ຮຸ່ງເຊົ້າຂອງວັນທີ 1 ມິຖຸນາ, ຟາດຊິດເຢຍລະມັນ ໄດ້ປິດລ້ອມ ໝູ່ບ້ານ Li-đi- xơ ຂອງແຊກບີ, ພວກເຂົາໄດ້ຈັບເອົາເດັກນ້ອຍຊາຍ 173 ຄົນ ແລະ ເດັກນ້ອຍຍິງ 196 ຄົນ.
ພວກເຂົາໄດ້ຂ້າປະຊາຊົນ 66 ຄົນຢ່າງທາລຸນ ແລະ ນຳເອົາເດັກນ້ອຍ 104 ຄົນໄປເຂົ້າສູນ, ໃນນັ້ນ 88 ຄົນ ຖືກພວກເຂົາເອົາໄປຂັງໄວ້ ໃນຫ້ອງແລ້ວໃສ່ຢາເບື່ອຕາຍ, 9 ຄົນຖືກນຳເອົາໄປເປັນລູກແຫຼ້ງຕີນມືໃຫ້ພວກຟາດຊິດ. ບ້ານດັ່ງກ່າວ ບໍ່ມີຮອດເງົາຄົນເລີຍ.
ສອງປີຜ່ານໄປ, ວັນທີ 10 ມິຖຸນາ 1944, ພວກທະຫານ ຟາດຊິດ ເຢຍລະມັນ ໄດ້ ປິດລ້ອມຕົວເມືອງ Ô-ra- đua ຂອງຝຼັ່ງ, ພວກເຂົາໄດ້ກວາດຕ້ອນເອົາ ປະຊາຊົນ 400 ຄົນເຂົ້າໄປໃນໂບດ ແຫ່ງ ໜຶ່ງ. ໃນນັ້ນ, ມີແມ່ຍິງຫຼາຍ ຄົນ ແລະ ມີເດັກນ້ອຍຫຼາຍກວ່າ 100 ຄົນ, ແລ້ວພວກເຂົາກໍເອົາໄຟເຜົາໂບດຢ່າງ ໂຫດຮ້າຍສາມານ.
ເພື່ອລະນຶກເຖິງວັນເດັກນ້ອຍທີ່ບໍ່ມີໂທດກຳຫຍັງຖືກພວກ ຟາດຊິດ ຂ້າຕາຍນັ້ນ, ປີ 1949 ສະຫະພັນແມ່ຍິງປະຊາທິປະໄຕສາກົນ ຈຶ່ງໄດ້ຕົກ ລົງເອົາວັນທີ 1 ມີຖຸນາແຕ່ ລະປີເປັນວັນປົກປ້ອງເດັກ ນ້ອຍ, ເພື່ອຮຽກຮ້ອງໃຫ້ລັດ ຖະບານຂອງແຕ່ລະປະເທດ ຕ້ອງປົກປ້ອງ ແລະ ຮັບປະ ກັນຊີວິດການເປັນຢູ່ຂອງເດັກ ນ້ອຍ, ຮຽກຮ້ອງໃຫ້ຕັດງົບ ປະມານດ້ານການທະຫານ ລົງເພີ່ມງົບປະມານດ້ານການ ສຶກສາ, ປົກປ້ອງ ແລະ ດູແລ ເດັກ. ນັບແຕ່ປີ 1950 ເປັນຕົ້ນ ມາ, ວັນທີ 1 ມິຖຸນາ ໄດ້ກາຍ ເປັນວັນເດັກນ້ອຍສາກົນ.
ໃນເບື້ອງຕົ້ນ, ວັນເດັກ ນ້ອຍສາກົນ ວັນທີ 1 ມິຖຸນາ ມີພຽງແຕ່ບາງປະເທດສັງ ຄົມນິຍົມເທົ່ານັ້ນທີ່ຈັດຕັ້ງສະ ເຫຼີມສະຫຼອງ ແລະ ຖືວັນດັ່ງ ກ່າວເປັນວັນຂອງເດັກນ້ອຍ ເຊັ່ນ: ຈີນ, ໂຊວຽດ(ເກົ່າ).
ວັນເດັກນ້ອຍສາກົນໃນໂລກ.
ປີ 1954, ເພື່ອສົ່ງເສີມໃຫ້ບັນດາປະເທດຕ່າງໆລະນຶກເຖິງເດັກນ້ອຍ ແລະ ປົກ ປ້ອງສິດຜົນປະໂຫຍດຂອງ ເດັກນ້ອຍ. ສະຫະປະຊາຊາດ ຈຶ່ງໄດ້ຮຽກຮ້ອງໃຫ້ເດັກນ້ອຍໃນທົ່ວໂລກ ຈັດໃສ່ວັນທີ 20 ພະຈິກ ແຕ່ລະປີ. ເພາະວ່າ, ໃນວັນທີ 20 ນັ້ນໄດ້ມີ ຫຼາຍເຫດການເກີດກັບເດັກນ້ອຍເຊັ່ນ:
ຖະແຫຼງການກ່ຽວກັບສິດທິຂອງເດັກ(1959), ກົດບັດກ່ຽວກັບສິດ ທິຂອງ ເດັກທີ່ໄດ້ເຊັນໃນວັນດຽວກັນນັ້ນ ປີ1989, ມີຫຼາຍ ກວ່າ 191 ປະເທດໃຫ້ສັດຕະ ຍາບັນ.
ເຖິງວ່າ, ສະຫະປະຊາຊາດ ຈະກຳນົດເອົາມື້ວັນທີ 20 ພະຈິກ ເປັນວັນເດັກນ້ອຍ ສາກົນກໍຕາມ ແຕ່ສະຫະປະຊາຊາດ ໄດ້ອະນຸຍາດໃຫ້ແຕ່ ລະຊາດ ທີ່ເປັນສະມາຊິກສາ ມາດສະເຫຼີມສະຫຼອງວັນເດັກນ້ອຍສະເພາະຂອງປະເທດ ໃຜລາວໄດ້ ແລະ ມີ ຊາດຈຳ ນວນໜຶ່ງສະເຫຼີມສະຫຼອງ ໃສ່ວັນທີ 20 ພະຈິກຂອງ ແຕ່ ລະປີເຊັ່ນ: ການາດາ, ອົສຕາລີ, ປາກິດສະຖານ, ເອຢິບ…
ແຫຼ່ງຂໍ້ມູນ: ໜັງສືພິມລາວພັດທະນາ