ຢືນຢັນ! ປູກໄມ້ປີນີ້ຂະແໜງທີ່ກ່ຽວຂ້ອງ ຈະເພີ່ມຄວາມເຂັ້ມງວດໃນການບົວລະບັດຮັກສາ

56811896 – plant growing from in hand

ຫົວໜ້າກົມປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ໃຫ້ສໍາພາດວ່າ: ເພື່ອສ້າງຂະບວນການ ເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດປີນີ້ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ວາງຄາດໝາຍໄວ້ວ່າທົ່ວປະເທດຈະປູກໄມ້ໃຫ້ໄດ້ທັງໝົດ 10 ພັນເຮັກຕາ ແລະ ຟື້ນຟູປ່າທໍາມະຊາດໃຫ້ໄດ້ 5 ແສນເຮັກຕາ ແລະ ເພື່ອບັນລຸຄາດໝາຍດັ່ງກ່າວ ກໍໄດ້ສົມທົບກັບອົງການປົກຄອງທ້ອງຖິ່ນໃນທົ່ວປະເທດ ກະກຽມ ແລະ ກ້າເບ້ຍໄມ້ໄວ້ແລ້ວ 22 ລ້ານກວ່າເບ້ຍ ແລະ ຈະເລັ່ງໃຫ້ການບົວລະບັດຮັກສາໄມ້ປູກໃໝ່ມີປະສິດທິຜົນກວ່າເກົ່າ.

ສະເພາະວັນທີ 1 ມິຖຸນາ ຊຶ່ງເປັນວັນປູກໄມ້ແຫ່ງຊາດ ນີ້, ກະຊວງກະສິກໍາ ແລະ ປ່າໄມ້ ຈະໄດ້ຮ່ວມກັບ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ນະຄອນຫຼວງວຽງຈັນ ຈັດພິທີປູກໄມ້ ຢູ່ສວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍ ໃນເນື້ອທີ່ 5 ເຮັກຕາ.

ໃນແຜນຈະປູກໄມ້ຢູ່ສວນດັ່ງກ່າວທັງໝົດ 50 ເຮັກຕາ ເພື່ອຟື້ນຟູ່ສະພາບປ່າໄມ້ຢູ່ສວນດັ່ງກ່າວ ໃຫ້ມີຄວາມດົກໜາ ແລະ ອຸດົມສົມບູນໄປດ້ວຍຊະນິດໄມ້ພື້ນເມືອງ ແລະ ພັນໄມ້ນາໆຊະນິດ ແນໃສ່ສ້າງສວນແຫ່ງນີ້ກາຍເປັນສະຖານທີ່ສຶກສາຄົ້ນຄວ້າດ້ານປ່າໄມ້, ເປັນແຫຼ່ງພັນໄມ້, ເປັນເຂດສຶກສານິເວດວິທະຍາ, ທັງເປັນແຫຼ່ງທ່ອງທ່ຽວທໍາມະຊາດ ແລະ ເປັນບ່ອນພັກຜ່ອນຢ່ອນໃຈຂອງສັງຄົມໃນອະນາຄົດ.

Hands holding and caring a green young plant

ທ່ານຫົວໜ້າກົມປ່າໄມ້ຍອມຮັບວ່າ: ການປູກໄມ້ໃນໄລຍະຜ່ານມາ ຍັງບໍ່ມີປະສິດທິຜົນເທົ່າທີ່ຄວນ ຍ້ອນງົບປະມານມີຈໍາກັດ, ປູກແລ້ວບໍ່ມີງົບປະມານໃນການບົວລະບັດຮັກສາ ແລະ ໂດຍບໍ່ໄດ້ມອບໝາຍໃຫ້ບຸກຄົນຮັບຜິດຊອບ.

ດັ່ງນັ້ນໃນຕໍ່ໜ້ານີ້, ກະຊວງຈະເພີ່ມຄວາມເອົາໃຈໃສ່ໃນການບົວລະບັດຮັກສາຕົ້ນໄມ້ທີ່ປູກໄປແລ້ວນັ້ນ ຄື: ມອບຄວາມຮັບຜິດຊອບໃຫ້ບຸກຄົນ ຫຼືພາກສ່ວນຮັບຜິດຊອບຢ່າງຂາດຕົວ ເຊັ່ນ: ຢູ່ສວນພຶດສາສາດ ຊຶ່ງໄດ້ມີການແຕ່ງຕັ້ງຄະນະຮັບຜິດຊອບບົວລະບັດຮັກສາເລີ່ມແຕ່ມື້ປູກຈົນຮອດຕົ້ນໄມ້ລອດຕາຍ.

ນອກຈາກເບື້ອງລັດຈະຮັບຜິດຊອບໃນສ່ວນປູກແລ້ວ, ຍັງຈະສົ່ງເສີມໃຫ້ບໍລິສັດ, ຜູ້ປະກອບການ ແລະ ປະຊາຊົນມີສ່ວນຮ່ວມ ໃນການສ້າງຂະບວນການປູກໄມ້ ແລະ ປົກປັກຮັກສາປ່າໄມ້ ເພື່ອກ້າວໄປສູ່ການນໍາໃຊ້ໄມ້ປູກເທື່ອລະກ້າວ. ຊຶ່ງໃນລະຍະຜ່ານມາທາງກົມປ່າໄມ້ໄດ້ມີການສໍາຫຼວດເນື້ອທີ່ດິນໃນຂອບເຂດທົ່ວປະເທດ ແລະ ຮູ້ແລ້ວວ່າປ່າເຂດໃດສາມາດຟື້ນຟູໄດ້ດ້ວຍຕົວມັນເອງ ແລະ ເຂດໃດທີ່ຊຸດໂຊມເປັນພູປອກໂລ້ນເພື່ອຈະມີແຜນປູກໄມ້ໃຫ້ຫຼາຍຂຶ້ນ.

ແຫຼ່ງຂໍ້ມູນ: ໜັງສືພິມລາວພັດທະນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...