Friday, July 11, 2025
Kbank Laos โอน รับ จ่าย

ລັດຖະບານ ສົ່ງເສີມທຸກພາກສ່ວນປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງໃຫ້ມີຜົນສຳເລັດສູງ!

ທີ່ນະຄອນຫລວງວຽງຈັນ, ກະຊວງການຕ່າງປະເທດ ຮ່ວມກັບ ກົມເສດຖະກິດ-ສັງຄົມ ຂອງອົງການ ສປຊ (UN-DESA), ໄດ້ຈັດກອງປະຊຸມ ຝຶກອົບຮົມຍົກລະດັບໃຫ້ແກ່ກອງເລຂາ ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ(ປພຍ) ແລະ ຄະນະຈຸດປະສານງານ ປພຍ ແຫ່ງຊາດ ເພື່ອສົ່ງເສີມໃຫ້ທຸກພາກສ່ວນໃນສັງຄົມ ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຢູ່ ສປປ ລາວ ໃຫ້ມີຜົນສຳເລັດສູງ. 

ການອົບຮົມຄັ້ງນີ້ ຍັງເປັນການສົ່ງເສີມການປະສານງານ ເພື່ອການຈັດຕັ້ງປະຕິບັດວາລະປີ 2030 ຢູ່ ສປປ ລາວ ໂດຍສະເພາະແມ່ນເພື່ອຍົກລະດັບ ບັນດາວິຊາການຂອງກອງເລຂາ ປພຍ ກ່ຽວກັບການສ້າງແຜນງານ, ນະໂຍ ບາຍ ແລະ ກິດຈະກໍາຕ່າງໆ ເພື່ອປັບປຸງການປະສານງານ ກັບບັນດາຈຸດປະສານງານ ປພຍ ຂອງແຕ່ລະຂະແໜງການ ໃຫ້ມີປະສິດຕິພາບ.

ພ້ອມກັນນັ້ນ, ການຝຶກອົບຮົມແມ່ນແນໃສ່ສ້າງຄວາມອາດສາມາດຂອງບັນດາຈຸດປະສານງານ ປພຍ ຂອງແຕ່ ລະກະຊວງ ກ່ຽວກັບການຈັດ ຕັ້ງປະຕິບັດ ປພຍ ໂດຍສົ່ງເສີມການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ ເພື່ອສາມາດບັນລຸໄດ້ແນວທາງການພັດ ທະນາທີ່ຍືນຍົງ ແລະ ການບໍ່ປະປ່ອຍຜູ້ໃດໄວ້ທາງຫລັງ.

ທີ່ມາ: ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.