ພາກລັດ ເປິກສາຫາລືການຄຸ້ມຄອງອະສັງຫາລິມະຊັບ ໃນ ສປປ.ລາວ

ເມື່ອທ້າຍອາທິດຜ່ານມານີ້, ສະພາແຫ່ງຊາດ ແລະ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມປືກສາຫາກ່ຽວກັບຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ), ພາຍຫລັງຮ່າງກົດໝາຍດັ່ງກ່າວໄດ້ມີການກໍານົດເປັນມາດຕາທີ່ພົວພັນກັບວຽກງານຄຸ້ມຄອງອະສັງຫາລິມະຊັບ ແລະ ຄອນໂດມີນຽມ, ເຊິ່ງເປັນມາດຕາໃໝ່ຂອງກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງ.

ກອງປະຊຸມໄດ້ຄົ້ນຄວ້າລົງເລິກຕໍ່ບັນດາເນື້ອໃນທີ່ໄດ້ກໍານົດກ່ຽວກັບທາງດ້ານນະໂຍບາຍ, ການສົ່ງເສີມ ແລະ ພັດທະນາວຽກງານດັ່ງກ່າວ​ ເພື່ອໃຫ້ມີເນື້ອໃນຮັດກຸ່ມ, ສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດ, ທັງສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ພ້ອມທັງເປັນການຍົກລະດັບການຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍໃຫ້ເຂັ້ມແຂງ.

ໃນກອງປະຊຸມເທື່ອນີ້, ໄດ້ສະເໜີບົດຮຽນຂອງ ສສ.ຫວຽດນາມ ກ່ຽວກັບການຄຸ້ມຄອງວຽກງານອະສັງຫາລິມະຊັບ ແລະ ຄອນໂດມີນຽມ ຈາກຜູ້ຕາງໜ້າກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຫວຽດນາມ ແລະ ຜູ້ອໍານວຍການບໍລິສັດ ເຄເອັນ ກຣຸບ ວຽງຈັນ ຈໍາກັດ (KN Group Vientiane Co.Ltd) ແລະ ບໍລິສັດ ຮາໂດອິນເຕີເນຊັນແນລ ອິນເວສເມັນ ຈໍາກັດ (Ha Do Internationalinvestment Co.Ltd) ກ່ຽວກັບສະພາບການດໍາເນີນທຸລະກິດອະສັງຫາລິມະຊັບຢູ່ລາວ ແລະ ຜົນຂອງການປືກສາຫາລືນີ້ຈະມີສ່ວນສໍາຄັນຕໍ່ເນື້ອໃນຂອງຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ໃຫ້ມີຄວາມຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ, ຫລັງຈາກກົດໝາຍດັ່ງກ່າວຈະຖືກຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ VIII ທີ່ຈະຈັດຂຶ້ນໃນເດືອນມິຖຸນາທີ່ຈະມາເຖິງນີ້.

ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ: ນັບແຕ່ ສະຖາປະນາເປັນ ສປປ ລາວ ພັກ-ລັດຖະບານເຮົາ ໄດ້ມີທັດສະນະຖືກຕ້ອງ ແລະ ເຫັນໄດ້ຄວາມສໍາຄັນກ່ຽວກັບບັນຫາທີ່ດິນແຕ່ຫົວທີ ຈຶ່ງໄດ້ວາງນະໂຍບາຍ, ລະບຽບກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍຕ່າງໆ ເພື່ອໃຫ້ປະຊາຊົນບັນດາເຜົ່າມີຄວາມຕື່ນຕົວເປັນເຈົ້າການຕໍ່ທີ່ດິນ, ປົກປັກຮັກສາ, ນໍາໃຊ້ ແລະ ມີການພັດທະນາທີ່ດິນຫລາຍຂຶ້ນ ເຊັ່ນ: ການຜະລິດກະສິກໍາ, ອຸດສາຫະກໍາ ແລະ ປຸກສ້າງທີ່ຢູ່ອາໃສຕ່າງໆ.

ແຕ່ແນວໃດກໍຕາມ, ການປະຕິບັດຕົວຈິງມາຮອດປັດຈຸບັນເຫັນວ່າການຄຸ້ມຄອງທີ່ດິນເກີດມີຫລາຍບັນຫາສັບສົນ ເປັນຕົ້ນແມ່ນການຫັນປ່ຽນປະເພດດິນບໍ່ປະຕິບັດຕາມກົດໝາຍເຂັ້ມງວດ, ການນໍາໃຊ້ດິນໃນລັກສະນະຟູມເຟືອຍ, ມີການຈັບຈ່ອງດິນຢ່າງຊະຊາຍ, ມີການຫລົບຫລີກເສຍຄ່າພາສີທີ່ດິນ, ລັກແບ່ງ-ຂາຍດິນລັດ ແລະ ບັນຫາອື່ນໆ.  

ກອງປະຊຸມດັ່ງກ່າວ, ພາຍໃຕ້ການເປັນປະທານຂອງທ່ານ ສົມພັນ ແພງຄໍາມີ ຮອງປະທານສະພາແຫ່ງຊາດ, ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ແລະ ທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດແລະ ສິ່ງແວດລ້ອມ, ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມຢ່າງພ້ອມພຽງ.

ທີ່ມາ: ໜັງສືພິມລາວພັດທະນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: