ລັດຖະບານ ກໍຄື ກະຊວງກະສິກຳ ແລະ ປ່າໄມ້ ລະບຸວ່າ ທຸກໂຄງການປູກກ້ວຍຢູ່ໃນ ສປປ ລາວ ຕ້ອງມີຄວາມປອດໄພ, ຫ່າງໄກຈາກຊຸມຊົນ, ບໍ່ຢູ່ໃກ້ແຫລ່ງນ້ຳ ຫລື ສາຍນ້ຳ, ໄດ້ຕາມມາດຕະຖານກະສິກຳສະອາດ ແລະ ມີ ການຄຸ້ມຄອງເປັນຢ່າງດີ ຈຶ່ງຈະອະນຸຍາດໃຫ້ດຳເນີນການປູກ. ທັງນີ້, ເນື່ອງຈາກວ່າກ້ວຍແມ່ນສິນຄ້າກະສິກຳອັນດັບໜຶ່ງ ທີ່ສ້າງລາຍຮັບໃຫ້ກັບປະເທດ ຈາກການສົ່ງອອກສູ່ຕະຫລາດ ສປ ຈີນ.
ທ່ານ ບຸນຂວາງ ຄຳບຸນເຮືອງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ສຳພາດເມື່ອອາທິດຜ່ານມານີ້ວ່າ:
ແນ່ນອນວ່າການສ້າງລາຍຮັບເຂົ້າປະເທດພວກເຮົາ ແມ່ນມີຄວາມຕ້ອງການ, ແຕ່ສິ່ງສຳຄັນ ຫລື ເໜືອກວ່ານັ້ນ ແມ່ນຕ້ອງໄດ້ຄຳນຶງເຖິງຄວາມປອດໄພ ຂອງຊີວິດປະຊາຊົນລາວ, ການຫລຸດຜ່ອນຄວາມສ່ຽງຕໍ່ການດຳລົງຊີວິດປະຈຳວັນ, ຕໍ່ສັດສາວາສິ່ງຕ່າງໆ, ຕໍ່ສິ່ງແວດລ້ອມ ແລະ ອື່ນໆ.
ເມື່ອກ່ອນທົ່ວປະເທດລາວມີເນື້ອທີ່ປູກກ້ວຍທັງໝົດ 26.000 ກວ່າເຮັກຕາ, ໂດຍໄດ້ຂະຫຍາຍຈາກພາກເໜືອລົງສູ່ພາກກາງ ແລະ ພາກໃຕ້, ແຕ່ເນື່ອງດ້ວຍມີການໃຊ້ສານເຄມີຕ້ອງຫ້າມ ເຂົ້າໃນຂະບວນການປູກ ຈົນເຮັດໃຫ້ປະຊາຊົນ ແລະ ສິ່ງແວດລ້ອມ ໄດ້ຮັບຜົນກະທົບຢ່າງໜັກໜ່ວງຄື ປະ ຊາຊົນທີ່ເຮັດວຽກຢູ່ໃນສວນກ້ວຍ ມີການເຈັບປ່ວຍ, ຈ່ອຍເຫລືອງ ແລະ ຮ້າຍແຮງແມ່ນເສຍຊີວິດ.
ສະນັ້ນ, ລັດຖະບານ ຈຶ່ງໄດ້ອອກແຈ້ງການ ແລະ ຄໍາສັ່ງ ໃນປີ 2017 ກ່ຽວກັບການຍົກເລີກການນຳໃຊ້ສານເຄມີຕ້ອງຫ້າມຕ່າງໆ ແລະ ເຫັນວ່າຈໍານວນເນື້ອທີ່ການປູກກ້ວຍໄດ້ມີທ່າອ່ຽງຫລຸດລົງ ຄື:
ໃນປີ 2018 ເຫລືອພຽງ 20.400 ເຮັກຮາ ແລະ ປີ 2019 ມີ 15.000 ເຮັກຕາ, ໂດຍສ້າງລາຍຮັບເຂົ້າປະເທດຈາກການສົ່ງອອກໄດ້ຫລາຍກວ່າ 200 ລ້ານໂດລາສະຫະລັດຕໍ່ປີ. ໃນຂະນະດຽວກັນ, ປະ ຊາຊົນ ກໍມີລາຍຮັບຈາກການໃຫ້ນັກລົງທຶນເຊົ່າ ຫລື ສຳປະທານທີ່ດິນຂອງຕົນ ແລະ ຈາກການຈ້າງແຮງງານ, ສ່ວນພາກລັດ ກໍໄດ້ລາຍຮັບ ຈາກການເກັບພາສີ-ອາກອນຕ່າງໆ ແລະ ອື່ນໆ.
ສຳລັບຄ່າເຊົ່າທີ່ດິນຢູ່ແຂວງພາກເໜືອ ແມ່ນ 6-8 ລ້ານກີບຕໍ່ເຮັກຕາ/ປີ, ບາງພື້ນທີ່ແມ່ນ 10 ກວ່າລ້ານກີບຕໍ່ເຮັກຕາ, ແຕ່ສຳລັບຢູ່ນະຄອນຫລວງວຽງຈັນ ແມ່ນຂ້ອນຂ້າງຕ່ຳຄື 2,5 – 4 ລ້ານກີບຕໍ່ເຮັກຕາ.
ເຖິງຢ່າງໃດກໍດີ, ນັກລົງທຶນແມ່ນສາມາດປູກກ້ວຍຢູ່ໃນ ສປປ ລາວ ໄດ້ ແຕ່ຕ້ອງປະຕິບັດຕາມຂັ້ນຕອນ ຂອງລະບຽບກົດໝາຍຂອງປະເທດຢ່າງເຂັ້ມງວດ, ຕ້ອງເປັນກະສິກຳທີ່ສະອາດເທົ່ານັ້ນ ແລະ ປູກຢູ່ໃນພື້ນທີ່ ທີ່ປອດໄພ. ທັງນີ້, ກໍເພື່ອເຮັດເປັນສິນຄ້າສົ່ງອອກ ແລະ ນໍາລາຍຮັບມາສູ່ປະ ເທດຊາດ ແລະ ປະຊາຊົນ ເພື່ອຫລຸດຜ່ອນຄວາມທຸກຍາກເທື່ອລະກ້າວ.
ພື້ນທີ່ທີ່ບໍ່ອະນຸຍາດໃຫ້ປູກກ້ວຍປະກອບມີປ່າສະຫງວນ, ປ່າປ້ອງກັນ, ປ່າຜະລິດ, ທົ່ງນາ, ສວນທີ່ສາມາດປູກພືດຊະນິດອື່ນໄດ້, ເຂດໃກ້ຊຸມຊົນ, ເຂດໃຫ້ແຫລ່ງນ້ຳ ຫລື ສາຍນ້ຳ ແລະ ພື້ນທີ່ມີຄວາມສ່ຽງອື່ນໆ, ສໍາລັບພື້ນທີ່ສາ ມາດປູກໄດ້ແມ່ນ ເຂດຫ່າງໄກສອກຫລີກ, ຊຶ່ງພື້ນທີ່ນັ້ນຕ້ອງເປັນດິນເປົ່າຫວ່າງ ແລະ ບໍ່ສາມາດປູກພືດຊະນິດອື່ນໄດ້.
ທ່ານຮອງລັດຖະມົນຕີ ກ່າວຢ້ຳຕື່ມວ່າ:
ທຸກໂຄງການທີ່ບໍ່ໄດ້ຮັບອະນຸຍາດ ແມ່ນຈະບໍ່ໃຫ້ສືບຕໍ່ປູກເດັດຂາດ, ສ່ວນຈຳນວນທີ່ປູກໄປແລ້ວ ແລະ ກຳລັງເກັບກ່ຽວ ແມ່ນໃຫ້ຫັນເປັນກະສິກຳສະອາດ, ຖ້າຫາກຍັງມີການລະເມີດ ຫລື ສືບຕໍ່ປູກ ແມ່ນຈະໄດ້ຕັດຖີ້ມ, ພ້ອມປັບໃໝ ແລະ ປະຕິບັດຕາມລະ ບຽບກົດໝາຍຢ່າງເຂັ້ມງວດ.
ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ