ຄະນະຊ່ຽວຊານເອກກະລາດ ໄດ້ສຶກສາສາເຫດການແຕກພັງ ໂດຍການອີງໃສ່ການສຶກສາຄົ້ນຄວ້າ ຂໍ້ມູນທີ່ໄດ້ຮັບຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ໄດ້ລົງກວດກາສະພາບຄວມມເປັນຈິ່ງ ຢູ່ພາກສະໜາມນັບຕັ້ງແຕ່ ເດືອນສິງຫາ 2018 ເປັນຕົ້ນມາ.
ພ້ອມທັງຜົນຂອງການສຳຫລວດທາງ ທໍ ລະນີເຕັກນິກ ໄດ້ແນະນຳໃຫ້ສຳຫລວດຄືນ ພາຍຫລັງການແຕກພັງຂອງເຂື່ອນກັນນໍ້າ D ແລະ ໄດ້ສົ່ງບົດລາຍງານສະບັບສຸດທ້າຍ ລົງວັນທີ 20 ມີນາ 2019, ກ່ຽວກັບຜົນການສືບສວນ-ສອບສວນ ຫາສາເຫດການແຕກພັງຂອງຄູກັຍນໍ້າ D ຂອງເຄື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ຈຶ່ງໄດ້ຂໍແຈ້ງຜົນການກວດກາສາເຫດຂອງການແຕກພັງຂອງຄູກັນນໍ້າ D ທີ່ຄະນະຊ່ຽວຊານເອກກະລາດ ໄດ້ສະຫລຸບໃນບົດລາຍງານສຸດທ້າຍຂອງຕົນດັ່ງຕໍ່ໄປນີ້:
ການແຕກພັງຂອງຄູກັນນໍ້າ D ໄດ້ເກີດຂຶ້ນ ໃນວັນທີ 23 ກໍລະກົດ 2018 ຊຶ່ງຢູ່ໃນໄລຍະເກັບກັກນໍ້າເຂົ້າອ່າງ ເຖິງແມ່ນວ່າມີຝົນຕົກຕິດຕໍ່ກັນຫລາຍວັນກ່ອນມື້ຄູກັນນໍ້າແຕກພັງກໍ່ຕາມ ແຕ່ໃນເວ ລາການແຕກພັງໄດ້ເລີ້ມຕົ້ນຂືຶ້ນນັ້ນ ລະດັບນໍ້າໃນອ່າງເກັບນໍ້າຍັງຕ່ຳກ່າວລະດັບສັນເຂື່ອນຫລາຍ, ສະ ນັ້ນບໍ່ສາດມາດເອີ້ນເຫດການແຕກພັງຄັ້ງນີ້ ວ່າເປັນເຫດສຸດວິໄສ ( Force Majeure) ຕາມທີ່ກຳນົດໄວ້ໃນສັນຍາສຳປະທານ.
ຄະນະຊ່ຽວຊານເອກກະລາດກວດພົບວ່າ:
ສາເຫດຕົ້ນຕໍຂອງການແຕກພັງ ແມ່ນກ່ຽວຂ້ອງກັບຄວາມສາມາດ ໃນການຊຶມນໍ້າສູງຂອງຮາກຖານຂອງເຂື່ອນກັນນໍ້າ ປະກອບກັບຊັ້ນດິນທີ່ສາມາດຖືກກັດເຊາະໄດ້ງ່າຍ ໂດຍສະເພາະ ປະກົດມີຮູທໍ່ນ້ອຍໆ ທີ່ມີການເຊື່ອມຕໍ່ຊຶ່ງກັນ ແລະ ກັນ ໃນຊັ້ນດິນ, ທີ່ໄປພ້ອມກັບການເພີ່ມຂຶ້ນຂອງລະດັບນໍ້າ ໃນໄລຍະການເກັບກັກນໍ້າໃນອ່າງ, ກະແສການຊຶມຂອງນໍ້າຕາມເສັ້ນທາງໄຫລຂອງນໍ້າ ຕາມທາງນອນກໍ່ເລີ່ມຂຶ້ນໃນຮາກຖານ ບວກກັບຄວາມສາມາດໃນການຊຶມຂອງນໍ້າສູງໃນດິນ.
ປະກົດການນີ້, ໄດ້ສົ່ງຜົນໃຫ້ມີການກັດເຊາະພາຍໃນຮາກຖານ ແລະ ເຮັດໃຫ້ດິນລາເຕຣິດ (Laterite) ອ່ອນໂຕລົງ.
ເມື່ອການກັດເຊາະ ແລະ ອ່ອນໂຕຂອງຮາກຖານ ເຖິງຂັ້ນໃດໜຶ່ງ, ຄວາມສະເຖຍລະພາບຂອງເຂື່ອນຈຶ່ງບໍ່ສາ ມາດຮັບປະກັນໄດ້ອີກຕໍ່ໄປ ແລະ ການເລື່ອນຖະໄຫລເລິກແບບໜູນ (Deep rotational sliding) ໄດ້ເລີ່ມຕົ້ນຂຶ້ນ ທີ່ບ່ອນສູງສຸດຂອງເຂື່ອນກັນນໍ້າ, ໃນທີ່ສຸດກໍ່ນຳໄປສູ່ການແຕກພັງ ທັງໝົດຂອງຄູກັນນໍ້າ D ແລະ ຊັ້ນຮາກຖານ ຊຶ່ງເຮັດໃຫ້ມ່ວນນໍ້າມະຫາສານ (ທີ່ມີຄວາມສາມາດທຳລາຍສູງ ແລະ ບໍ່ສາມາດຄວບຄຸມໄດ້) ໄດ້ໄຫລອອກຈາກອ້າງເກັບນໍ້າ, ຮາກຖານຂອງຄູກັນນ້ຳ D ແມ່ນກ່ຽວຂ້ອງກັບການແຕກພັງໃນຄັ້ງນີ້.
ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ