ເຈົ້າເມືອງຫີນເຫີບ ຊີ້ແຈງກ່ຽວກັບການປູກກ້ວຍແລ້ວ!

ກະແສຂ່າວກ່ຽວກັບການປູກກ້ວຍຢູ່ບັນດາແຂວງ ແລະນະຄອນຫຼວງວຽງຈັນ ຍັງຄົງມີຂຶ້ນຢ່າງຕໍ່ເນື່ອງ ຊຶ່ງຫຼ້າສຸດແມ່ນເກີດຂຶ້ນທີ່ເມືອງຫີນເຫີບ ແຂວງວຽງຈັນ ອັນ ໄດ້ສ້າງຄວາມກັງວົນເປັນຢ່າງຍີ່ງໃຫ້ກັບພໍ່ແມ່ປະຊາຊົນ ກ່ຽວກັບບັນຫາສີ່ງແວດລ້ອມ ເນື່ອງຈາກເປັນຈຸດໃກ້ສາຍນ້ຳ ແລະຊຸມຊົນທັງນີ້ທ່ານເຈົ້າເມືອງຊີ້ແຈງວ່າ ເປັນໂຄງ ການທີ່ນັກທຸລະກິດເຂົ້າໄປເຊົ່າດິນນຳປະຊາຊົນ ເວລານີ້ໄດ້ເຮັດບົດບັນທຶກ ແລະໃຫ້ເຈົ້າຂອງໂຈະການປູກໄວ້ເພື່ອດຳເນີນເອກະສານການລົງທຶນໃຫ້ຖືກຕ້ອງຕາມລະບຽບກົດໝາຍ.

ເວົ້າເລື່ອງສວນກ້ວຍດັ່ງທີ່ທີມຂ່າວໄດ້ນຳສະເໜີໄປກ່ອນໜ້ານີ້ໃນຊຸມປີຜ່ານມາຢູ່ຫຼາຍແຂວງທາງພາກເໜືອ ແມ່ນມີການໂຈະໂຄງການໃໝ່ໝົດແລ້ວອັນມີຜົນມາຈາກບັນຫາສິ່ງແວດລ້ອມ ຍ້ອນໃຊ້ຢາບຳລຸງຮັກສາ ແລະຢາປາບ ສັດຕູພືດຈຳນວນຫຼາຍເກີນໄປ ສົ່ງຜົນໃຫ້ ຄຸນນະພາບຂອງດິນເສື່ອມເສຍຖ້າປ່ອຍ ລົງສູ່ແຫຼ່ງນ້ຳກໍເຮັດໃຫ້ປາຕາຍ ແລະ ສັດສາວາສີ່ງຕ່າງໆລວມທັງຄົນທີ່ໃຊ້ແຫຼ່ງນ້ຳທະມະຊາດໃນການດຳລົງຊີວິດກໍໄດ້ຮັບຄວາມເດືອດຮ້ອນເຖິງສຸຂະພາບ ແລະຊີວິດເຊັ່ນດຽວກັນ.

ແນວໃດກໍດີຕໍ່ກັບກະແສການບຸກເບີກດິນປູກກ້ວຍຂອງເອກະຊົນຢູ່ເມືອງຫີນເຫີບ ແຂວງວຽງຈັນ ທ່ານ ອຸດົງ ວົງສະຫວາດ ເຈົ້າເມືອງໆຫີນເຫີບເປີດເຜີຍ ຕໍ່ທີມຂ່າວໜັງສືພິມເສດຖະກິດ-ສັງຄົມ ຮູ້ວ່າ: ຂ່າວດັ່ງກ່າວແມ່ນມີຄວາມ ຈິງ ຊຶ່ງໂຄງການດັ່ງກ່າວແມ່ນນອນຢູ່ ໃນບ້ານນາຊັດ, ຫີນເຫີບ, ນາຕາຍ ແລະ ບ້ານຄອນພຸກຊຶ່ງເອກະຊົນໄດ້ໄປເຊົ່າດິນເຄີຍເຮັດໄຮ່ທີ່ເປັນພູນ້ອຍນຳປະຊາຊົນຜູ້ເປັນເຈົ້າຂອງກຳມະສິດມາແຕ່ປ້າຍ 2018 ຜ່ານມາລວມເນື້ອທີ່ບຸກເບີກທັງ ໝົດ 500 ກວ່າເຮັກຕາ.

ທ່ານເຈົ້າເມືອງກ່າວຕື່ມວ່າ: ມາຮອດເວລານີ້ໂຄງການແມ່ນໄດ້ມີການປູກໄປແນ່ແລ້ວຈຳນວນໜຶ່ງຊຶ່ງຜ່ານການຮຽກຮ້ອງຂອງພໍ່ແມ່ປະຊາຊົນໃກ້ຄຽງ ແລະ ຈຸດດັ່ງກ່າວກໍເປັນເຂດໃກ້ຊຸມຊົນ 3 ກິໂລ ແລະຕິດກັບສາຍນ້ຳຊອງ ແລະນ້ຳຫຼີກ ໃນຜ່ານມາພະນັກງານທີ່ກ່ຽວຂ້ອງຂອງເມືອງກໍໄດ້ລົງຕິດຕາມ ແລະໄດ້ເຮັດບົດບັນທຶກກັບບໍລິສັດໃຫ້ຢຸດຕິການປູກກ້ວຍໄວ້ກ່ອນພ້ອມແນະນຳໃຫ້ປະກອບການເຮັດເອກະສານທີ່ກຳລັງດຳເນີນໃຫ້ສຳເລັດຖືກຕ້ອງເສຍກ່ອນໂດຍສະ ເພາະບົດວິພາກເສດຖະກິດ, ບົດສິ່ງແວດລ້ອມຫາຄະນະກຳມະການລົງທຶນຂັ້ນເມືອງ ແລະແຂວງຖ້າສິ່ງແວດລ້ອມບໍ່ຜ່ານກໍຈະ ບໍ່ອະນຸຍາດໃຫ້ດຳເນີນການຕໍ່ເດັດຂາດ.

ຢ່າງໃດກໍຕາມເຖິງແມ່ນວ່າຈະຍັງບໍ່ມີເປີດເຜີຍເຖິງລະອຽດກ່ຽວກັບມາດຕະການລົງໂທດຕໍ່ຜູ້ເປັນເຈົ້າຂອງສວນຫາກມີການລະເມີດບົດບັນທຶນດ້ວຍການ ສືບຕໍ່ປູກຢູ່ກໍຕາມ ແຕ່ທັງນີ້ເມືອງກໍມີ ການຈັດພະນັກງານລົງຕິດຕາມກວດ ກາຄືນບັນດາພື້ນທີ່ທີ່ມີການປູກໄປແລ້ວຂະນະທີ່ທາງເມືອງຍັງຂາດອຸປະກອນ ທີ່ທັນສະໄໝ ໃນການວັດແທກຄ່າຂອງ ຢາທີ່ເຈົ້າຂອງນຳໃຊ້ໃນການບຳລຸງ ແລະ ປາດສັດຕູພືດ ທ່ານ ອຸດົງ ວົງສະຫວາດກ່າວ.

ແນວໃດກໍດີຈາກຜົນຮ້າຍຢູ່ບັນດາແຂວງພາກເໜືອ ແລະຢູ່ເມືອງສັງທອງ ນະຄອນຫຼວງວຽງຈັນ ໃນຜ່ານມາຫາງສຽງປະຊາຊົນແມ່ນແມ່ນມີຄວາມກັງວົນ ແລະຢ້ານກົວເປັນຢ່າງຍິ່ງກ່ຽວກັບສານ ເຄມີໃນສວນກ້ວຍ ພ້ອມຮຽກຮ້ອງໃຫ້ລັດ ຖະບານ ໂດຍສະເພາະແຂວງທີ່ກ່ຽວ ຂ້ອງ ຈົ່ງໄດ້ມີການພິຈາລະນາຄົ້ນຄວ້າ ໂຄງການໃຫ້ລະອຽດຖີ່ນຖ້ວນຄັກແນ່ກ່ອນອະນຸຍາດເພາະຜ່ານມາມີຫຼາຍໆໂຄງການຂຽນເອກະສານສະເໜີເລື່ອງ ແວດລ້ອມຄັກແນ່ຈົບງາມແຕ່ໃນພາກປະ ຕິບັດຕົວຈ່ິງພັດເປັນໄປໃນທາງທີ່ ກົງກັນຂ້າມ ໂດຍຜູ້ໄດ້ຮັບຜົນກະທົບໂດຍ ກົງແມ່ນພໍ່ແມ່ປະຊາຊົນ ຖ້າຫາກການບໍລິຫານຈັດການບັນຫາສິ່ງແວດລ້ອມບໍ່ຮອບຄອບອາດສົ່ງຜົນຕໍ່ສຸຂະພາບ ແລະຊີວິດຂອງຄົນລວມເຖິງສັດໃນຊຸມຊົນຢ່າງຮ້າຍແຮງໄດ້.

ພາບ ແລະ ຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...