ຂໍຂອບໃຈນຳຜູ້ສະໜັບສະໜູນ

ໃນຕອນບ່າຍຂອງວັນທີ 17 ພຶດສະພາ 2019 ທີ່ ສໍານັກງານ ສູນກາງແນວລາວສ້າງຊາດ ຄະນະສະຖາບັນໂພທິຄະຍາວິຊາໄລ ຈາກປະເທດໄທ ນຳໂດຍ ທ່ານ ສຸບພະໄຊ ວິຣະພຸຊົງ ເລຂາທິການສະຖາບັນໂພທິຄະຍາວິຊາໄລ, ທ່ານ ຊັດ ຊົນລະວອນ ປະທານສະຖາບັນໂພທິຄະຍາວິຊາໄລ, ທ່ານ ວິໄນ ວີຣະພຸຊົງ ປະທານມູນລະນິທິວີຣະພຸຊົງ ພ້ອມດ້ວຍຄະນະ​ ໄດ້ເດີນທາງເຂົ້າພົບ ທ່ານ ປອ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ

ໃນໂອກາດທີ່ເດີນທາງມາຮ່ວມງານສະເຫຼີມສະຫຼອງວັນວິສາຂະບູຊາ ຢູ່ນະຄອນຫຼວງວຽງຈັນ ທີ່​ຈັດຂື້ນເປັນປີທຳອິດ​ ​ພ້ອມດຽວກັນນັ້ນ​ ທາງສະຖາບັນໂພທິຄະຍາວິຊາໄລ ໄດ້ມອບເງິນອຸປະຖຳງານຄັ້ງນີ້ ເປັນຈຳນວນເງິນ 275.000.000 ກີບ ເພື່ອປະກອບສ່ວນເຂົ້າໃນການຈັດງານສະເຫຼີມສະຫຼອງວັນວິສາຂະບູຊາ ປະຈຳປີ 2019​ ແລະ​ ໄດ້ປຶກສາ​ຫາລື​ກ່ຽວກັບໂຄງການທຳມະຍາດຕາ​ 5 ແຜ່ນດິນ ທີ່ຈະຈັດຂື້ນໃນລະຫວ່າງວັນທີ 14-30 ຕຸລາ​ 2019 ນີ້​ ເພື່ອ​ສ້າງຄວາມເຂັ້ມແຂງ ແລະ​ ຄວາມສາມັກຄີລະຫວ່າງຊາວພຸດທັງ 5 ປະເທດ​

ທ່ານ ປອ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ ກ່າວວ່າ: ສໍາລັບຈຸດປະສົງຂອງການຈັດງານຄັ້ງນີ້ກໍເພື່ອລະນຶກເຖິງວັນສຳຄັນທາງພຸດທະສາສະໜາ ກໍຄື: ວັນປະສູ, ວັນຕັດສະຮູ້ ແລະ ວັນປະລິນິບພານ ຂອງພຣະພຸດທະເຈົ້າ ເຊິ່ງປີນີ້ເປັນປີທໍາອິດທີ່ປະເທດລາວໄດ້ຈັດງານຍິ່ງໃຫ່ຍແບບນີ້ ເພາະທຸກໆປີແມ່ນຈະຈັດທຳມະດາ ຕາມແຕ່ລະແຂວງທົ່ວປະເທດ. ງານຄັ້ງນີ້ແມ່ນໄດ້ການຮ່ວມມືຈາກຫຼາຍໆພາກສ່ວນ ເຊັ່ນ: ສູນກາງແນວລາວສ້າງຊາດ, ອົງການພຸດທະສາສະໜາສຳພັນລາວ ແລະ ສະຖາບັນໂພທິຄະຍາວິຊາໄລຈາກປະເທດໄທ.​

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ທ່ານ ປອ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ ກ່າວຕື່ມອີກວ່າ: ຂ້າພະເຈົ້າພ້ອມດ້ວຍຄະນະ ຂໍສະແດງຄວາມຂອບໃຈມາແກ່ທາງສະຖາບັນໂພທິຄະຍາວິຊາໄລ ແລະ ພີ່ນ້ອງຊາວໄທ ທີ່ເດີນທາງມາຮ່ວມງານ ພ້ອມປະກອບສ່ວນເປັນປັດໃຈໃຫ້ແກ່ງານຄັ້ງນີ້.​

Hits: 1

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້