໜັກ​ແໜ້ນ, ຕໍ່​ເນື່ອງ ແລະ ມີ​ຄວາມ​ຍືນ​ຍົງ.

ເມື່ອ​ຮອດ​ປີ 2030 ໃຫ້​ເປັນ​ປະເທດ​ມີ​ລາຍ​ຮັບ ປານ​ກາງ​ສູງ ແລະ ບັນ­ລຸ​ບັນ­ດາ​ເປົ້າ​ໝາຍ​ການ​ພັດທະ ນາ​ແບບ​ຍືນ​ຍົງ ໂດຍ​ພື້ນ­ຖານ, ມີ​ຄວາມ​ສາ­ມາດ​ເປັນ​ເຈົ້າ​ຕົນ​ເອງ ທາງ​ດ້ານການ​ເງິນ​ຢ່າງ​ໜັກ​ແໜ້ນ.

ລະ­ບົບ​ການ​ເງິນ​​-​ເງິນ­ຕາ​ທັນ​ສະໄໝ, ມີ​ປະ­ສິດ­ທິ­ພາບ, ສະ­ດວກ​ຄ່ອງ​ຕົວ ແລະ ເອື້ອ​ອຳ­ນວຍ​ໃຫ້ແກ່ການ​ ບໍ­ລິ­ການ​ດ້ານ​ການ​ເງິນ, ການ​ລົງທຶນ ແລະ ການ​ຜະ​ລິດ​​ທຸ­ລະ​ກິດ. ເສດຖະ­ກິດ​ຕະ­ຫລາດ​ຕາມ​ທິດ​ສັງ­ຄົມ​ນິ­ຍົມ ໄດ້​ຮັບການ​ພັດ­ທະ­ນາຢ່າງເປັນ​ລະ­ບົບ, ບັນ­ດາ​ພາກ­ສ່ວນ​ເສດ­ຖະ­ກິດ​ເປັນ​ກຳ­ລັງ​ແຮງ​ໃຫ້​ແກ່​ເສດ­ຖະ­ກິດ​ແຫ່ງ​ຊາດ ມີ​ຄວາມ​ໜັກ​ແໜ້ນ, ມີ​ລະ­ບົບ​ໂຄງ​ລ່າງ​ພື້ນ­ຖານ​ເສດ­ຖະ­ກິດ​ທີ່​ເຂັ້ມ​ແຂງ.

ສ້າງ​ໄດ້​ໂຄງ​ປະ­ກອບ​ເສດ­ຖະ­ກິດ​ທີ່​ຖື​ເອົາ​ກະ­ສິ­ກຳ​ຕິດ​ແໜ້ນ​ກັບ​ ອຸດ­ສາ­ຫະກຳ ແລະ ການ​ບໍ­ລິ­ການ. ການພັດທະ­ ນາ​ເຂດ​ແຄວ້ນ​ໄດ້​ຮັບ​ການ​ເອົາໃຈ ໃສ່, ເຮັດ​ໃຫ້​ຄວາມ​ແຕກ​ຕ່າງ​ກັນ​ຂອງ​ການ​ພັດ­ທະ­ນາ ຫລຸດ ລົງ​ຢ່າງ​ຈະ­ແຈ້ງ, ສາ­ມາດ​ປົກ​ປັກ​ຮັກ­ສາ​ສິ່ງ­ແວດ­ລ້ອມ ແລະ ນຳ​ໃຊ້​ຊັບ­ພະ ຍາ­ກອນ​ທຳ​ມະ​ຊາດ​ໄດ້​ຢ່າງ​ມີ​ປະ ສິດ​​ທິ​ຜົນ.

ເສດ​​ຖະກິດ ພັດ­ທະ­ນາ​ໄປ​ຕາມ​ທິດ​ເສດ­ຖະ­ກິດ​ພູມ​ປັນ­ຍາ, ຫັນ​ເປັນ​ອຸດ­ສາ­ຫະ­ກຳ ແລະ ທັນ​ສະ­ໄໝຕາມ​ທິດ​ສີ ຂຽວ ແລະ ເປັນ​ມິດ​ຕໍ່ສິ່ງ​ແວດ​ລ້ອມ. ປະ­ຊາ­ຊົນ​ໂດຍ​ສ່ວນ​ໃຫຍ່​ມີ​ຊີ​​ວດ​ການ​ເປັນ​ຢູ່​ທີ່​ດີ ແລະ ມີ​ຄວາມ​ຜາ​ສຸກ, ຄຸນ­ຄ່າ​ມູນ­ເຊື້ອ​ວັດ​ທະ​ນະ​​ທໍາ​ທີ່​ເປັນ ເອ­ກະ­ລັກ​ທີ່​ດີ­ງາມ​ຂອງ​ຊາດ ແລະ ຂອງ​ແຕ່​ລະ​ເຜົ່າ​ໄດ້​ຮັບ​ການ​ປົກ​ປັກ​ຮັກ­ສາ, ເສີມ​ຂະ­ຫຍາຍ ແລະ ພັດ­ທະ­ນາ​ໃຫ້​ອຸ­ດົມ­ສົມ­ບູນ ຮັ່ງ­ມີ​ຍິ່ງ​ຂຶ້ນ.

ການ ​ພັດ­ທະ­ນາ​ຄວາມ​ສົມ​ດຸນ​ລະ­ຫວ່າງ​ການ​ພັດ­ທະ­ນາ​ເສດ­ຖະກິດ ກັບ​ການ​ພັດ­ທະ­ນາ​ວັດ­ທະ­ນະ​ທຳ​​-​ສັງ­ຄົມ ແລະ ການ​ປົກ​ປັກຮັກ ສາ​ສິ່ງ­ແວດ­ລ້ອມ ຕາມ​ທິດ​ເຕີບ​ໂຕ​ສີ­ຂຽວ ແລະ ມີ​ຄວາມ​ຍືນ​ຍົງ.

ລັກສະ­ນະ​ລັດ​ປະ­ຊາ­ທິ­ປະ­ໄຕ​ປະ­ຊາ­ຊົນ ໂດຍ​ປະ­ຊາ­ຊົນ ແລະ ເພື່ອ​ປະ­ຊາ­ຊົນ ສະ­ແດງ​ອອກ​ຢ່າງ​ຈະ­ແຈ້ງ, ລະ­ບົບ​ການ​ປົກ­ຄອງ ໄດ້​ຮັບ​ການ​ບູ­ລະ­ນະ ໄປ​ຕາມ​ທິດ​ເສີມ ສ້າງ​ຄວາມ​ສາມາດ​ຂອງ​ການ​ຄຸ້ມ​ຄອງ​ມະ­ຫາ​ພາກ​ຂອງ​ສູນ​ກາງ ແລະ ຄວາມ​ເປັນເຈົ້າ​ ການ​ຂອງ​ທ້ອງ­ຖິ່ນ​ຮາ​ກ​ຖານ.

ສິດທິ​ຂອງພົນ­ລະ­ເມືອງ ມີ​ການ​ຮັບປະ­ ກັນດ້ວຍ​ການ​ຄຸ້ມ​ຄອງ​ລັດ​ຕາມກົດ ໝາຍ​ທີ່​ສັກ­ສິດ, ປະ­ຊາ­ຊົນ​ບັນ­ດາ ເຜົ່າ​ມີ​ຄວາມ​ສາ­ມັກ­ຄີ​ປອງ​ດອງ​ເປັນ​ປຶກ​ແຜ່ນ, ສັງ­ຄົມ​ມີ​ປະຊາທິປະ­ໄຕ, ມີ​ຄວາມ​ຍຸ­ຕິ​ທຳ ແລະ ສີວິ​ໄລ.

ຊັບ­ພະ­ຍາ­ກອນ​ມະ­ນຸດ ໄດ້​ຮັບ​ການ​ພັດ​ທະນາ​ໃກ້​ຄຽງ​ກັບ​ພາກ​ພື້ນ ແລະ ສາ­ກົນ, ເປັນ​ກຳ­ລັງ​ແຮງການ​ຜະ­ລິດ​ທີ່​ເຂັ້ມ­ແຂງ, ຕອບ​ສະໜອງ​ໄດ້​ຕາມ​ຄວາມ​ຮຽກ­ຮ້ອງຕ້ອງ ການຂອງ​ການ​ພັດ­ທະ­ນາ​ເສດ​​ຖະ​ກິດ​​-​ສັງ­ຄົມ​ແຫ່ງ​ຊາດ​ຫລາຍ​ຂຶ້ນ.

ພ້ອມ​ດຽວ​ກັນ​ນັ້ນ ກໍ່​ໃຫ້​ສາ­ມາດ​ເຊື່ອມ​ໂຍງ ແລະ ເຊື່ອມ​ຈອດ​ຢ່າງ​ກວ້າງ­ຂວາງກັບ​ພາກ​ພື້ນ ແລະ ສາ­ ກົນ ແລະ ຄວາມ​ສາ­ມາດ​ແກ້ງແຍ້ງ ​ແຂ່ງ­ຂັນ​ໃນດ້ານຕ່າງໆກັບ​ພາຍ​ ນອກ​ຫລາຍ​ຂຶ້ນ ເມື່ອ​ຮອດ​ປີ 2030.

ຢາກ​ກ້າວ​ເຖິງ​ຈຸດ​ນັ້ນ​ໄດ້, ພວກ​ເຮົາ​ຕ້ອງ​ສ້າງ​ທ່າ​ກ້າວ​ໃໝ່ ໃນ​ທຸກ​ຂົງ­ເຂດ​ວຽກ​ງານ​ນັບ​ແຕ່​ດຽວ­ນີ້​ໄປ ເພື່ອ​ພ້ອມ​ກັນ​ບຸກທະ­ລຸ​ທັງ​ສີ່​ດ້ານ ໃຫ້­ການ​ພັດ­ທະ­ນາ​ດ້ານ​ຕ່າງໆ​ມີ​ຜົນ­ ສຳ­ເລັດ​ໃໝ່, ດ້ວຍ​ຄຸນ​ນະ​ພາບ​ອັນ​ໃໝ່, ເດັດ­ຂາດ​ຕີ​ຖອຍ​ບັນ­ດາ​ອຸ­ປະ ສັກ, ຈຸດ​ອ່ອນຂໍ້​ບົກ­ພ່ອງໃຫ້​ຕົກ​ໄປ.

ທີ່​ມາ: ສຳ​ນັກ​​ຂ່າວ​ສານ​ປະ​ເທດ​ລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: