ສ່ວຍສາອາກອນປະຈໍາແຂວງເຊກອງ ອອກແຈ້ງການສະບັບເລກທີ 435/ສອກ. ຊກ ລົງວັນທີ 20 ພຶດສະພາ 2019 ເຖິງບຸກຄົນ, ນິຕິບຸກຄົນ ແລະການຈັດຕັ້ງ ທີ່ເປັນເຈົ້າຂອງ ຫຼື ນໍາໃຊ້ພາຫະນະທຸກປະເທດ ແລະຜູ້ທີ່ຄອບຄອງສິດນໍາໃຊ້ທີ່ດິນໃນທົ່ວແຂວງ ຊາບເລື່ອງການເສຍຄ່າທໍານຽມທາງ ແລະພາສີທີ່ດິນ ປີ 2019 ຜ່ານລະບົບທະນາຄານ

ໂດຍເນື້ອໃນຂອງແຈ້ງການລະບຸວ່າ: ສ່ວຍສາອາກອນປະຈໍາແຂວງເຊກອງ ຮ່ວມກັບທະນາຄານການຄ້າຕ່າງປະເທດລາວມະຫາຊົນສາຂາແຂວງເຊກອງ ຂໍແຈ້ງມາຍັງທ່ານຊາບວ່າ: ປະຈຸບັນທະນາຄານການຄ້າ ໄດ້ເປີດຮັບຊໍາລະຄ່າທໍານຽມທາງ ແລະ ພາສີທີ່ດິນຜ່ານລະບົບທະນາຄານ ໂດຍທ່ານສາມາດເລືອກຊ່ອງທາງການຊໍາລະດ້ວຍ 5 ທາງເລືອກຄື:
- ຊໍາລະຜ່ານລະບົບເຄົາເຕີຂອງທະນາຄານ (Counter).
- ຊໍາລະຜ່ານທາງອອນລາຍ, (Mobile Appication BCEL one, BCEL I-Bank)
- ຊໍາລະຜ່ານຕູ້ເອທີເອັມ (ATM)
- ຊໍາລະຜ່ານສະຖານທີ່ໃຫ້ບໍລິການທີ່ໄດ້ຮັບອະນຸຍາດ (BCOME)
- ຊໍາລະຜ່ານທະນາຄານຕົວແທນ (ທະນາຄານພັດທະນາລາວ, ທະນາຄານສົ່ງເສີມກະສິກໍາ).

ນອກນີ້ ທະນາຄານການຄ້າຕ່າງປະເທດ ຍັງມີບ່ອງບໍລິການ ແລະ ຕົວແທນຮັບຊໍາລະ ເພື່ອອໍານວຍຄວາມສະດວກຕື່ມອິກເຊັ່ນ:
- ໜ່ວຍບໍລິການທະນາຄານການຄ້າ ຕັ້ງຢູ່ບ້ານຫ້ວຍຊາຍ ເມືອງທ່າແຕງ ແຂວງເຊກອງ.
- ໜ່ວຍບໍລິການທະນາຄານການຄ້າຕັ້ງ ຢູ່ບ້ານໂນນສະຫວັນ ເມືອງດາກຈຶງ ແຂວງເຊກອງ.
- ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກແຂວງເຊກອງ ຕັ້ງຢູ່ບ້ານເພຍໃໝ່ ເມືອງລະມາມ ແຂວງເຊກອງ.
- ຮ້ານແລກປ່ຽນເງິນຕາ ນາງ ດາລາວັນ ມະນີຈັນ ບ້ານວັດຫຼວງເມືອງລະມາມແຂວງເຊກອງ.
- ທ່ານ ບຸນຖອງ ເຕັມຮຽງສີ ເມືອງທ່າແຕງແຂວງເຊກອງ.
- ຮ້ານຂາຍເຄື່ອງໄຟຟ້າທ່ານ ຍອດສະໃໝ ໂລຫະຊາດ ບ້ານທ່າແຕງເໜືອ ເມືອງທ່າແຕງ ແຂວງເຊກອງ.
- ທ່ານ ລົດສະໃຫວ ວັນນາຈັກ ບ້ານຫ້ວຍຊາຍ ເມືອງທ່າແຕງ ແຂວງເຊກອງ.
- ທ່ານ ບຸດດີ ໄຊຍະວົງສາ ບ້ານວັດຫຼວງ ເມືອງລະມາມ ແຂວງເຊກອງ.
ການເສຍຄ່າທໍານຽມທາງ ແລະ ພາສີທີ່ດິນ ປີ 2019 ລະອຽດລຸ່ມນີ້
- ການເສຍຄ່າທໍານຽມທາງປີ 2019.
1.1. ໄລຍະປົກກະຕິຂອງການເສຍຄ່າທໍານຽມທາງແມ່ນໄລຍະນັບແຕ່ເດືອນມັງກອນ ຮອດ ເດືອນມິຖຸນາຂອງທຸກໆປີ ຊຶ່ງເປັນໄລຍະເວລາບຸກຄົນ, ນິຕິບຸກຄົນ ແລະການຈັດຕັ້ງ ຜູ້ທີ່ເປັນເຈົ້າຂອງ ຫຼື ນໍາໃຊ້ພາຫະນະທີ່ມີພັນທະເສຍຄ່າທໍານຽມທາງທຸກໆປີ, ຖ້າບໍ່ເສຍຄ່າທໍານຽມທາງຕາມກໍານົດເວລາທີ່ໄດ້ກໍານົດໄວ້ ຈະຖືກປັບໃໝຕາມແຕ່ລະກໍລະນີທີ່ໄດ້ກໍານົດໄວ້ໃນ VI ຂໍ້ 2 ຂອງຄໍາແນະນໍາ ສະບັບເລກທີ 3455/ກງ ລົງວັນທີ 10 ຕຸລາ 2017.
1.2. ກໍລະນີຄົນ, ນິຕິບຸກຄົນ ແລະການຈັດຕັ້ງ ຜູ້ທີ່ເປັນເຈົ້າຂອງ ຫຼື ນໍາໃຊ້ພາຫະນະຫາກຍັງບໍ່ເສຍຄ່າທໍານຽມທາງໃນປີຜ່ານມາ ນອກຈາກເສຍຄ່າທໍານຽມທາງຕາມອັດຕາທີ່ໄດ້ກໍານົດໄວ້ໃນລັດຖະບັນຍັດ ວ່າດ້ວຍຄ່າທໍານຽມທາງຄືນແລ້ວ ຍັງຈະໄດ້ຖືກປະຕິບັດມາດຕະການປັບໃໝດັ່ງນີ້:
- ຖືກປັບໃໝ 60% ຂອງມູນຄ່າເສຍຄ່າທໍານຽມທາງຕໍ່ປີ ກໍລະນີຍັງບໍ່ທັນເສຍຄ່າທໍານຽມທາງແຕ່ປີ 2017.
- ຖືກປັບໃໝ 40% ຂອງມູນຄ່າເສຍຄ່າທໍານຽມທາງຕໍ່ປີ ກໍລະນີຍັງບໍ່ທັນເສຍຄ່າທໍານຽມທາງແຕ່ປີ 2018.
- ກໍລະນີກາຍວັນທີ 30 ມິຖຸນາ 2019 ຖ້າຍັງບໍ່ທັນເສຍຄ່າທໍານຽມທາງປີ 2019 ແມ່ນຈະຖືກປັບໃໝ 0,1%
ຕໍ່ວັນຂອງມູນຄ່າທໍານຽມທາງ.
2. ການຊໍາລະພາສີທີ່ດິນປີ 2019.
2.1. ການຊໍາລະພາສີທີ່ດິນແມ່ນໃຫ້ປະຕິບັດດ້ວຍສອງວິທີຄື: ຊໍາລະຜ່ານຫ້ອງການບ້ານ ຫຼື ຫ້ອງການສ່ວຍສາອາກອນປະຈໍາເມືອງບ່ອນທີ່ດິນຕັ້ງຢູ່ (ແບບເກົ່າທີ່ເຄີຍປະຕິບັດມາ) ແລະຊໍາລະຜ່ານລະບົບທະນາຄານ ຕາມແຈ້ງການສະບັບເລກທີ 0014/ກງ ລົງວັນທີ 2 ມັງກອນ 2019.
2.2. ສໍາລັບບ້ານທີ່ບໍ່ມີເງື່ອນໄຂໃນການຊໍາລະຜ່ານລະບົບທະນາຄານ (ບ້ານທີ່ຢູ່ຫ່າງໄກສອກຫຼີ ແລະບໍ່ມີສາຂາ ຫຼື ຕົວແທນຂອງທະນາຄານ) ແມ່ນໃຫ້ຊໍາລະພາສີທີ່ດິນຜ່ານຫ້ອງການບ້ານ ທີ່ເຄີຍປະຕິບັດມາມອບເງິນເຂົ້າງົບປະມານທັງໝົດ ໂດຍຄັງເງິນແຫ່ງຊາດປະຈໍາເມືອງ.
ການຊໍາລະພາສີທີ່ດິນຜ່ານຫ້ອງການບ້ານດ້ວຍເງິນສົດ ແມ່ນໃຫ້ນາຍບ້ານສັງລວມຂໍ້ມູນຂອງຕອນດິນເຂົ້າໃສ່ຕາຕະລາງທີ່ໄດ້ກໍານົດໃຫ້ ແລະຈໍານວນເງິນເກັບພາສີທີ່ດິນ ສົ່ງໃຫ້ຫ້ອງການສ່ວຍສາອາກອນປະຈໍາເມືອງ ເພື່ອສັງລວມລາຍຮັບເປັນຂໍ້ມູນສົມທຽບລາຍຮັບ ເພື່ອສັງລວມຂໍ້ມູນຕອນດິນໃຫ້ບັນດາສາຂາທະນາຄານການຄ້າຕ່າງປະເທດລາວມະຫາຊົນບັນທຶກເຂົ້າໃນຖານຂໍ້ມູນການເກັບລາຍຮັບພາສີທີ່ດິນຢ່າງຄົບຖ້ວນ.
2.3. ສໍາລັບຜູ້ມີຄວາມພ້ອມ ຫຼື ສະດວກໃນການຊໍາລະຜ່ານຊ່ອງທາງຕ່າງໆ (ຜ່ານປ່ອງບໍລິການຂອງທະນາຄານ, ຜ່ານມືຖື, ຜ່ານຕູ້ເອທີເອັມ, ຜ່ານຕູ້ຄິອອດ ແລະຜ່ານບັນດາສາຂາ, ໜ່ວຍບໍລິການຕ່າງໆໃຫ້ດໍາເນີນການຊໍາລະຜ່ານລະບົບທະນາຄານໄດ້ເລີຍ.
ດັ່ງນັ້ນ ຈິ່ງແຈ້ງມາເພື່ອຊາບ ແລະເຊີນຊວນອົງການຈັດຕັ້ງທຸກພາກສ່ວນ, ພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ, ພໍ່ແມ່ປະຊາຊົນບັນດາເຜົ່າຊາວແຂວງເຊກອງໃຫ້ພ້ອມກັນປະກອບສ່ວນມອບພັນທະເຂົ້າງົບປະມານແຫ່ງລັດ ດ້ວຍການແຈ້ງເສຍຄ່າທໍານຽມທາງ ແລະ ພາສີທີ່ດິນ, ຮັບປະກັນໃຫ້ໄດ້ໝາກຜົນ ແລະ ປະສິດທິພາບສູງ, ໃຫ້ບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ກໍານົດໄວ້.
ແຫຼ່ງຂໍ້ມູນ: ຂ່າວ ເຊກອງ
Hits: 21