ພາກວິຊາສ້າງຄູພາສາລາວ-ວັນນະຄະດີຈັດງານແຂ່ງຂັນໂຕ້ວາທີ ພາຍໃຕ້ຫົວຂໍ້ “ນະວັດຕະກໍາ ນໍາສ້າງສັນ ທັນສະໄໝ” ຄັ້ງທີ 2

ພາກວິຊາສ້າງຄູພາສາລາວ-ວັນນະຄະດີ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດງານແຂ່ງຂັນໂຕ້ວາທີ ພາຍໃຕ້ຫົວຂໍ້ “ນະວັດຕະກໍາ ນໍາສ້າງສັນ ທັນສະໄໝ” ຄັ້ງທີ 2 ຂຶ້ນທີ່ ຫ້ອງປະຊຸມ ສະໂມສອນ ມະຫາວິທະຍາໄລແຫ່ງຊາດ.

ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ປທ.ວິຊຽນ ທອງທະວີ ຮອງຄະນະບໍດີ ຄະນະສຶກສາສາດ, ມີບັນດາຫົວໜ້າພະແນກ, ຮອງພະແນກ, ຫົວໜ້າພາກວິຊາ, ພະນັກງານອາວຸໂສ, ແຂກທີ່ຖືກເຊີນ ພະນັກງານ, ຄູ-ອາ ຈານ ແລະນັກສຶກສາເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ປທ. ວິຊຽນ ທອງທະວີ ໄດ້ຂຶ້ນກ່າວເປີດພິທີ ທ່ານໄດ້ກ່າວບາງຕອນວ່າ:

ພາສາລາວແມ່ນຜະລິດຕະພັນອັນໜຶ່ງຂອງຊາດລາວ ທັງເປັນພາຫະນະໃນການສຶ່ສານຂອງຄົນເຮົາໃນສັງຄົມ.

ດັ່ງນັ້ນ, ເພື່ອເປັນການອະນຸລັກ ແລະສົ່ງເສີມໄວ້. ພາກວິຊາສ້າງຄູພາສາລາວ-ວັນນະຄະດີ ຈຶ່ງຈັດງານການແຂ່ງ ຂັນຄັ້ງນີ້ຂຶ້ນ ໂດຍມີຈຸດປະສົງແນໃສ່ສົ່ງເສີມທັກສະການນໍາໃຊ້ພາສາລາວ, ເຝິກການເວົ້າວາທະສິນ ທັງເປັນການທົດສອບຄວາມຮູ້ ຄວາມສາມາດໃນການໂຕ້ວາທີຂອງນັກສຶກສາ ທັງນີ້ກໍເພື່ອເປັນການປົກປັກຮັກສາວັດທະນະທໍາອັນລໍ້າຄ່າຂອງຊາດ ໂດຍສະເພາະແມ່ນພາສາລາວ.

ພ້ອມນັ້ນການຈັດການແຂ່ງຂັນດັ່ງກ່າວ ຍັງເປັນການສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກຮາກຖານ ຄະນະສຶກສາສາດ ອີກດ້ວຍ.

ການແຂ່ງຂັນດັ່ງກ່າວ, ປະກອບມີ 4 ທີມ: ມີທີມສາມໃບອ່ອນ, ທີມຍຸກໃໝ່ຫົວໃຈ 4G, ທີມສັງສິນໄຊ ແລະທີມມາກັບພຣະ. ການແຂ່ງຂັນແມ່ນແບ່ງອອກເປັນ 2 ສາຍ ໂດຍຄັດເອົາທີມທີ່ຊະນະເຂົ້າໄປພົບກັນໃນຮອບສຸດທ້າຍ.

ຜ່ານການແຂ່ງຂັນ ຜົນປະກົດວ່າທີມຊະນະເລີດໄດ້ແດ່: ທີມມາກັບພຣະ ຜ່ານຫົວຂໍ້ “ສິບຜູ້ຮູ້ ບໍ່ທໍ່ຜູ້ເຄີຍ” ທີມຊະນະເລີດແມ່ນໄດ້ຮັບຂັນລາງວັນໄປຄອງ.

ໃນແຂ່ງຂັນໃນຄັ້ງນີ້ແມ່ນໄດ້ຮັບການສະໜັບສະໜູນຈາກຫຼາຍພາກສ່ວນ ໂດຍສະເພາະແມ່ນ ທະນາຄານການຄ້າຕ່າງປະເທດລາວ, ຮ້ານຂາຍປຶ້ມດີບຸກ, ສວນພູໄທທິລະ ແລະພາກສ່ວນອື່ນໆອີກດ້ວຍ.

ແຫຼ່ງຂໍ້ມູນ: ເວບໄຊມະຫາວິທະຍາໄລແຫ່ງຊາດ (www.nuol.edu.la)

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...