Sunday, May 25, 2025
Kbank Laos โอน รับ จ่าย

ສລຍ ຈັດງານເທດສະການສົ່ງເສີມການພັດທະນາທຸລະກິດໃນ ສປປ ລາວ

ບໍ່ດົນຜ່ານມານີ້, ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ (ສລຍ) ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດງານເທດສະ ການສົ່ງເສີມການພັດທະນາທຸລະກິດໃນ ສປປ ລາວ, ໂດຍການເປັນປະທານຂອງທ່ານ ສຈ. ປອ. ສົມສີ ຍໍພັນໄຊ ວ່າການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ມີທ່ານ ສາ ສິຣິພົງ ຮອງຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະກາງ, ມີຜູ້ຕາງໜ້າຈາກສະຖານທູດຍີ່ປຸ່ນປະຈຳລາວ, ອົງການໄຈກາ ປະຈຳລາວ, ອົງການໄອໂລ, ຜູ້ອຳນວຍການ-ຮອງຜູ້ອຳນວຍການ ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ, ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ.

ການຈັດງານໃນຄັ້ງນີ້ແມ່ນເປັນການຮ່ວມມືລະຫວ່າງ ມະຫາວິທະຍາໄລແຫ່ງຊາດ ຮ່ວມກັບ ຫຼາຍພາກສ່ວນເປັນຕົ້ນກໍແມ່ນອົງການໄອໂລ. ໂດຍມີຈຸດປະສົງແນໃສ່ເພື່ອເສີມຂະຫຍາຍຈິດສຳນຶກຂອງການລິເລີ່ມເປັນຜູ້ປະກອບການຮຸ່ນໃໝ່ (Start Up).

ພ້ອມນັ້ນ, ພາຍໃນງານ ຜູ້ເຂົ້າຮ່ວມຍັງມີໄດ້ຮັບຮູ້ເຖິງພຶ້ນຖານກ່ຽວກັບການທີ່ຈະລິເລີ່ມເປັນຜູ້ປະກອບການ, ການພັດທະນາແຜນທຸລະກິດ ແລະການວາງແຜນທຸລະກິດ ໂດຍການໃຫ້ຄຳແນະນຳຈາກຜູ້ຊ່ຽວຊານຂອງອົງການໄອໂລ. ການຈັດງານດັ່ງກ່າວ ແມ່ນດຳເນີນໄປເປັນເວລາ 1 ວັນເຕັມ.

ແຫຼ່ງຂໍ້ມູນ: ມະຫາວິທະຍາໄລແຫ່ງຊາດ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

“ຜ້າໄໝລາວ” ການອະນຸລັກ ແລະ ການປ່ຽນແປງ

ການອະນຸລັກ “ຜ້າໄໝລາວ” ມີຄວາມໝາຍວ່າ ລວດລາຍສີໄມ້ລາຍມືໃນຜືນຜ້າໃໝລາວ ຂອງບັນດາຊົນເຜົ່າຊາດລາວຕັ້ງແຕ່ເດີມມາເຖິງປັດຈຸບັນ ແມ່ນໄດ້ກາຍເປັນວັດທະນະທຳລາວມາແຕ່ບູຮານນະການ ຈຶ່ງຕ້ອງໄດ້ ອະນຸລັກ ແລະ ປົກປ້ອງຮັກສາໄວ້ໃຫ້ຄົງຢູ່ຢ່າງເປັນນິລັນດອນ ເຊິ່ງໄດ້ກາຍເປັນເອກະລັກຂອງຜ້າໄໝລາວ.

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.