ຂໍຂອບໃຈນຳຜູ້ສະໜັບສະໜູນ

ບໍລິສັດເອສເອມພີເທຣດດິ້ງຈໍາກັດຜູ້ດຽວທີ່ຊະນະການປະມູນໂຄງການສະໜອງພັນພືດ,ຝຸ່ນ,ຢາປາບສັດຕູພືດເຄື່ອງມືອຸປະກອນ ແລະພາຫະນະການຜະລິດ ໄດ້ນໍາເອົາພາຫະນະການຜະລິດ ພ້ອມດ້ວຍແນວພັນພຶດ ມາມອບໃຫ້ພະແນກກະສິກໍາ ແລະປ່າໄມ້ ເພື່ອນໍາໄປສະໜອງໃຫ້ປະຊາຊົນທີ່ປະສົບໄພພິບັດຢູ່ເມືອງສະໜາມໄຊ ແຂວງອັດຕະປື ເພື່ອນໍາໃຊ້ເຂົ້າໃນການຜະລິດລະດູຝົນນີ້ໃຫ້ທ່ວງທັນກັບລະດູການ,ເຊິ່ງເຄື່ອງທີ່ທາງ ບໍລິສັດເອສເອມພີເທຣດດິ້ງຈໍາກັດຜູ້ດຽວ ນໍາມາມອບຄັ້ງນີ້ລວມມູນຄ່າທັງໝົດ 3 ຕື້ 6 00 ກວ່າລ້ານກີບ ເຊິ່ງປະກອບມີ: ລົດໄຖນາ ພ້ອມອຸປະກອນຄົບຊຸດ ຈໍານວນ 66 ຄັນ,ແນວພັນເຂົ້າປັບປຸງ 77 ໂຕນ,ແນວພັນໄມ້ໃຫ້ໝາກ 9 ພັນກວ່າເບ້ຍ ແລະແນວພັນພືດຜັກອີກຈໍານວນໜຶ່ງ .

ພິທີມອບ-ຮັບ ໄດ້ຈັດຂື້ນ ທີ່ຫ້ອງວ່າການປົກຄອງເມືອງສະໜາມໄຊ ແຂວງອັດຕະປື ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ສຸກສະໄໝ ຈັນທະມາດ ຮອງເຈົ້າແຂວງອັດຕະປື,ທ່ານ ບຸນໂຮມ ພົມມະສານ ເຈົ້າເມືອງສະໜາມໄຊ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ .

ພາຍຫຼັງມອບ-ຮັບສໍາເລັດເປັນທາງການແລ້ວທາງອໍານາດການປົກຄອງແຂວງ ແລະເມືອງກໍ່ໄດ້ຮີບຮ້ອນຈັດສົ່ງພະຫະນະການຜະລິດ ແລະແນວພັນພືດດັ່ງກ່າວໃຫ້ເຖິງມືປະຊາຊົນ ຜູ້ປະສົບໄພຢູ່ເມືອງສະໜາມໄຊ ເພື່ອໃຫ້ເລີ່ມລົງມືທາການຜະລິດລະດູຝົນນີ້ທັນຕາມລະດູການ .

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຂ່າວ: ຂ. ອັດຕະປື ວັດທະນາ ຫຼວງອາໄພ.

Hits: 30

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້