ຂໍຂອບໃຈນຳຜູ້ສະໜັບສະໜູນ

ທ່ານ ເພັດສະໝອນ ໄຊຍະວົງ ຮອງຫົວໜ້າຂະແໜງປ່າໄມ້ແຂວງເຊກອງລາຍງານຕໍ່ຜູ້ສື່ຂ່າວໃຫ້ຮູ້ວ່າ: ໃນປີ 2019 ນີ້ ຂະແໜງປ່າໄມ້ພວກເຮົາ ໄດ້ວາງຄາດໝາຍຈະຟື້ນຟູປ່າໄມ້ໃຫ້ໄດ້ທັງໝົດ 2.764 ເຮັກຕາ, ໃນນີ້ ປ່າຜະລິດ ຈໍານວນ 2.246 ເຮັັກຕາ, ປະຕິບັດສໍາເລັດແລ້ວ ໂດຍແມ່ນໂຄງການຄຸ້ມຄອງປ່າໄມ້ແບບຍືນນານ ( SUFORD SU ) ເປັນຜູ້ສະໜອງງົບປະມານໃນການຈັດຕັ້ງປະຕິບັດ, ປ່າປ້ອງກັນ 500 ເຮັກຕາ; ປະຕິບັດໄດ້ແລ້ວ 320 ເຮັກຕາ, ຊຶ່ງຟື້ນຟູຢູ່ເຂດປ່າປ້ອງກັນລຍບຕາມຊາຍແດນລາວ-ຫວຽດນາມ ໂດຍແມ່ນໂຄງການອະນຸລັກຊີວະນາໆພັນຕາມແລງວເຊື່ອມຕໍ່ ( BCC-FIP ) ເປັນຜູ້ໃຫ້ງົບປະມານ; ປ່າສະຫງວນ 18 ເຮັກຕາ, ກໍາລັງຈັດຕັ້ງປິຕບັດ ຟື້ນຟູເຂດປ່າສະຫງວນແຫ່ງຊາດເຊຊັບ ລຽບຕາມຊາຍແດນລາວ-ຫວຽດນາມ ໂດຍແມ່ນໂຄງການຫຼຸດຜ່ອນການທໍາລາຍປ່າໄມ້ ແລະສູນເສຍປ່າໄມ້ ( Carbi ) ເປັນຜູ້ໃຫ້ງົບປະມານໃນການຈັດຕັ້ງປະຕິບັດ.

ຊຶ່ງປະຈຸບັນທົ່ວແຂວງເຊກອງ ມີເນື້ອທີ່ປົກຫຸ້ມຂອງປ່າໄມ້ 300,700 ເຮັກຕາ, ກວມເອົາ 38,8%( ອີງຕາມຜົນການສໍາຫຼວດຂອງກົມປ່າໄມ້ ປີ 2010 ), ທົ່ວແຂວງມີເນື້ອທີ່ປ່າໄມ້ 3 ປະເພດຄື: ປ່າຜະລິດ, ປ່າສະຫງວນ ແລະປ່າປ້ອງກັນ, ກວມເອົາ 560.307 ເຮັກຕາ.


ຮອງຂະແໜງປ່າໄມ້ ກ່າວຕື່ມວ່າ: ເພື່ອບັນລຸຕາມແຜນການດັ່ງກ່າວ ຂະແໜງປ່າໄມ້ແຂວງ ໄດ້ມີມາດຕະການຈັດຕັ້ງປະຕິບັດຄື: ສໍາລັບການເກັບແກ່ນ, ກ້າເຍ້ຍ ແລະປູກໄມ້ປີນີ້ ລວມທັງພາກລັດ, ບໍລິສັດ, ປະຊາຊົນ ແລະນິຕິບຸກຄົນຕ່າງໆ ກໍໄດ້ຫຼາຍແສນເບ້ຍ, ປະຈຸບັນພວກເຮົາຍັງສືບຕໍ່ລົງສົມທັບກັບອໍານາດປົກຄອງເມືອງ ແລະບ້ານ ລົງຊອກພື້ນທີ່ເພື່ອຈັດສັນປູກ ພ້ອມທັງແນະນໍາໃຫ້ຊາວສວນ, ຊາວກະສິກອນ ແລະຜູ້ປະກອບການຕ່າງໆຕ້ອງໄດ້ມີພັນທະປູກໄມ້ໃນຄວາມຮັບຜິດຊອບຂອງຕົນ ເພື່ອຜົນປະໂຫຍດລວມຂອງຊາດ ເວົ້າລວມ, ເວົ້າສະເພາະກໍແມ່ນເພື່ອຜົນປະໂຫຍດຂອງຕົນເອງ ແລະກໍໄດ້ແນະນໍາໃຫ້ຜູ້ປູກຕົ້ນໄມ້ ພາຍຫຼັງທີ່ປູກແລ້ວຕ້ອງມີການປົກປັກຮັກສາຕົ້ນໄມ້ດັ່ງກ່າວໃຫ້ຍືນນານ ເພາະສັງເກດເຫັນວ່າການປູກຕົ້ນໄມ້ໃນຊຸມປີຜ່ານມາແມ່ນມີຫຼາຍພໍສົມຄວນ ແຕ່ຂາດການບົວລະບັດຮັກສາ, ມີບາງຊະນິດກໍສາມາດເຕີບໂຕໄດ້ ແລະບາງຊະນິດກໍບໍ່ສາມາດລອດຕາຍໄດ້, ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນຕ້ອງມີສ່ວນຮ່ວມ ແລະເຫັນຄວາມສໍາຄັນກ່ຽວກັບການປູກໄມ້ ແລະຟື້ນຟູປ່າໄມ້.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຮອງຂະແໜງປ່າໄມ້ ຍັງໃຫ້ຮູ້ຕື່ມວ່າ: ໃນໄລຍະຜ່ານມາ ນັບແຕ່ປີ 200-2018 ພະແນກກະສິກໍາ ແລະປ່າໄມ້ ກໍຄືຂະແໜງປ່າໄມ້ແຂວງ ໄດ້ຊຸກຍູ້ພາກລັດ, ປະຊາຊົນ, ບຸກຄົນ ແລະບໍລິສັດ ໃນທົ່ວແຂວງ ປູກໄມ້ໄດ້ທັງໝົດ 4.121 ເຮັກຕາ, ໃນນີ້ ລັດປູກ 452 ເຮັກຕາ, ປະຊາຊົນ ປູກ 1.085 ເຮັກຕາ ແລະບໍລິສັດ ປູກ 2.119 ເຮັກຕາ, ແລະກໍານົດເຂດຟື້ນຟູປ່າໄດ້ທັງໝົດ 154.134 ເຮັກຕາ, ໃນນັ້ນ ປ່າຜະລິດ 62.706 ເຮັກຕາ, ປ່າສະຫງວນ 30.400 ເຮັກຕາ, ປ່າປ້ອງກັນ 37.722 ເຮັກຕາ ແລະນອກ 3 ປະເພດປ່າ ໄດ້ 66.786 ເຮັກຕາ.

ແຫຼ່ງຂ່າວ ແລະ ຮູບພາບ: ຂ່າວ ເຊກອງ

Hits: 4

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້