ສ.ປ ຈີນ ເຂັ້ມງວດກວດກາການນໍາເຂົ້າກ້ວຍຈາກລາວ

ທ່ານຮອງລັດຖະມົນຕີກະຊວງກະສິກໍາ-ປ່າໄມ້ ບຸນຂວາງ ຄໍາບຸນເຮືອງ ໃຫ້ຮູ້ວ່າ:

ປັດຈຸບັນ, ທາງການ ສປ ຈີນ ໄດ້ເຂັ້ມງວດກວດກາການນໍາເຂົ້າກ້ວຍຈາກ ສປປ ລາວ ເພື່ອປ້ອງກັນບໍ່ໃຫ້ກ້ວຍທີ່ຍັງມີສານເຄມີຕົກຄ້າງເຂົ້າໃນປະເທດໂດຍເດັດຂາດ ແລະ ຈາກມາດຕະການເຂັ້ມງວດດັ່ງກ່າວໄດ້ເຮັດໃຫ້ໂຄງ ການປູກກ້ວຍຫລາຍແຫ່ງໃນລາວ ໂດຍສ່ວນໃຫຍ່ແມ່ນການລົງທຶນຂອງນັກທຸລະກິດຊາວຈີນຕ້ອງປິດຕົວລົງໃນຕົວ.

ທ່ານຮອງລັດຖະມົນຕີກະຊວງດັ່ງກ່າວ ໃຫ້ຮູ້ວ່າ:

ໝານກ້ວຍແມ່ນໜຶ່ງໃນ ພືດກະສິກໍາ 5 ປະເພດທີ່ລັດຖະບານລາວໄດ້ລົງນາມສັນຍາກັບລັດຖະບານຈີນເພື່ອສົ່ງ ອອກ ເນື່ອງຈາກເປັນພືດກະສິກໍາທີ່ມີທ່າແຮງໃຫ້ຜົນຜະລິດໄວ ແລະ ປູກໄດ້ຫລາຍຢູ່ໃນລາວ.

ສະນັ້ນ ການປູກກ້ວຍຢູ່ໃນລາວຂອງນັກລົງທຶນຕ່າງປະເທດຈຶ່ງເປັນຂະບວນກວ້າງຂວາງຟົດຟື້ນ, ໂດຍສະເພາະຢູ່ພາກເໜືອ. ຂະນະດຽວກັນກໍມີຫລາຍບັນຫາກະທົບຕໍ່ສິ່ງແວດລ້ອມເກີດຂຶ້ນເປັນຕົ້ນ: ການນໍາໃຊ້ຝຸ່ນ, ຢາປາບສັດຕູພືດ,​ ສານເຄມີຕ່າງໆ ເຂົ້າໃນຂະບວນການປູກກ້ວຍຮ້າຍແຮງຂຶ້ນ ຈຶ່ງເຮັດໃຫ້ຜົນຜະລິດໝາກກ້ວຍຂອງສວນກ້ວຍຈໍານວນໜຶ່ງ ມີສານເຄມີຕົກຄ້າງບໍ່ສາມາດສົ່ງອອກໄປຈີນໄດ້, ຈຶ່ງມີສະພາບຫລຸບທຶນ ແລະ ປິດຕົວລົງເອງໃນທີ່ສຸດ, ເຊິ່ງສະແດງອອກຄືໃນປີ 2017 ທົ່ວປະເທດມີເນື້ອທີ່ປູກກ້ວຍຫລາຍກວ່າ 26.170 ເຮັກຕາຂອງ 117 ບໍລິສັດ ແລະ ມາຮອດປັດຈຸບັນຍັງເຫລືອພຽງ 15 ພັນກວ່າເຮັກຕາຂອງ 90 ກວ່າບໍລິສັດ.

ທ່ານຮອງລັດຖະມົນຕີ ກ່າວວ່າ:

ກ້ວຍ ແມ່ນພືດກະສິກໍາທີ່ມີມູນຄ່າການສົ່ງອອກສູງເປັນອັນຕົ້ນໆ, ຈຶ່ງເຮັດໃຫ້ຫລາຍໂຄງການເລັ່ງປູກກ້ວຍໃຫ້ໃຫຍ່ ແລະ ໄດ້ຮັບຜົນຜະລິດໄວ ດ້ວຍການລັກລອບນໍາໃຊ້ສານເຄມີຕ້ອງຫ້າມຕ່າງໆຊ່ວຍກະຕຸ້ນ, ດັ່ງນັ້ນຜົນຜະລິດໝາກກ້ວຍຈາກລາວຈຶ່ງຖືກກວດກາຢ່າງເຂັ້ມງວດ ກ່ອນນໍາເຂົ້າ ສປຈີນ.

ແຫຼ່ງຂໍ້ມູນ: ໜັງສືພິມລາວພັດທະນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...