Friday, May 1, 2026
Kbank Laos โอน รับ จ่าย
-->

ອົງການອາຫານໂລກ ມອບວຽກງານອາຫານໃນໂຮງຮຽນ 515 ແຫ່ງ ໃຫ້ແກ່ລັດຖະບານລາວຄຸ້ມຄອງ

ອົງການອາຫານໂລກ ມອບວຽກງານອາຫານໃນໂຮງຮຽນ 515 ແຫ່ງ ໃຫ້ແກ່ລັດຖະບານລາວ ຄຸ້ມຄອງ- ບໍລິຫານ ນັບແຕ່ວັນທີ 1 ເດືອນກັນຍາ ເປັນຕົ້ນໄປ ແລະ ຈະສືບຕໍ່ມອບອີກ 950 ແຫ່ງໃນປີ 2021 ຫຼັງຈາກທີ່ໄດ້ໃຫ້ການສະໜັບສະໜູນມາເປັນ 17 ປີ. 

ວັນທີ 15 ພຶດສະພາ 2019ທີ່ຜ່ານມາ, ຄະນະຜູ້ແທນອົງການອາຫານໂລກ ນໍາໂດຍທ່ານ ເດວິດ ເບສເລ ຜູ້ອໍານວຍການໃຫຍ່ອົງການອາຫານໂລກ ປະຈໍາກຸງໂຣມ ປະເທດອິຕາລີ ໄດ້ເດີນທາງໄປແຂວງອຸດົມໄຊ ເພື່ອເຂົ້າຮ່ວມພິທີ ມອບ-ຮັບແຜນງານອາຫານໃນໂຮງຮຽນ ທີ່ໂຮງຮຽນປະຖົມບ້ານບໍ່ ເມືອງໄຊ ໃຫ້ກຽດເຂົ້າຮ່ວມ ມີທ່ານ ຮສ. ປອ ຄໍາຜາຍ ສີສະຫວັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ. ພວງປາຣິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີກະຊວງກະສະກໍາ ແລະ ປ່າໄມ້, ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງອຸດົມໄຊ, ທ່ານ ປອ ມີທອງ ສຸວັນວິໄຊ ຫົວໜ້າກົມການສຶກສາກ່ອນໄວຮຽນ, ມີຕາງໜ້າທຸກພາກສ່ວນທີ່ກ່ຽວຂ້ອງ ຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ, ຂັ້ນບ້ານ, ພໍ່ແມ່ປະຊາຊົນ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ. 
ນັບແຕ່ປີ 2002 ອົງການອາຫານໂລກ ໄດ້ໃຫ້ການຊ່ວຍເຫຼືອລ້າ ເຂົ້າສານຈ້າວ, ເກືອແອໂອດິນ, ນໍ້າຕານ, ປາກະປອງ, ນໍ້າມັນພືດ ແລະ ແກ່ນໜາກຖົ່ວແຫ້ງຫຼາຍລ້ານໂຕນ ໃຫ້ນັກຮຽນຊັ້ນອະນຸບານ, ກຽມປະຖົມ ແລະ ປະຖົມສຶກສາ 140.000 ຄົນ ໃນແຕ່ລະສົກຮຽນ ຢູ່ 33 ເມືອງ ໃນ 8 ແຂວງ ຂອງ ສປປ ລາວ ຄື: ແຂວງ ຜົ້ງສາລີ, ອຸດົມໄຊ, ຫຼວງນໍ້າທາ, ຫຼວງພະບາງ, ຄໍາມ່ວນ, ສາລະວັນ, ເຊກອງ ແລະ ອັດຕະປື. ນອກນັ້ນ ຍັງສະໜອງເງິນສົດ 800 ກີບ/ນັກຮຽນ/ຄາບ ໃນ 4 ເມືອງຂອງແຂວງຫຼວງນໍ້າທາ ແລະ ອຸດົມໄຊ. 

ເພື່ອຄວາມຍືນຍົງ; ອົງການອາຫານໂລກ ຍັງສົ່ງເສີມການຜະຜິດກະສິກໍາໃນໂຮງຮຽນ ແລະ ຊຸມຊົນເປົ້າໝາຍ ດ້ວຍການສະໜອງແນວພັນພືດຜັກ ແລະ ອຸປະກອນໃຫ້ໂຮງຮຽນ ແລະ ເຮືອນຮົ່ມ ເພື່ອໃຫ້ນັກຮຽນມີອາຫານທ່ຽງພຽງພໍ ແລະ ຫຼາກຫຼາຍ ໂດຍເນັ້ນການສົ່ງເສີມຄວາມສະເໝີພາບຍິງ-ຊາຍ. 

ສໍາລັບຢູ່ແຂວງອຸດົມໄຊ; ວຽກງານສະໜອງອາຫານໃນໂຮງຮຽນ ກໍ່ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2002 ຮ່ວມກັບຄືບັນດາ 8 ແຂວງພາຍໃນປະເທດ ດ້ວຍການສະໜອງອາຫານວ່າງ ແຕ່ມາຮອດສົກຮຽນ 2013 ຫາ 2014 ເປັນຕົ້ນມາແມ່ນ ໄດ້ປັບປ່ຽນມາເປັນອາຫານທ່ຽງໃນໂຮງຮຽນ ໂດຍທົດລອງເຮັດຢູ່ 5 ໂຮງຮຽນ ຢູ່ເມືອງຫຼາ ພ້ອມກັນນັ້ນກໍ່ໄດ້ຂະຫຍາຍໄປທຸກເມືອງ ໃນໂຮງຮຽນປະຖົມ ແລະ ເດັກກ່ອນໄວຮຽນ. 

ທ່ານຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໃນນາມຄະນະຮັບຜິດຊອບວຽກງານອາຫານໃນໂຮງຮຽນ ກ່າວວ່າ: ລັດຖະບານໄດ້ຖືສໍາຄັນຕໍ່ວຽກງານອາຫານໃນໂຮງຮຽນ ເພື່ອປັບປຸງ ແລະ ແກ້ໄຂດ້ານຕົວຊີ້ວັດການສຶກສາໃຫ້ດີຂຶ້ນ ເປັນຕົ້ນແມ່ນ ອັດຕາການເຂົ້າຮຽນສຸດທິ, ອັດຕາເຂົ້າຮຽນລວມ, ອັດຕາລອດເຫຼືອ, ອັດຕາເລື່ອນຂັ້ນ ແລະ ເລື່ອນຊັ້ນເພີ່ມຂຶ້ນ ແລະ ຫຼຸດອັດຕາການປະລະ ແລະ ຄ້າງຫ້ອງ. ນອກນັ້ນຍັງເປັນວິທີໜຶ່ງທີ່ສາມາດປ່ຽນແປງພຶດຕິກຳການກິນຢູ່ຂອງເດັກ ໃຫ້ຖືກຕາມຫຼັກໂພຊະນາການ, ສຸຂະພິບານ ແລະ ສຸຂະນາໄມ ເທື່ອລະກ້າວ. 

ທ່ານຮອງລັດຖະມົນຕີຍັງກ່າວອີກວ່າ : ອີງຕາມແຜນຍຸດທະສາດ ຂອງອົງການອາຫານໂລກ ແຕ່ປີ 2017 ຫາ 2021 ແມ່ນໄລຍະມອບໂອນວຽກງານສະໜອງອາຫານໃນໂຮງຮຽນ ໃຫ້ລັດຖະບານລາວເປັນຜູ້ຄຸ້ມຄອງ-ບໍລິຫານ ລວມເຖິງດ້ານງົບປະມານ ໂດຍໃນປີ 2019ນີ້ ມອບໃຫ້ຄຸ້ມຄອງ-ບໍລິຫານ 515 ແຫ່ງ ແລະ ໃນປີ 2021 ແມ່ນຈະສືບຕໍ່ມອບອີກ 950 ແຫ່ງ. ຫຼັງຈາກນັ້ນ ກໍ່ຈະສືບຕໍ່ສ້າງຂີດຄວາມສາມາດໃຫ້ແກ່ພະນັກງານຂອງລັດໃນການຄຸ້ມຄອງ-ບໍລິຫານ ເພື່ອຮັບປະກັນທາງດ້ານຄຸນນະພາບຂອງການສົ່ງເສີມອາຫານທ່ຽງໃນໂຮງຮຽນ. 

ຜູ້ອໍານວຍການໃຫຍ່ອົງການອາຫານໂລກ ກ່າວວ່າ: ເພື່ອເປັນການດັດປັບໃຫ້ແທດເໝາະກັບສະພາບຄວາມເປັນຈິງ ກັບສະພາບຄວາມເປັນຈິງ; ອົງການອາຫານໂລກ ຈະຫັນປ່ຽນຈາກການໃຫ້ນະໂຍບາຍສົ່ງເສີມອາຫານທ່ຽງໃນໂຮງຮຽນ ມາເປັນການຊ່ວຍເຫຼືອໃນການສ້າງຂີດຄວາມສາມາດໃຫ້ແກ່ບຸກຄະລາກອນ ແລະ ຊຸມຊົນແທນ ໂດຍຈະມອບຮັບວຽກງານດັ່ງກ່າວ ໃຫ້ລັດຖະບານລາວຄຸ້ມຄອງ-ບໍລິຫານເອງໃນປີ 2021. 

ນັບແຕ່ເດືອນກັນຍາ 2019ນີ້; ລັດຖະບານ ສປປ ລາວ ກໍ່ຄືກະຊວງສຶກສາທິການ ແລະ ກິລາ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ຈະໃຊ້ງົບປະມານ 5 ຕື້ກວ່າກີບ ເພື່ອສືບຕໍ່ຊື້ອາຫານສົດ ແລະ ເຄື່ອງປຸງແຕ່ງ ໃຫ້ແກ່ໂຮງຮຽນ 827 ແຫ່ງ ກໍ່ຄື ໃຫ້ງົບປະມານ 800ກີບ /ນັກຮຽນ/ຄາບ. ພ້ອມທັງຈະສະເໝີເອົາວຽກງານອາຫານທ່ຽງໃນໂຮງຮຽນ ເຂົ້າໃນແຜນພັດທະນາການສຶກສາແຫ່ງຊາດ ຄັ້ງທີ 9 . 

ແນວໃດກໍ່ຕາມ ຜົນການວິໄຈເມື່ອປີ 2018 ໃຫ້ຮູ້ວ່າການລົງທຶນໃສ່ວຽກງານອາຫານທ່ຽງໃນໂຮງຮຽນ 1 ໂດລາສະຫະລັດ ຈະໄດ້ຮັບຜົນກໍາໄລເຖິງ 6 ໂດລາສະຫະລັດ ແລະ ໃນໄລຍະ 10 ປີຜ່ານມາ ເຫັນວ່າວຽກງານອາການທ່ຽງໃນໂຮງຮຽນ ໄດ້ເພີ່ມອັດຕາການເຂົ້າຮຽນ ເຖິງ 10 ສ່ວນຮ້ອຍ.

ສູນໂຄສະນາຂ່າວສານ ການສຶກສາ ແລະ ກິລາ
InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ຊີພີ ອໍລ໌ ລາວ ຈັດກິດຈະກໍາຍົກລະດັບ  ຄຸນນະພາບສິນຄ້າ ແລະ ພັດທະນາຜູ້ປະກອບການທ້ອງຖິ່ນ

ພິທີເປີດກອງປະ​ຊຸມເຜີຍ​ແຜ່​ການຍົກລະດັບຄຸນນະພາບສິນຄ້າຂອງ ສປປ ລາວ ເພື່ອພັດທະນາຜູ້ປະກອບການ ແລະ ຄູ່ຮ່ວມທຸລະກິດ ໃນການເຂົ້າເຖິງຕະຫຼາດຈຳໜ່າຍສິນຄ້າຂອງຮ້ານ 7-ELEVEN Laos ຄັ້ງທີ 1 ປີ 2026 ເຊີ່ງມີຜູ້ປະກອບການ ແລະ ຄູ່ຄ້າໃຫ້ຄວາມສົນໃຈເຂົ້າຮ່ວມເປັນຈໍານວນຫຼາຍ

“ພຣະສ່ຽງທວາຍ” ທີ່ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ

ພຣະສ່ຽງທວາຍ ທີ່ປະດິດສະຖານຢູ່ທີ່ ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ ເປັນພຣະເກົ່າແກ່ອີກອົງຫນຶ່ງ ທີ່ຜູ້ຄົນທັງຫລາຍໄດ້ສຳຜັດ ແລະຍົກຍໍຂຶ້ນເປັນປະຈຳ ພຣະອົງນີ້ເປັນເນື້ອທອງສຳຣິດ ສີອອກທອງນາກ ເປັນພຣະປັດເຈກພຣະພຸດທະເຈົ້າ ປະດິດສະຖານຢູ່ຫໍພຣະໄສຍາດຂອງວັດຊຽງທອງ ເມື່ອກ່ອນແມ່ນເອົາໄວ້ຫໍແຫ່ງນີ້ເປັນປະຈຳ ເມື່ອຫລາຍປີຜ່ານມາທາງວັດແມ່ນໄດ້ຂຶ້ນເກັບຮັກສາໄວ້ ແຕ່ຈະອາຣາດທະນາລົງມາໃຫ້ພຸດທະບໍຣິສັດທັງຫລາຍໄດ້ຍົກຍໍ ສ່ຽງທວາຍ ໃນຍາມທີ່ມີພິທີອາຣາດທະນາພຣະເຈົ້າໝ່ານລົງຫົດສົງພ້ອມ

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.