ບຸນບັ້ງໄຟ ແມ່ນຮີດຄອງຂອງຄົນລາວມາຫຼາຍເຊັ່ນຄົນແລ້ວ ແລະເປັນເອກະລັກອັນໜຶ່ງຂອງລາວ ແຕ່ມາຮອດປັດຈຸບັນ ເຫດຜູ້ຄົນໄດ້ຮັບບາດເຈັບ ຫຼື ເສຍຊີວິດຈາກບຸນບັ້ງໄຟ ມີໃຫ້ເຫັນເກືອບທຸກປີ ອັນນີ້ເປັນສັນຍານວ່າ ພວກເຮົາ ຍັງຈະເຮັດຄືເກົ່າບໍ່?
ເຫດບັ້ງໄຟ ຕຳຫົວເດັກນ້ອຍຊາຍ ອາຍຸ 8 ປີ ໃນວັນທີ 4 ພຶດສະພາ 2019 ໃນບຸນບັ້ງໄຟຂອງບ້ານ ໂພນໄຊ ແຂວງວຽງຈັນ ແລະເສຍຊີວິດ ເມື່ອເວລາຕໍ່ມາ ໄດ້ສ້າງຄວາມເສົ້າສະຫຼົດຕໍ່ຄອບຄົວ ແລະສັງຄົມຢ່າງຍິ່ງ.
ເຫດການດັ່ງກ່າວ ແມ່ນເກີດຈາກການຈູດບັ້ງໄຟນ້ອຍ ທີ່ແມ່ຄ້າເອົາມາຂາຍໃນງານ ເຊິ່ງຜູ້ຈູດກໍເປັນຊາຍສະກັນ ທີ່ບໍ່ຮູ້ເທົ່າເຖິງການ ແລະຖືກຕຳຫຼວດກັກໃນໄລຍະຕໍ່ມາ.
ຫຼັງຈາກນັ້ນສອງອາທິດ ຄືວັນທີ 18 ພຶດສະພາ 2019 ກໍມີເຫດການບັ້ງໄຟຕຳຫົວເດັກນ້ອຍຍິງ ເສຍຊີວິດອີກ, ເທື່ອນີ້ ເກີດຂຶ້ນຢູ່ບ້ານວັງຄີ, ເມືອງຫີນເຫີບ ແຂວງວຽງຈັນ.
ເດັກນ້ອຍຄົນດັ່ງກ່າວ ອາຍຸໄດ້ພຽງ 6 ປີ ເທົ່ານັ້ນ. ເຫດການຄັ້ງນີ້ ກໍແມ່ນເກີດຈາກບັ້ງໄຟນ້ອຍອີກ ເຊິ່ງເປັນເລື່ອງໜ້າເສົ້າເປັນທີ່ສຸດ.
ໃນເວລາໄລເລ່ຍກັນ ກໍມີເຫດການບັ້ງໄຟຕົກໃສ່ເຮືອນປະຊາຊົນ ຢູ່ບ້ານນາຊອນ ເມືອງປາກງື່ມນະຄອນຫຼວງວຽງຈັນ ເຊິ່ງເປັນບ້ານທີ່ມີຊື່ສຽງ ເລື່ອງ ບຸນບັ້ງໄຟແຫ່ງໜຶ່ງເຊັ່ນກັນ, ເປັນຈັ່ງໂຊກ ບໍ່ມີຜູ້ບາດເຈັບ ຫຼື ເສຍຊີວິດ ແຕ່ກໍອາດສະເທືອນຈິດໃຈ ຜູ້ເປັນເຈົ້າຂອງເຮືອນບໍ່ແມ່ນໜ້ອຍ.
ຈາກບັນດາເຫດການທີ່ເກີດຂຶ້ນທັງປີນີ້ ແລະປີຜ່ານມານັ້ນ ໄດ້ເຮັດໃຫ້ຜູ້ຄົນໃນສັງຄົມເກີດມີການຖົກຖຽງກັນວ່າ ຈະເອົາອັນໃດ ລະຫວ່າງ ຮີດຄອງວັດທະນະທຳ ແລະ ຄວາມປອດໄພທາງຊີວິດ ແລະຊັບສິນຂອງຜູ້ຄົນ?
ບຸນບັ້ງໄຟ ແມ່ນມີການສະເຫຼີມສະຫຼອງມາແຕ່ດົນນານແລ້ວ, ກາຍເປັນເອກະລັກ ແລະສາມາດດຶງດູດຄວາມສົນໃຈຈາກຊາວລາວ ແລະຄົນຕ່າງປະເທດບໍ່ໜ້ອຍ.
ຕາມຄວາມເຊື່ອແລ້ວ ການເຮັດບຸນບັ້ງໄຟ ແມ່ນການຂໍໃຫ້ ຝົນຕົກຕາມລະດູການ ເພື່ອໃຫ້ມີນ້ຳພຽງພໍ ຕໍ່ການຜະລິດຂອງປະຊາຊົນ ເຊິ່ງເປັນເລື່ອງທີ່ສວາຍງາມ ທີ່ພວກເຮົາປະຕິບັດກັນສືບມາ.
ພວກເຮົາອາດເຂົ້າໃຈກັນດີວ່າໃນອາດີດນັ້ນ ປູຍ່າ ຕາຍາຍ ເພິ່ນມີເນື້ອທີ່ທີ່ບໍ່ມີຜູ້ຄົນອາໄສຢູ່ນັ້ນ ຢ່າງກວ້າງຂວາງ ແລະບໍ່ມີບັ້ງໄຟນ້ອຍ ທີ່ຜູ້ຄົນສາມາດຊື້ ແລະຈູດຊະຊາຍຄືດຽວນີ້, ເພາະສະນັ້ນ ຄວາມສ່ຽງໃນການເກີດອຸບັດເຫດອາດມີຕ່ຳກວ່າ ເຊິ່ງກົງກັນຂ້າມຄືທຸກມື້ນີ້ ປະຊາຊົນເພີ່ມຂຶ້ນເຮືອນຊານ ກໍຢັ່ງຢາຍໄປທົ່ວທຸກບ່ອນ, ບວກກັບທ່າອ່ຽງທີ່ວ່າ ພວກເຮົາໄດ້ເອົາ ງານບຸນບັ້ງໄຟ (ແລະບຸນ ອື່ນໆ) ເປັນເຫດຜົນ ໃນການດຶ່ມເຫຼົ້າເມົາສຸລາ ຍິ່ງເພີ່ມຄວາມສ່ຽງຕໍ່ການເກີດເຫດທີ່ບໍ່ເພິ່ງປາຖະໜານີ້.
ເພາະສະນັ້ນ, ປະຊາຊົນຈຳນວນຫຼວງຫຼາຍ ຈຶ່ງຮຽກຮ້ອງວ່າ ການຈັດງານບຸນບັ້ງໄຟ ເຊິ່ງເປັນການຮັກສາຮີດຄອງຂອງພວກເຮົານັ້ນ ຕ້ອງເອົາຄວາມປອດໄພມາກ່ອນ, ເລີ່ມຈາກການຫ້າມຈຳໜ່າຍ ແລະຈູດບັ້ງໄຟນ້ອຍຊະຊາຍ, ການສຳຫຼວດພື້ນທີ່ ແລະມາດຕະຖານຕ່າງໆ ຂອງ “ຄັ້ງຈູດບັ້ງໄຟ” ຈົນຮອດຂະໜາດບັ້ງໄຟຢ່າງເຄັ່ງຄັດ ເພື່ອຫຼຸດຜ່ອນຄວາມສ່ຽງຕໍ່ການສູນເສຍທີ່ບໍ່ຕ້ອງການນັ້ນລົງ.
ພ້ອມນັ້ນ, ອາດສົ່ງເສີມການປະກວດຄວາມງາມການເຮັດບຸນບັ້ງໄຟ ເລີ່ມຈາກການປະດັບດາບັ້ງໄຟ, ການແຫ່ ແລະ ອື່ນໆ ເພື່ອດຶງດູງນັກທ່ອງທ່ຽວ ແທນທີ່ຈະສົ່ງເສີມການຈູດທີ່ນຳມາເຊິ່ງຄວາມສ່ຽງດັ່ງກ່າວ ຫຼື ວິທີທາງອື່ນ ເພື່ອຫັນເອົາຄວາມເປັນເອກະລັກນີ້ ໜີຈາກຄວາມອັນຕະລາຍກາຍເປັນສິ່ງງົດງາມຂອງວິຖີຊີວິດຊາວລາວສືບຕໍ່ໄປ.
ແຫຼ່ງຂໍ້ມູນ: ໜັງສືພິມລາວພັດທະນາ