ຊັບພະຍາກອນປ່າໄມ້:
ຜົນການສຳຫຼວດປ່າໄມ້ ປີ 1989 ໄດ້ຢັ້ງຢືນຢ່າງເປັນທາງການວ່າ ສປປ ລາວ ມີເນື້ອທີ່ປ່າໄມ້ ປະມານ 47% ຫຼື ປະມານ 11,2 ລ້ານ ເຮັກຕາ. ມີປ່າສະຫງວນແຫ່ງຊາດ 20 ແຫ່ງ, ເຂດເຊື່ອມຕໍ່ 2 ເຂດ, ປ່າສະຫງວນຂອງແຂວງ 57 ແຫ່ງ, ປ່າສະຫງວນຂອງເມືອງ 144 ແຫ່ງ, ປ່າປ້ອງກັນ
ຂອງແຂວງ 23 ແຫ່ງ ແລະ ປ່າປ້ອງກັນຂອງເມືອງ 52 ແຫ່ງ ເຮັດໃຫ້ທົ່ວປະເທດ ມີເນື້ອທີ່ປ່າອະນຸລັກ ທັງໝົດ 5,3 ລ້ານເຮັກຕາ ຫຼື 22,6 % ຂອງເນື້ອທີ່ທັງໝົດຂອງປະເທດ. ຊັບພະຍາກອນປ່າໄມ້ ມີບົດບາດສຳຄັນ ຕໍ່ການສ້າງລາຍຮັບຂອງປະເທດ, ເປັນແຫຼ່ງສະບຽງອາຫານ ແລະ ແຫຼ່ງລາຍໄດ້ເພີ່ມຂອງຄອບຄົວຊາວຊົນນະບົດ.
ຊີວະນາໆພັນ:
ສປປ ລາວ ເປັນປະເທດໜຶ່ງ ທີ່ມີຄວາມອຸດົມສົມບູນ ທາງດ້ານຊີວະນາໆພັນ ໂດຍມີພັນພຶດ ແລະ ພັນສັດ ຢ່າງຕ່ຳ 8.100 ຊະນິດ, ໃນນີ້ມີ: ສັດເລືອຄານແລະ ເຄີ່ງບົກເຄີ່ງນ້ຳ 166 ຊະນິດ, ນົກ 700 ຊະນິດ ແລະ ສັດລ້ຽງລູກດ້ວຍນ້ຳນົມ 11 ຊະນິດ, ປາ ຈຳນວນ 87 ຕະກຸນ.
ສປປ ລາວ ເປັນສູນກາງແຫຼ່ງກຳເນີດຂອງເຂົ້າໜຽວ ແຫ່ງສຳຄັນອັນດັບທີ່ 2 ຂອງໂລກ ທີ່ມີແນວພັນເຂົ້າພື້ນເມືອງ ຫຼາຍກ່ວາ 13.000 ຊະນິດ. ນອກນີ້ ກໍ່ຍັງມີຊັບພະຍາກອນແຮ່ທາດ ທີ່ຍັງບໍ່ທັນໄດ້ຂຸດຄົ້ນຢ່າງຫຼວງຫຼາຍ, ມີແຫຼ່ງທຳມະຊາດ ທີ່ງົດງາມ, ມີ ສະຖານທີ່ປະຫວັດສາດ ແລະ ວັດທະນະທຳ ທີ່ມີຊື່ສຽງຫຼາຍແຫຼ່ງ ແລະ ອື່ນໆ.
ປະເທດໄດ້ແບ່ງເຂດບໍລິຫານເປັນ 16 ແຂວງ 1 ນະຄອນຫຼວງ ແລະ 1 ເຂດພິເສດ, ມີທັງໝົດ 445.000 ຄົວເຮືອນ ໃນ 11.500 ບ້ານ ມີພົນລະເມືອງທັງໝົດ ປະມານ 5.8000.000 ຄົນ (ປີ 2005).
ພາກເຫນືອ: ປະກອບມີແຂວງ ບໍ່ແກ້ວ, ຫົວພັນ, ຫລວງນ້ຳທາ, ຫລວງພະບາງ, ອຸດົມໄຊ, ຜົ້ງສາລີ, ໄຊຍະບູລີ ແລະ ຊຽງຂວາງ (8ແຂວງ)
ພາກກາງ: ປະກອບມີ ແຂວງວຽງຈັນ, ເຂດພິເສດໄຊສົມບູນ, ນະຄອນຫລວງວຽງຈັນ, ຄຳມ່ວນ,ບໍລິຄຳໄຊ ແລະ ສະຫວັນນະເຂດ(4ແຂວງ 1ນະຄອນຫລວງ ແລະ 1 ເຂດພິເສດໄຊສົມບູນ)
ພາກໃຕ້: ປະກອບມີ ແຂວງ ອັດຕະປື, ຈຳປາສັກ, ສາລະວັນ ແລະ ເຊກອງ(4ແຂວງ)
ການຍພັດທະນາຕາມເຂດແຄ້ວນ
ການພັດທະນາເຂດທົ່ງພຽງ:
ນະໂຍບາຍ: ສົ່ງເສີມການຜະລິດ ເຮັດໃຫ້ການຜະລິດມີການຂະຫຍາຍຕົວ ດ້ວຍຈັງຫວະທິ່ຫນັກແຫນ້ນ ຢູ່ເຂດທົ່ງພຽງ ລຽບຕາມແມ່ນ້ຳຂອງ ເພື່ອຮັບປະກັນສະບຽງອາຫານ ແລະ ຍູ້ແຮງການຜະລິດ ສິນຄ້າດ້ານ ກະສິກຳ, ການລ້ຽງສັດ, ການລ້ຽງປາ ເພື່ອສະຫນອງໃຫ້ແກ່ການຊົມໃຊ້ພາຍໃນ ແລະ ເປັນຂາອອກ.
ຍຸດທະສາດ: ພັດທະນາ, ຟື້ນຟູ ແລະ ຂະຫຍາຍ ລະບົບຊົນລະປະທານ, ສ້າງຄວາມແຂ້ມແຂງໃຫ້ຊຸມຊົນ ໃນການຄຸ້ມຄອງນຳໃຊ້ ລະບົບຊົນລະປະທານ, ປັບປຸງລະບົບການຜະລິດກະສິກຳ, ເຮັການຜະລິດແບບສຸມ, ຍົກຜະລິດຕະພາບການປູກຝັງ, ການລ້ຽງສັດ ແລະ ການລ້ຽງປາ. ຊຸກຍູ້ການລົງ ທືນທຸກພາກສ່ວນເສດຖະກິດ, ນຳໃຊ້ເຕັກນິກຫລັງການເກັບກ່ຽວ ແລະ ສົ່ງເສີມການປຸງແຕ່ງຜະລິດຕະພັນ ກະສິກຳ ຂະຫນາດນ້ອຍ ແລະ ຂະຫນາດກາງ ເພື່ອເພີ້ມມູນຄ່າ.
ຍຸດທະສາດສະເພາະດ້ານຄວນເນັ້ນຫນັກໃສ່: ນຳໃຊ້ຊົນລະປະທານທີ່ໄດ້ສ້າງຂື້ນ ຢ່າງມີປະສິດທິຜົນ ສູງ, ສ້າງຄວາມແຂັ້ມແຂງໃຫ້ຊົມຊົນ ໃນການຄຸ້ມຄອງນຳໃຊ້ລະບົບຊົນລະປະທານ, ປັບປຸງລະບົບການຜະລິດ ກະສິກຳ ທີ່ບໍ່ທຳລາຍສະພາບເວດລ້ອມ ໂດຍການຳໃຊ້ເຕັກນິກ ປ້ອງກັນພືດແບບປະສົມປະສານ ແລະ ການຜະລິດກະສິກຳອິນຊີ, ເຮັດການຜະລິດແບບສຸມ, ຄົ້ນຄ້ວານຳໃຊ້ທົດລອງ, ທົດສອບສາທິດແບບບຸລິມະສິດ, ເລືອກເຟັ້ນເອົາຕິກນິກທີ່ເຫມາະສົມໃນເຂດຕ່າງໆ ເພື່ອຂະຫຍາຍອອກສູ່ ທາງກວ້າງ, ສົ່ງເສີມການນຳໃຊ້ແນວພັນພືດ, ກໍ່ສ້າງພະນັກງານລະດັບຕ່າງໆ ໂດຍສະເພາະພະນັກງານ ສົ່ງເສິມລະດັບເມືອງ, ນັກວິຊາການສະເພາະດ້ານຂອງແຂວງ ເພື່ອການສົ່ງເສີມຊາວກະສິກອນ ຕາມຄວາມຕ້ອງການຂອງເຂົາເຈົ້າ. ຊຸກຍູ້ການຜະລິດສິນຄ້າ ເພື່ອຄ້າຂາຍຕາມຊາຍແດນ ກັບປະເທດໃກ້ຄຽງ, ປັບປຸງອອກລະບຽບການ ໃນການດຳເນີນທຸລະກິດ, ສົ່ງເສີມດ້ານການຕະຫລາດ ຕາມກົນໄກຕະຫລາດ ທີ່ມີຫລັກການ.
ແຫຼ່ງຂໍ້ມູນ: ກະຊວງກະສິກຳ ແລະ ປ່າໄມ້