Wednesday, March 19, 2025

ທ່ານນາຍົກ ສຳເລັດການເຂົ້າຮ່ວມກອງປະຊຸມສາກົນ ກ່ຽວກັບອະນາຄົດຂອງອາຊີ ຄັ້ງທີ 25

ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ສໍາເລັດການເຂົ້າຮ່ວມກອງປະ ຊຸມສາກົນ ກ່ຽວ ກັບອະນາຄົດຂອງອາຊີ ຄັ້ງທີ 25, ພາຍໃຕ້ຫົວຂໍ້:“ຄົ້ນຫາລະບຽບໂລກແບບໃຫມ່ເພື່ອແກ້ໄຂຄວາມວຸ້ນວາຍໃນໂລກ (Seekinga newglobalorder-overcomingthe chaos)”,ໃນວັນທີ 30-31 ພຶດສະພາ ຜ່ານມາ, ທີ່ໂຕກຽວປະເທດຍີ່ປຸ່ນ.

ກອງປະຊຸມຄັ້ງນີ້, ທ່ານນາຍົກລັດຖະມົນຕີໄດ້ຂຶ້ນກ່າວປາໄສໂດຍໄດ້ຍົກໃຫ້ເຫັນເຖິງສະພາບການຄວາມວຸ້ນ ວາຍສັບສົນທີ່ພວມ ເກີດຂຶ້ນໃນປັດຈຸບັນ ແລະ ໄດ້ສະແດງທັດສະນະ ແລະ ວິໄສທັດເພື່ອແກ້ໄຂຄວາມຫຍຸ້ງ ຍາກສັບສົນດັ່ງກ່າວດ້ວຍຂໍ້ລິເລີ່ມ ແລະ ກົນ ໄກການຮ່ວມມືທີ່ມີຄວາມຍຸຕິທໍາ, ໂປ່ງໃສ່, ເທົ່າທຽມກັນ ແລະ ບໍ່ຂຶ້ນກັບປະເທດໃດຫນຶ່ງ ຫຼື ກຸ່ມເສດຖະກິດໃດຫນຶ່ງບົນພື້ນຖານ ການມີສ່ວນຮ່ວມຂອງປະຊາຄົມໃນທົ່ວໂລກ ເພື່ອຈະນໍາພາໂລກນີ້ກ້າວໄປສູ່ໂລກແຫ່ງໂລກາພິວັດທີ່ມີຄຸນນະພາບສູງ, ຍືນຍົງມີ ຄວາມສະເຫມີພາບ, ມີຜົນປະ ໂຫຍດຮ່ວມກັນ ແລະ ຄົງຮັກສາໄວ້ສັນຕິພາບ, ສະຖຽນລະພາບ ແລະ ຄວາມຫມັ້ນຄົງໃນໂລກ.

ໂອກາດດັ່ງກ່າວທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະເຮັດວຽກກັບທ່ານ ຊິນໂຊອາເບະ, ນາຍົກລັດຖະມົນຕີຍີ່ປຸ່ນ, ຊຶ່ງໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບ ການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ, ປຶກສາຫາລືເພື່ອເພີ່ມທະວີຮັດແຫນ້ນການຮ່ວມມື ສອງຝ່າຍກໍຄື ທິດທາງການຮ່ວມມືໃນຕໍ່ຫນ້າ. ນອກນັ້ນ, ຝ່າຍລາວໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງກອງປະຊຸມສຸດ ຍອດແມ່ນ້ໍາຂອງ-ຍີ່ປຸ່ນ ຄັ້ງທີ 10 ພາຍໃຕ້ການເປັນເຈົ້າພາບຂອງຍີ່ປຸ່ນໃນເດືອນຕຸລາ 2018 ທີ່ ໂຕກຽວຜ່ານມາ ແລະ ທັງສອງ ຝ່າຍຈະສືບຕໍ່ຮ່ວມມືກັນຈັດຕັ້ງປະ ຕິບັດຍຸດທະສາດໂຕກຽວ 2018 ເພື່ອການຮ່ວມມືແມ່ນ້ໍາຂອງ-ຍີ່ປຸ່ນ (TokyoStrategy2018 for Mekong-JapanCoopera-tion) ໃຫ້ປະສົບຜົນສໍາເລັດ.

ພ້ອມດຽວກັນນີ້, ໄດ້ມີພິທີລົງນາມເອກະສານ ແລກ ປ່ຽນ2ສະບັບຄື: ໂຄງການພັດທະນາຊັບພະຍາກອນມະ ນຸດ, ມີມູນຄ່າ 308 ລ້ານເຢນ, ຊຶ່ງແມ່ນໂຄງການຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ ແລະ ການປັບປຸງສົນທິສັນ ຍາຂົນສົ່ງທາງອາກາດສອງຝ່າຍ ສປປ ລາວ ແລະ ຍີ່ປຸ່ນ.

ຮ່ວມລົງນາມໂດຍທ່ານ ວິໂຣດ ສູນດາຣາ ເອກອັກ ຄະລັດຖະທູດແຫ່ງ ສປປ ລາວ ປະຈໍາຍີ່ປຸ່ນ ຕາງຫນ້າລັດຖະ ບານລາວ ແລະ ທ່ານ ທາເຄຊິ ຮິກິຮາຣະ ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ, ຕາງຫນ້າລັດຖະບານຍີ່ ປຸ່ນ ໂດຍການ ເປັນສັກຂີພິຍານຂອງສອງທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ຍີ່ປຸ່ນ.

ທ່ານ ທອງລຸນສີສຸລິດ ໄດ້ໃຫ້ສໍາພາດຕໍ່ຫນັງສື ພິມ ແລະ ໂທລະພາບນິກເກ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນປັດຈຸບັນ ແລະ ທັດສະນະຕໍ່ ການພົວພັນຮ່ວມມືລະຫວ່າງສປປ ລາວ ກັບ ບັນດາປະເທດຕ່າງໆໃນ ພາກພື້ນລວມທັງຍີ່ປຸ່ນໃນປັດຈຸບັນກໍຄື ໃນອະນາຄົດແລະ ຮັບການເຂົ້າຢ້ຽມຂໍ່ານັບຂອງປະທານອົງການ JETRO ແລະ ບໍລິສັດ ຂອງຍີ່ປຸ່ນຈໍານວນຫນຶ່ງ.

ການເຄື່ອນໄຫວຂອງທ່ານນາຍົກ ລັດຖະມົນຕີຢູ່ຍີ່ປຸ່ນ ໃນຄັ້ງນີ້ເປັນໂອກາດອັນດີ ໃນການປະກອບສ່ວນ ເຂົ້າໃນການຮັດແຫນ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານກໍຄືການເປັນຄູ່ຮ່ວມມືຍຸດທະສາດລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃຫ້ກວ້າງຂວາງ ແຫນ້ນແຟ້ນ ແລະ ເລິກເຊິ່ງຂຶ້ນກວ່າເກົ່າໂດຍສະເພາະການດຶງດູດການລົງ ທຶນຈາກຍີ່ປຸ່ນ ມາລົງທຶນຢູ່ ສປປ ລາວໃຫ້ນັບມື້ນັບ ຫຼາຍຂຶ້ນ.

ການເຄື່ອນໄຫວຂອງທ່ານນາຍົກ ລັດຖະມົນຕີຢູ່ຍີ່ປຸ່ນ ໃນຄັ້ງນີ້ເປັນໂອກາດອັນດີ ໃນການປະກອບສ່ວນເຂົ້າໃນການຮັດແຫນ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານກໍຄືການເປັນຄູ່ຮ່ວມມືຍຸດທະສາດລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃຫ້ກວ້າງຂວາງ ແຫນ້ນແຟ້ນ ແລະ ເລິກເຊິ່ງຂຶ້ນກວ່າເກົ່າໂດຍສະ ເພາະການດຶງດູດການລົງ ທຶນຈາກຍີ່ປຸ່ນ ມາລົງທຶນຢູ່ ສປປ ລາວໃຫ້ນັບມື້ນັບຫຼາຍຂຶ້ນ.

ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.