Saturday, November 1, 2025
Kbank Laos โอน รับ จ่าย

ລັດແຈ້ງເສຍພາສີປະຕູດຽວ (LNSW) ສຳລັບການນຳເຂົ້າ ແລະ ສົ່ງອອກຍານພາຫະນະທຸກປະເພດ

ນັບແຕ່ວັນທີ 24 ມິຖຸນາ 2019 ເປັນຕົ້ນໄປ, ທຸກການນໍາເຂົ້າ ແລະ ສົ່ງອອກ ສິນຄ້າປະເພດພາຫະນະ ຜ່ານດ່ານຂົວມິດຕະພາບ 1 (ນະຄອນຫຼວງວຽງຈັນ) ຕ້ອງໄດ້ດໍາເນີນການແຈ້ງຂໍ້ມູນ ແລະ ເອກະສານຜ່ານລະບົບແຈ້ງພາສີປະຕູດຽວ (LNSW).

ກົມການນຳເຂົ້າ ແລະ ສົ່ງອອກ (ກຂອ), ກະຊວງອຸດສາຫະກຳ ແລະ ການຄ້າ ອອກ ແຈ້ງການ ການນໍາໃຊ້ລະບົບແຈ້ງພາສີປະຕູດຽວ (LNSW) ເຂົ້າໃນການຄຸ້ມຄອງການນໍາເຂົ້າພາຫະນະ ຢູ່ ດ່ານພາສີສາກົນຂົວມິດຕະພາບ 1 (ນະຄອນ ຫຼວງວຽງຈັນ) ເລກທີ 2790/ກຂອ.ບຂອ, ລົງວັນທີ 29 ພຶດສະພາ 2019 ເພື່ອແຈ້ງມາຍັງບັນດາບໍລິສັດ ນຳເຂົ້າ ແລະ ສົ່ງອອກຍານພະຫະນະວ່າ ການນຳເຂົ້າ ແລະ ສົ່ງອອກສິນຄ້າປະເພດຍານພະຫະນະຢູ່ ດ່ານພາສີສາກົນຂົວມິດຕະພາບ 1 ແມ່ນໃຫ້ເລີ່ມນໍາໃຊ້ລະບົບແຈ້ງພາສີປະຕູດຽວ (LNSW) ແຕ່ວັນທີ 24 ພຶດສະພາ 2019.

ອີງຕາມ ແຈ້ງການ ການນໍາໃຊ້ລະບົບແຈ້ງພາສີປະຕູດຽວ (LNSW) ເຂົ້າໃນການຄຸ້ມຄອງການນໍາເຂົ້າພາຫະນະ ຢູ່ ດ່ານພາສີສາກົນຂົວມິດຕະພາບ 1 (ນະຄອນຫຼວງວຽງຈັນ) ເລກທີ 2790/ກຂອ.ບຂອ, ລົງວັນທີ 29 ພຶດສະພາ 2019, ນັບແຕ່ວັນທີ 24 ມິຖຸນາ 2019 ເປັນຕົ້ນໄປ, ທຸກການນໍາເຂົ້າ ແລະ ສົ່ງອອກ ສິນຄ້າປະເພດພາຫະນະ ຜ່ານດ່ານຂົວມິດຕະພາບ 1 (ນະຄອນຫຼວງວຽງຈັນ) ຕ້ອງໄດ້ດໍາເນີນການແຈ້ງຂໍ້ມູນ ແລະ ເອກະສານຜ່ານລະບົບແຈ້ງພາສີປະຕູດຽວ (LNSW). ສໍາລັບການນໍາເຂົ້າ ແລະ ສົ່ງອອກດ່ານພາສີສາກົນດ່ານອື່ນແມ່ນສາມາດສືບຕໍ່ນໍາໃຊ້ລະບົບເຈ້ຍແບບເກົ່າຈົນກວ່າຈະມີແຈ້ງການເພີ່ມເຕີມ.

ໃຊ້ເພື່ອເປັນພາບປະກອບເທົ່ານັ້ນ
ຂໍ້ມູນພາບ: https://www.laonsw.net/ ແລະ http://www.sundayobserver.lk

ສໍາລັບບໍລິສັດໃດທີ່ຍັງບໍ່ທັນໄດ້ລົງທະບຽນນໍາໃຊ້ແມ່ນໃຫ້ຮີບຮ້ອນລົງທະບຽນນໍາໃຊ້ໂດຍໃຫ້ສະເໜີຫາ ບໍລິສັດ ຮ່ວມພັດພັດທະນາລະບົບແຈ້ງພາສີປະຕູດຽວ ຈໍາກັດ ເພື່ອສະໝັກຂໍຝຶກອົບຮົມ ແລະ ລະຫັດຜູ້ນໍາໃຊ້ລະບົບດັ່ງກ່າວບໍ່ໃຫ້ກາຍວັນທີ 23 ມິຖຸນາ 2019. ໂດຍ ກົດທີ່ນີ້ ເພື່ອເບິ່ງເງື່ອນໄຂໃນການລົງທະບຽນນໍາໃຊ້ ແລະ ດາວໂຫຼດເອົາແບບຟອມໜັງສືສະເໜີຂໍລະຫັດນຳໃຊ້.

ຂໍມູນເພີ່ມເຕີມ, ພົວພັນໄດ້ທີ່
ບໍລິສັດຮ່ວມພັດທະນາລະບົບແຈ້ງພາສີປະຕູດຽວ ຈຳກັດ
ອາຄານສີຂຽວ, ຊັ້ນ 3 ບ້ານ ນາໄຊ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.
ເບີໂທລະສັບ: 030 7776699
ອີເມລ໌: helpdesk@laonsw.net
ເວັບໄຊ: https://www.laonsw.net/

ແຫຼ່ງຂໍ້ມູນ:  ກົມການນໍາເຂົ້າແລະສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.

Vietjet ສະເໜີປີ້ລາຄາສູນເປັນເວລາ 3 ມື້ ເທົ່ານັ້ນ ຈົນຮອດວັນທີ 31 ຕຸລາ 2025

ນະຄອນຫຼວງວຽງຈັນ, ວັນທີ 29 ຕຸລາ 2025 – ເພື່ອສະເຫຼີມສະຫຼອງການເປີດເສັ້ນທາງບິນໃໝ່ໃນທົ່ວພາກພື້ນອາຊີ-ປາຊີຟິກ ແລະ ໄດ້ຮັບການຮັບຮູ້ຈາກສາກົນຄັ້ງຫຼ້າສຸດ, ບໍລິສັດ Vietjet ໄດ້ສະເໜີໂປຣໂມຊັ່ນພິເສດ ປີ້ Eco-tickets ທີ່ເລີ່ມຕົ້ນພຽງແຕ່ $0 ໂດລາສະຫະລັດ (ບໍ່ລວມພາສີ ແລະ ຄ່າທໍານຽມ) ເປັນເວລາສາມມື້ ເລີ່ມແຕ່ວັນທີ 29 ຫາ 31 ຕຸລາ 2025.