ຂໍຂອບໃຈນຳຜູ້ສະໜັບສະໜູນ

ຢາປາບສັດຕູພືດແມ່ນສານເຄມີທີ່ອອກລິດແຮງ ແລະ ເຫັນຜົນໄວໃນການກໍາຈັດສັດຕູພືດ. ດັ່ງນັ້ນໂຄງການປູກພືດກະສິກໍາຂະໜາດໃຫຍ່ ຈຶ່ງນໍາໃຊ້ຢາປາບສັດຕູພືດຢ່າງແຜ່ຫລາຍຈົນເກີດມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສຸຂະພາບ ຂອງຜູ້ໃຊ້ທີ່ບໍ່ມີຄວາມລະມັດລະວັງ.

ກົມປູກຝັງ ກະຊວງກະສິກໍາ-ປ່າໄມ້ ໃຫ້ຮູ້ວ່າ: ປັດຈຸບັນ, ສປປ ລາວ ໄດ້ຂຶ້ນບັນຊີຫ້າມໃຊ້ຢາປາບສັດຕູພືດທັງ ໝົດ 55 ຊະນິດໃນການປູກພືດ, ໂດຍສະເພາະກ້ວຍ. ຊຶ່ງສ່ວນໃຫຍ່ແມ່ນຜະລິດຢູ່ຕ່າງປະເທດທີ່ເປັນອັນຕະ ລາຍຕໍ່ສຸຂະພາບຂອງຄົນ ແລະ ສິ່ງທີ່ມີຊີວິດອື່ນໆ.

ສ່ວນປະເພດທີ່ອະນຸຍາດໃຫ້ນໍາໃຊ້ໄດ້ ກໍຕ້ອງໄດ້ຮັບການກວດການັບແຕ່ຂັ້ນຕອນການນໍາເຂົ້າຈາກຂະແໜງການກ່ຽວຂ້ອງຢ່າງເຂັ້ມງວດ ແລະ ຜູ້ປະກອບການຕ້ອງມີສາງເກັບມ້ຽນທີ່ຮັບປະກັນ ຕາມມາດຕະຖານ ແລະ ມີບ່ອນທໍາລາຍສິ່ງເສດເຫລືອພາຊະນະບັນຈຸບັນໄວ້ໃຫ້ປອດໄພດີ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ກົມດັ່ງກ່າວໃຫ້ຮູ້ວ່າ:

ເຖິງວ່າໄດ້ຂຶ້ນບັນຊີຫ້າມໃຊ້ຄືດັ່ງກ່າວກໍຕາມ, ໃນຜ່ານມາ ກໍຍັງພົບເຫັນວ່າມີການລັກລອບນໍາເຂົ້າ ແລະ ໃຊ້ສານເຄມີປະເພດຕ້ອງຫ້າມຢ່າງກວ້າງຂວາງ ໂດຍສະເພາະຢູ່ສວນກ້ວຍຂອງນັກລົງທຶນຕ່າງປະເທດ ເນື່ອງຈາກສ່ວນໃຫຍ່ແມ່ນເປັນພາສາຕ່າງປະເທດທີ່ວິຊາການບໍ່ຮູ້ໄດ້ຊັບພະຄຸນ ແລະ ຄວາມອັນຕະລາຍ.

ນອກນີ້, ກໍາມະກອນທີ່ເຮັດວຽກໃນສວນກ້ວຍກໍບໍ່ໄດ້ປ້ອງກັນຕົນເອງໃນການນໍາໃຊ້ສານເຄມີເຫລົ່ານັ້ນ ແລະ ໃນຕໍ່ໜ້ານີ້, ຂະແໜງກະສິກໍາ-ປ່າໄມ້ ຈະໄດ້ເອົາໃຈໃສ່ການຊຸກຍູ້ບັນດາໂຄງການປູກພືດກະສິກໍາປະຕິບັດຖືກ ຕ້ອງຕາມລະບຽບຫລັກການດ້ານສຸຂະອານາໄມພືດ, ພ້ອມທັງແຈ້ງໃຫ້ປະເທດປາຍທາງຮັບຊາບລາຍຊື່ບັນດາບໍລິສັດທີ່ປະຕິບັດຖືກຕ້ອງຕາມລະບຽບ ແລະ ມາດຕະຖານ ຂອງສອງຝ່າຍໄດ້ເຊັນສັນຍາກັນ ເພື່ອເປັນບ່ອນອິງໃຫ້ການຄຸ້ມຄອງ, ການກວດກາຄຸນນະພາບ ແລະ ກັກກັນພືດ ແລະສັດມີຄວາມປອດໄພດີຂຶ້ນ.

ແຫຼ່ງຂໍ້ມູນ: ໜັງສືພິມລາວພັດທະນາ

Hits: 7

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້