
ໃນຕອນແລງວັນອັງຄານທີ21 ພຶດສະພາ 2019ເວລາ 18.00 ໂມງ ທິມຊາດຍິງ ລາວ ຢູ15ຈະລົງຊິງແຊັມລາຍການAFFU15GirlsChampionship2019 ກັບໄທເຈົ້າພາບ ທັງເປັນແຊັມເກົ່າ, ແຂ່ງຂັນຢູ່ທີ່ສະຫນາມ Institute of Physical Education Chonburi Campus Stadium 1


ລາວ-ໄທ ໂຄຈອນມາພົບກັນອີກຄັ້ງ ຫຼັງຈາກໃນຮອບແບ່ງກຸມບີພົບກັນມາແລ້ວໃນນັດສຸດທ້າຍ ເຊິ່ງສາວຢູ15ລາວເອົາຊະນະມາໄດ້5-2ປະຕູ. ສ່ວນໃນຮອບຮອງຊະນະເລີດສາວລາວຜ່ານຟິລິບປິນມາໄດ້3-1, ສ່ວນໄທບຽດຊະນະຫວຽດນາມ1-0.
ໂດຍຕອນແລງ ວັນຈັນ 20 ພຶດສະພາ 2019 ທ່ານ ນາງ ພອນທິບ ແສງມະນີ ຫົວຫນ້າຄູຝຶກທີມຊາດຍິງ ລາວ ຢູ15ໄດ້ນຳພານັກກິລາ ທີມຊາດຍິງ ລາວ ຢູ15 ຝຶກຊ້ອມ ເພື່ອກຽມພ້ອມສຳລັບນັດຊີງຊະນະເລີດ

ຜົນງານຜ່ານມາຂອງສາວຢູ15 ລາວລົງສະໜາມໃນຮອບແບ່ງກຸມ4 ນັດກັບໄຊໄດ້ທັງໝົດ ໂດນຍິງໄປ 18 ປະຕູແລະເສຍພຽງ 2 ປະຕູເປັນແຊັມຂອງກຸ່ມ ຜ່ານເຂົ້າສູ່ຮອບຮອງຊະນະເລີດພົບກັບຟີລິບປິນ ແລະເປັນສາວລາວທີ່ຍັງຫຼິ້ນໄດ້ດີຊະນະໄປ3-1ປະຕູ. ເຮັດໃຫ້ມາຮອດປັດຈຸບັນຍິງໄປແລ້ວ 21ປະຕູ ແລະ ເສຍ3 ປະຕູ.


ສຳລັບການແຂ່ງບານເຕະຍິງຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 15 ປີ ຫລື AFF U15 GIRLS’ CHAMPIONSHIP 2019 ຈັດຂຶ້ນຢູ່ ແຂວງ ຊົນບູຣີ ປະເທດໄທ ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 07 – 21 ພຶດສະພາ 2019 ເຊິ່ງມີ 9 ປະເທດເຂົ້າຮ່ວມແຂ່ງຂັນແບ່ງອອກເປັນ 2 ກຸ່ມຄື:ກຸ່ມ ເອ: ມຽນມາ, ຫວຽດນາມ, ຟີລິບປິນ ແລະ ຕີມໍ ເລສເຕ.ກຸ່ມ ບີ: ໄທ, ລາວ, ມາເລເຊຍ, ສິງກະໂປ ແລະ ກຳປູເຈຍ.
ນັດຊິງຊະນະເລີດຄັ້ງນີ້ແມ່ນຖ່າຍທອດສົດທາງ Mycujoo, ບໍ່ມີການຖ່າຍທອດສົດ ທາງໂທລະພາບ)
ແຫຼ່ງຂ່າວ ແລະ ຮຸບພາບ: ສະຫະພັນບານເຕະແຫ່ງຊາດລາວ
Hits: 4