Sunday, November 2, 2025
Kbank Laos โอน รับ จ่าย

ລັດຖະບານລາວ ຈັດງານສະຫລອງວັນເດັກສາກົນ 1 ມິຖຸນາ

ຕອນເຊົ້າມື້ນີ້ 31 ພຶດສະພານີ້, ຢູ່ສູນຮ່ວມມືສາກົນ ແລະ ຝຶກອົບຮົມລາວ-ຢີ່ປຸ່ນ ຫລື ໄອຊີທີຊີ ຫລັກ 5, ນະ ຄອນຫລວງວຽງຈັນ, ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວຫນ້າຂອງແມ່ຍິງ, ແລະ ແມ່ແລະເດັກ (ຄຊກມດ) ຮ່ວມກັບ ອົງການຢູນີເຊັບປະຈໍາລາວ ໄດ້ຈັດງານສະເຫລີມສະຫລອງວັນເດັກສາກົນ ວັນທີ 1 ມິຖຸ ນາ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວຫນ້າຂອງແມ່ຍີງ, ແລະ ແມ່ແລະເດັກ, ໂດຍມີການນໍາພັກ-ລັດ, ຜູ້ຕາງຫນ້າຈາກອົງການຢູນີເຊັບປະຈໍາລາວ, ແລະ ນັກຮຽນທີ່ມາຈາກ 7 ແຂວງ ໃນທົ່ວປະເທດ ພ້ອມດ້ວຍຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງອິນລາວັນ ແກ້ວບຸນພັນ, ປະທານສູນກາງສະຫະພັນແມ່ຍິງລາວ ທັງເປັນຮອງປະທານຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວຫນ້າຂອງແມ່ຍີງ, ແລະ ແມ່ ແລະເດັກ ໄດ້ມີຄໍາເຫັນວ່າ:

ການຈັດງານສະເຫລີມສະຫລອງວັນເດັກສາກົນ, ວັນທີ 1 ມິຖຸນາ ໃນຄັ້ງນີ້ ເປັນໂອກາດດີສໍາລັບປະເທດຂອງພວກເຮົາ ຮ່ວມກັບປະເທດຕ່າງໆໃນໂລກ ໄດ້ເພີ່ມທະວີຄວາມເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນຕໍ່ສິດທິເດັກ ເພື່ອໃຫ້ເຂົາເຈົ້າ ມີໄວທີ່ເຕັມໄປດ້ວຍຄວາມຢູ່ດີກີນດີ, ມີສ່ວນຮ່ວມ, ໄດ້ຮັບການປົກປ້ອງ ແລະ ໄດ້ຮັບການສົ່ງ ເສີມໃຫ້ມີການພັດທະນາດ້ານຕ່າງໆ ເພື່ອເຮັດໃຫ້ເດັກມີອານາຄົດທີ່ສົດໃສ ແລະ ກາຍເປັນຜູ້ໃຫຍ່ທີ່ມີຄຸນນະ ພາບ”.

ການຈັດງານສະເຫລີມສະຫລອງວັນເດັກສາກົນໃນປີນີ້ ຍັງເປັນການສ້າງຂະບວນການສະເຫລີມສະຫລອງວັນສົນສັນຍາວ່າດ້ວຍສິດທິເດັກຄົບຮອບ 30 ປີ, ວັນທີ 20 ພະຈິກ ໃຫ້ມີຂະບວນການຟົດຟື້ນ ນັບແຕ່ຂັ້ນສູນກາງ ຮອດ ຂັ້ນທ້ອງຖີ່ນຕື່ມອີກ. ສໍາລັບການຈັດງານສະເຫລີມສະຫລອງວັນເດັກສາກົນວັນທີ 1 ມິຖຸນາ ຂອງ ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວຫນ້າຂອງແມ່ຍິງ, ແລະ ແມ່ແລະເດັກ ຮ່ວມກັບ ອົງການຢູນີເຊັບປະຈໍາລາວ ໃນຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ແລະ ມີຄວາມຫມາຍເລິກເຊິ່ງດີເຊີ່ງຜູ້ເຂົ້າຮ່ວມ ຍັງໄດ້ຮັບຊົມວີດີໂອ ກ່ຽວກັບ ການປຶກສາຫາລື ແລະ ເກັບກໍາຄໍາຄິດຄໍາເຫັນຂອງເດັກທີ່ຮໍ່າຮຽນໃນໂຮງຮຽນຕ່າງໆໃນທົ່ວປະເທດ, ຮັບຟັງການສະເຫນີຄໍາຄິດຄໍາເຫັນຂອງເດັກກ່ຽວກັບສະພາບການພັດທະນາເດັກໃນຕໍ່ຫນ້າ, ວິ​ໄສທັດ 2030 ລວມເຖີງ ສິ່ງທ້າທາຍທີ່ມີຕໍ່ເດັກ, ກິດຈະກໍາການຢອດຢາປ້ອງກັນພະຍາດໂປລີໂອ ແລະ ຊັ່ງນໍ້າຫນັກດ້ານໂພສະນາການໃຫ້ເດັກ, ການສະແດງສີລະປະວັນນະຄະດີ ລວມເຖີງ ກິດຈະກໍາສໍາຄັນອື່ນໆອີກຈໍານວນຫນື່ງ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.

Vietjet ສະເໜີປີ້ລາຄາສູນເປັນເວລາ 3 ມື້ ເທົ່ານັ້ນ ຈົນຮອດວັນທີ 31 ຕຸລາ 2025

ນະຄອນຫຼວງວຽງຈັນ, ວັນທີ 29 ຕຸລາ 2025 – ເພື່ອສະເຫຼີມສະຫຼອງການເປີດເສັ້ນທາງບິນໃໝ່ໃນທົ່ວພາກພື້ນອາຊີ-ປາຊີຟິກ ແລະ ໄດ້ຮັບການຮັບຮູ້ຈາກສາກົນຄັ້ງຫຼ້າສຸດ, ບໍລິສັດ Vietjet ໄດ້ສະເໜີໂປຣໂມຊັ່ນພິເສດ ປີ້ Eco-tickets ທີ່ເລີ່ມຕົ້ນພຽງແຕ່ $0 ໂດລາສະຫະລັດ (ບໍ່ລວມພາສີ ແລະ ຄ່າທໍານຽມ) ເປັນເວລາສາມມື້ ເລີ່ມແຕ່ວັນທີ 29 ຫາ 31 ຕຸລາ 2025.