Thursday, May 15, 2025
Kbank Laos โอน รับ จ่าย

4 ສາເຫດຫຼັກ ເຮັດໃຫ້ຄ່າຄອງຊີບຢູ່ ນະຄອນຫຼວງວຽງຈັນ ສູງກວ່າປະເທດອ້ອມຂ້າງ

ຄ່າຄອງຊີບທີ່ສູງ ຜູ້ດຳລົງຊີວິດຢູ່ໃນນະຄອນຫຼວງວຽງຈັນ ຕ້ອງມີລາຍຮັບຂັ້ນຕ່ຳ 1,85 ລ້ານກີບຕໍ່ເດືອນ ຈຶ່ງສາມາດປະຄອງຕົວຢູ່ໄດ້; ສາເຫດຫຼັກແມ່ນເກີດຈາກສິນຄ້າທີ່ຈຳໜ່າຍຢູ່ທ້ອງຕະຫຼາດຍັງເພິ່ງການນຳເຂົ້າ, ສ່ວນການຜະລິດຢູ່ພາຍໃນຍັງມີໜ້ອຍ, ສິນຄ້າທີ່ຜະລິດເອງມີລາຄາທີ່ແພງ.

ອີງຕາມບົດຄົ້ນຄວ້າຫຍໍ້ ດ້ານນະໂຍບາຍຂອງສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກຳ ແລະ ການຄ້າ ກ່ຽວກັບຄ່າຄອງຊີບຢູ່ນະຄອນຫຼວງວຽງຈັນ (ນວ) ພົບວ່າ: ຄ່າຄອງຊີບຂັ້ນຕ່ຳຢູ່ນະຄອນຫຼວງວຽງຈັນ ມີຄ່າສະເລ່ຍປະມານ 1,85 ລ້ານກີບຕໍ່ເດືອນ. ໃນນັ້ນ, ລວມມີຄ່າອາຫານ 9 ແສນກີບຕໍ່ຄົນຕໍ່ເດືອນ, ຄ່າທີ່ພັກອາໄສ 3 ແສນກີບ, ຄ່ານ້ຳມັນເຊື້ອໄຟ 150.000 ກີບຕໍ່ຄົນຕໍ່ເດືອນ ແລະ ຄ່າໃຊ້ຈ່າຍອື່ນໆໃນການດຳລົງຊີວິດປະຈຳວັນ.

ບົດຄົ້ນຄວ້າດັ່ງກ່າວໄດ້ກຳນົດກຸ່ມຕົວຢ່າງ ຈຳນວນ 60 ຄົນ ທີ່ເປັນພະນັກງານລັດຖະກອນ, ກຳມະກອນ, ນັກສຶກສາ ໂດຍໄດ້ດຳເນິີນການສຳພາດເຈາະເລິກກຸ່ມຕົວຢ່າງໃນເດືອນກຸມພາ 2019.

ບົດຄົ້ນຄວ້າດັ່ງກ່າວຍັງໄດ້ປຽບທຽບຄ່າຄອງຊີບຢູ່ນະຄອນຫຼວງວຽງຈັນ ສູງກວ່າຄ່າຄອງຊີບຢູ່ນະຄອນຫຼວງບາງກອກ ປະເທດໄທ ເຖິງ 16% ແລະ ສູງກວ່ານະຄອນຫຼວງຮາໂນ້ຍ ສສ ຫວຽດນາມ ເຖິງ 42%.

ສ່ວນສາເຫດທີ່ເຮັດໃຫ້ຄ່າຄອງຊີບຢູ່ນະຄອນຫຼວງວຽງຈັນສູງນັ້ນ ບົດວິໄຈດັ່ງກ່າວໄດ້ວິເຄາະ 4 ສາເຫດຫຼັກ ຄື:

ສາເຫດທີ 1: ໂດຍລວມແລ້ວສິນຄ້າທີ່ນຳມາຈຳໜ່າຍໃນ ສປປ ລາວ ກໍຄືນະຄອນຫຼວງວຽງຈັນ ສ່ວນຫຼາຍນຳເຂົ້າຈາກປະເທດໃກ້ຄຽງ ( ໄທ, ຈີນ, ຫວຽດນາມ ) ເມື່ອມີການນຳເຂົ້າຫຼາຍກວ່າການສົ່ງອອກ ເຮັດໃຫ້ເກີດການຂາດດຸນການຄ້າ. ນອກຈາກນັ້ນ, ຍັງເຮັດໃຫ້ເງິນຕາໄຫຼອອກນອກປະເທດ ສົ່ງຜົນໃຫ້ເກີດມີຄວາມກົດດັນຕໍ່ອັດຕາແລກປ່ຽນ ( ທະນາຄານຂາດເງິນຕາຕ່າງປະເທດ ) ເມື່ອມີການນຳເຂົ້າສິນຄ້າຜູ້ຂາຍຍົກ – ຂາຍຍ່ອຍຈະມີບັນຫາໃນການກຳນົດລາຄາຂາຍ ເຊິ່ງຈະຕ້ອງຄຳນຶງເຖິງຜົນກະທົບຈາກການປ່ຽນແປງຂອງອັດຕາແລກປ່ຽນເງິນຕາຕ່າງປະເທດທີ່ອາດຈະແຂງຄ່າຂຶ້ນ. ດັ່ງນັ້ນ, ເພື່ອປ້ອງກັນຄວາມສ່ຽງເຂົາເຈົ້າຈຶ່ງຕັ້ງລາຄາຂາຍສູງໄວ້.

ສາເຫດທີ 2: ຍ້ອນການຜະລິດຢູ່ພາຍໃນຍັງອ່ອນນ້ອຍ, ຄວາມສາມາດການຜະລິດເພື່ອທົດແທນການນຳເຂົ້າຍັງຕ່ຳ, ຢູ່ ສປປ ລາວ ມີໂຮງງານຜະລິດເຄື່ອງອຸປະໂພກ – ບໍລິໂພກໜ້ອຍ, ທົ່ວນະຄອນຫຼວງວຽງຈັນ ມີໂຮງງານປຸງແຕ່ງອຸດສາຫະກຳ ແລະ ຫັດຖະກຳ 2.930 ແຫ່ງ. ໃນນັ້ນ, ເປັນໂຮງງານຂະໜາດນ້ອຍ ແລະ ກາງ ກວມເອົາ 95% ເມື່ອການຜະລິດພາຍໃນໜ້ອຍ, ນຳໃຊ້ປັດໄຈການຜະລິດບໍ່ເຕັມປະສິດທິພາບ, ຜະລິດປະລິມານໜ້ອຍ, ນຳເຂົ້າວັດຖຸດິບຈາກຕ່າງປະເທດມາຜະລິດ, ເຮັດໃຫ້ຕົ້ນທຶນການຜະລິດສູງ ຈຶ່ງຈຳເປັນຕ້ອງຕັ້ງລາຄາຂາຍໄວ້ສູງ.

ສາເຫດທີ 3: ມີສິນຄ້າ ແລະ ບໍລິການທີ່ພາຍໃນຜະລິດເອງໄດ້ ແຕ່ສິນຄ້າ ແລະ ບໍລິການເຫຼົ່ານັ້ນມີລາຄາສູງ ໂດຍມີຂໍ້ອ້າງອີງໃສ່ຕົ້ນທຶນການຜະລິດ. ນອກຈາກນີ້, ຍັງພົບວ່າເມື່ອມີໂອກາດ ພໍ່ຄ້າ – ແມ່ຄ້າຈະສວຍໂອກາດຂຶ້ນລາຄາເອງປັບຂຶ້ນຕາມໃຈ ເມື່ອເຫັນວ່າສິນຄ້າເລີ່ມຂາດຕະຫຼາດ ແລະ ພາກລັດກໍຍັງບໍ່ມີ ຄວາມເຂັ້ມແຂງໃນການຕິດຕາມ, ຄວບຄຸມລາຄາຢ່າງເປັນປົກກະຕິ ແລະ ທົ່ວເຖິງ ໂດຍສະເພາະແມ່ນໃນໄລຍະເທດສະການ, ບຸນສຳຄັນຕ່າງໆ.

ສາເຫດທີ 4: ການເຮັດໜ້າທີ່ເປັນສື່ກາງແລກປ່ຽນຂອງເງິນກີບຍັງບໍ່ໄດ້ດີເທົ່າທີ່ຄວນ ໃນລະບົບເສດຖະກິດຍັງມີການໃຊ້ເງິນຕາຫຼາຍສະກຸນ, ມີການຕັ້ງລາຄາຂາຍເປັນເງິນຕາຕ່າງປະເທດຢູ່ທົ່ວໄປ ສິ່ງດັ່ງກ່າວນັ້ນມີຜົນຕໍ່ຄວາມໜ້າເຊື່ອຖືຂອງເງິນກີບລາວ. ນອກນນັ້ນ, ໃນລະບົບເສດຖະກິດຂອງ ສປປ ລາວ ການໃຊ້ເງິນກີບມູນຄ່ານ້ອຍ ( ໃບນ້ອຍ ) ເພື່ອທອນຄືນຈາກການຊື້ສິນຄ້າແມ່ນມີໜ້ອຍ ແລະ ບໍ່ມີຄວາມນິຍົມ ເຮັດໃຫ້ສິນຄ້າທີ່ມີມູນຄ່າໜ້ອຍປັບຂຶ້ນລາຄາໃນສັດສ່ວນທີ່ສູງກວ່າຄວາມເປັນຈິງ.

ສຳລັບແນວທາງການແກ້ໄຂ ມີດັ່ງນີ້:

1). ຄຸ້ມຄອງລາຄາສິນຄ້າຢ່າງເປັນລະບົບ ໂດຍມີເປົ້າໝາຍເພື່ອບໍ່ໃຫ້ລາຄາສິນຄ້າປັບຂຶ້ນໄວ, ສິນຄ້າໃດສົມຄວນຫຼຸດລົງໄດ້ກໍຄວນປັບຫຼຸດລົງ ໂດຍພາກລັດຈະເຂົ້າໄປກວດກາຕົ້ນທຶນລາຄາສິນຄ້າ ( ໂຄງສ້າງລາຄາສິນຄ້າ ) ຢ່າງລະອຽດຈາກຕົ້ນທາງຫາປາຍທາງ ໃນຕ່ອງໂສ້ການຜະລິດນະໂຍບາຍດັ່ງກ່າວຈະຊ່ວຍໃຫ້ຜູ້ທີ່ມີລາຍໄດ້ຕ່ຳ ສາມາດຊື້ສິນຄ້າອຸປະໂພກ – ບໍລິໂພກໄດ້ໃນລາຄາທີ່ເໝາະສົມ.

ຄຸ້ມຄອງລາຄາສິນຄ້າ ແລະ ບໍລິການຢ່າງເຂັ້ມງວດຕໍ່ແມ່ຄ້າຊາວຂາຍທີ່ສວຍໂອກາດຂຶ້ນລາຄາໂດຍບໍ່ມີເຫດຜົນ, ອອກລະບຽບຕັ້ງລາຄາສິນຄ້າ ແລະ ບໍລິການໃຫ້ເປັນເສດເປັນໜ່ວຍ, ເອົາເງິນກີບໃບນ້ອຍທີ່ຜະລິດຜ່ານມາກັບມາໃຊ້ຄືນ, ສົ່ງເສີມຕັ້ງລາຄາສິນຄ້າ ແລະ ບໍລິການລາຄາຕ່ຳໃນສິນຄ້າທີ່ຄົນລາວຜະລິດເອງໄດ້ ແລະ ມີຕົ້ນທຶນບໍ່ສູງ.

2). ສົ່ງເສີມການຜະລິດສິນຄ້າພາຍໃນໃຫ້ສູງຂຶ້ນ ເພື່ອໃຫ້ມີສິນຄ້າ ແລະ ບໍລິການທີ່ຫຼາກຫຼາຍເຂົ້າສູ່ຕະຫຼາດ ເຮັດໃຫ້ຜູ້ບໍລິໂພກມີທາງເລືອກປະກອບສ່ວນໃນການສ້າງວຽກເຮັດງານທຳໃຫ້ປະຊາຊົນ, ສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການພາຍໃນຢ່າງເອົາຈິງເອົາຈັງ ຄວບຄູ່ກັບການສະຫງວນດິນກະສິກຳ ຖ້າມີດິນວ່າງຄວນແບ່ງໃຫ້ປະຊາຊົນຜູ້ທຸກຍາກເຊົ່າເຮັດການຜະລິດ ເພື່ອມີສິນຄ້າທີ່ຫຼາກຫຼາຍເຂົ້າສູ່ຕະຫຼາດຫຼາຍຂຶ້ນ, ລາຄາຈະມີທ່າອ່ຽງຖືກລົງ. ໃນຂະນະດຽວກັນ, ກໍສ້າງລະບົບຈັບຄູ່ການຜະລິດໃຫ້ເຂົ້າກັນລະຫວ່າງຜູ້ຜະລິດກັບຜູ້ບໍລິໂພກ ລະຫວ່າງຜູ້ຊື້ກັບຜູ້ຂາຍ.

3). ເພີ່ມລາຍໄດ້ ແລະ ຫຼຸດຜ່ອນລາຍຈ່າຍ, ການເພີ່ມລາຍໄດ້ສາມາດເຮັດໄດ້ ໂດຍການເພີ່ມທັກສະຂອງຄົນຂຶ້ນ, ເພີ່ມປະສິດທິພາບຂອງວຽກ ເພີ່ມສະມັດຖະພາບດ້ານການຜະລິດ ໂດຍການນຳໃຊ້ເຕັກໂນໂລຊີ, ການຫັນເປັນທັນສະໄໝໃນຂະແໜງການທີ່ມີເງື່ອນໄຂ. ຈາກນັ້ນ, ປັບຂຶ້ນຄ່າແຮງງານ, ເງິນເດືອນ, ຄ່າຄອງຊີບ ແລະ ອື່ນໆ.

ຫຼຸດຜ່ອນລາຍຈ່າຍແມ່ນເປັນສິ່ງທີ່ຈຳເປັນ ເພື່ອແບ່ງເບົາລາຍຈ່າຍຂອງຄົນໃນສັງຄົມລົງ ໂດຍເລີ່ມຈາກການໃຊ້ຊັບພະຍາກອນຢ່າງມີປະສິດທິພາບ, ສ້າງຄ່ານິຍົມໃຫ້ຄົນສ່ວນຫຼາຍປະຢັດ ເລີ່ມຈາກການປະຢັດນ້ຳ, ໄຟຟ້າ ແລະ ສົ່ງເສີມການລົງທຶນສ້າງທີ່ພັກອາໄສລາຄາຖືກໃນຕົວເມືອງ ໃນຮູບແບບການເກັບຄ່າເຊົ່າທີ່ເໝາະສົມ, ຄວບຄູ່ກັບການສົ່ງເສີມໃຫ້ປະຊາຊົນມີຄວາມຮູ້ດ້ານການເງິນ ເພື່ອສາມາດບໍລິຫານລາຍຮັບ – ລາຍຈ່າຍຂອງຕົນເອງ.

ແຫຼ່ງຂໍ້ມູນ: ນສພ ເສດຖະກິດ-ການຄ້າ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້