ຂໍຂອບໃຈນຳຜູ້ສະໜັບສະໜູນ

ຜັກອໍແກນິກ ແລະ ຜັກໄຮໂດຣໂພນິກ ຫຼາຍໆຄົນອາດຄິດວ່າຜັກສອງຊະນິດນີ້ຄືກັນ. ແຕ່ຄວາມຈີງແລ້ວມັນແຕກຕ່າງກັນ ມື້ນີ້ອິນໄຊລາວ ເລີຍເອົາຄວາມແຕກຕ່າງຂອງຜັກທັງສອງຢ່າງມາໃຫ້ທຸກຄົນຮູ້ນໍາກັນ

ຜັກໄຮໂດຣໂພນິກແມ່ນ ຜັກທີ່ປູກໂດຍການໃຊ້ນໍ້າເປັນອົງປະກອບຫຼັກ  ແລະ ໃຊ້ສານອາຫານສຳລັບພຶດທີ່ສ້າງຂື້ນມາດ້ວຍ ສານສະກັດຈາກເຄມີ  ຫຼື ຝຸ່ນເຄມີນັ້ນເອງ. ແຕ່ຜັກໄຮໂດໂປນິກ ບໍ່ໃຊ້ຢາຂ້າແມງໄມ້. ໂດຍເປັນວິທິປູກທີ່ງ່າຍ ສະດວກ ສໍາລັບຄົນທີ່ບໍ່ມີພື້ນທີ່ດິນ

ສ່ວນຜັກຜັກອໍແກນິກ: ຜັກທີ່ປູກດ້ວຍດີນ ແຕ່ຈະເລີນເຕີບໂຕຕາມທໍາມະຊາດ. ບໍ່ໃຊ້ຝຸ່ນເຄມີ ບໍ່ໃຊ້ຢາຂ້າແມງໄມ້. ດິນທີ່ໃຊ້ປູກຕ້ອງເຮັດໃຫ້ປອດສານພິດບໍ່ຕໍ່າກວ່າ 3 ປີ. ໂດຍຈະໃຊ້ຝຸ່ນຈາກທຳມະຊາດລ້ວນໆ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ສາມາດສະຫຼຸບໄດ້ວ່າ:

  ຜັກໄຮໂດຣໂພນິກ:

  1. ໃຊ້ສານເຄມີປູກ ແຕ່ເປັນຜັກປອດໄພຈາກສານພິດ
  2. ອາດມີສານເຄມີຕົກຄ້າງຢູ່ ແຕ່ບໍ່ເກີນຄ່າມາດຕະຖານທີ່ກຳນົດ
  3. ສະອາດ ແລະ ປອດໄພຈາກສິ່ງປົ່ນເປື່ອນໃນດີນ
  4. ຮັກສາຄຸນປະໂຫຍດໄວ້ເຕັມທີ່

  ຜັກອໍແກນິກ:

  1. ບໍ່ໃຊ້ສານເຄມີໃດໆ
  2. ບໍ່ໃຊ້ເມັດພັນທີ່ຕັດແປງພັນ
  3. ຄຳນືງເຖິງລະບົບນິເວດ ແລະ ຄວາມປອດໄພຂອງຜູ້ບໍລິໂພກສູງສຸດ
  4. ໃຊ້ຝຸ່ນຈາກທໍາມະຊາດ

ຂໍຂອບໃຈຂໍ້ມູນດີໆຈາກ: MedThai

Hits: 7

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້