Saturday, April 26, 2025
Kbank Laos โอน รับ จ่าย

ພິທີມອບ-ຮັບໂຄງການສ້ອມແປງ-ປັບປຸງໂຮງຮຽນປະຖົມສົມບູນໄຊຍະພູມ

ໃນຕອນເຊົ້າຂອງວັນທີ 3 ມີຖຸນາ 2019 ຢູ່ທີ່ເດີ່ນໂຮງຮຽນປະຖົມສົມບູນໄຊຍະພູມ ນະຄອນໄກສອນ ພົມວິ ຫານ ໄດ້ຈັດພິທີມອບ-ຮັບໂຄງການສ້ອມແປງ-ປັບປຸງອາຄານຮຽນຂອງໂຮງຮຽນປະຖົມສົມບູນໄຊຍະພູມ,ໂດຍການເຂົ້າຮ່ວມຂອງທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ທ່ານນາງ ຫຼິງທອງ ແສງຕາວັນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ.

ໃນພິທີທ່ານ ພູມີ ສິງຄຳປະເສີດ ຜູ້ຕ່າງໜ້າກຸ່ມບໍລິສັດ ລາວມີໄຊ ກໍ່ໄດ້ລາຍງານການສ້ອມແປງອາຄານໂຮງຮຽນປະຖົມສົມບູນໄຊຍະພູມວ່າ:

ທາງອຳນາດການປົກຄອງຂັ້ນແຂວງໄດ້ເຫັນຄວາມສຳຄັນໃນການສຶກສາຄົ້ນຄວ້າ ແລະ ເປັນໜຶ່ງໃນສະຖານທີ່ປະຫວັດສາດເພື່ອໃຫ້ລູກຫຼານໄດ້ຮໍ່າຮຽນເປັນແບບຢ່າງ ດັ່ງນັ້ນຈຶ່ງມອບໃຫ້ກຸ່ມ ບໍລິສັດ ລາວມີໄຊ ເປັນຜູ້ດຳ ເນີນການເຊິ່ງໜ້າວຽກທີ່ຈະຕ້ອງໄດ້ປັບປຸງແມ່ນມີ ມຸງຫຼັງຄາດ້ວຍດິນຂໍ, ໃສ່ແພດານຫ້ອງຮຽນ, ໂບກຝາຫ້ອງຮຽນ, ຍົກລະດັບເດີ່ນໂຮງຮຽນ, ເຮັດຮ່ອງລະບາຍນ້ຳ, ເສີມແພດານຫ້ອງຮຽນ, ປັບປຸງຫ້ອງນ້ຳ, ປັບປຸງປະຕູໃຫຍ່ດ້ານໜ້າມຸງດ້ວຍດິນຂໍ ແລະ ປະຕູທາງເຂົ້ານ້ອຍ 3 ດ້ານ. ໃນການສ້ອມແປງ-ປັບປຸງຄັ້ງນີ້ແມ່ນໄດ້ຮັບການປະກອບທຶນຮອນຈາກພາຍໃນ ແລະ ຕ່າງປະເທດ ເຊິ່ງລວມມູນຄ່າທັງໝົດ 1.865.000.000 ( ນື່ງຕື້ແປດຮ້ອຍຫົກສິບຫ້າລ້ານກີບ ) ແລະ ໃຊ້ເວລາໃນການກໍ່ສ້າງທັງໝົດ 7 ເດືອນ ແລະ ໄດ້ສໍາເລັດລົງໃນວັນທີ 3 ເດືອນ ມີຖຸນາ 2019 ນີ້.

ໂອກາດດຽວກັນທ່ານ ບຸນຍູ້ ທຳມະວົງ ເຈົ້ານະຄອນ ໄກສອນພົມວິຫານ ກໍ່ໄດ້ກ່າວຮັບ ແລະ ສະແດງຄວາມຂອບໃຈຕໍ່ບັນດາບໍລິສັດ ແລະ ນັກທຸລະກິດ ເຮັດໃຫ້ໂຮງຮຽນທີ່ມີຊຸດໂຊມໃຫ້ກັບຄືນມາມີຄວາມສວຍສົດງົດງາມຄືແຕ່ກ່ອນ ທັງນີ້ຍ້ອນຄວາມຕັດສິນໃຈ ແລະ ເຈດຈຳນົງຂອງບັນດານັກທຸລະກິດທີ່ເຫັນຄວາມສຳຄັນໃນປະຫວັດສາດ ກໍ່ຄື ອາຄານດັ່ງກ່າວເຄີຍເປັນບ່ອນສຶກສາຮໍ່າຮຽນຂອງປະທານ ໄກສອນ ພົມວິຫານ ເຊິ່ງເປັນໜຶ່ງອະນຸສອນສະຖານມູນເຊື້ອທາງປະຫວັດສາດ ແລະ ເປັນບ່ອນທັດສະນະສຶກສາຄົ້ນຄວາມຮໍ່າຮຽນຂອງລູກຫຼານພາຍໃນ ນະຄອນໄກສອນ ພົມວິຫານ ໂດຍອາຄານດັ່ງກ່າວແມ່ນຈະມອບຕໍ່ໃຫ້ຫ້ອງການສຶກສາທິການ-ກິລາ ນະຄອນໄກສອນ ກໍ່ຄືຜູ້ອຳການໂຮງຮຽນ, ອຳນາດການປົກຄອງບ້ານເປັນຜູ້ບົວລະບັດຮັກສາ ແລະ ນຳໃຊ້ໃຫ້ເກີດປະໂຫຍດສູງສຸດ.

ຈາກນັ້ນບັນດາການນຳກໍ່ໄດ້ມອບໃບຍ້ອງຍໍໃຫ້ບັນດາບໍລິສັດ ແລະ ນັກທຸລະກິດທີ່ຮ່ວມອຸປະຖໍາໃນການກໍ່ສ້າງອາຄານຮຽນຫຼັງດັ່ງກ່າວແລ້ວ ກໍໍ່ຍ່າງຢ້ຽມຊົມເບິ່ງອາຄານຫ້ອງຮຽນ ແລະ ປູກຕົ້ນໄມ້ເພື່ອເປັນທີ່ລະລຶກເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດອີກດ້ວຍ.

ແຫຼ່ງຂໍ້ມູນ: Midia Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາ “ພຣະກິ່ວ” ແຫ່ງນະຄອນຫຼວງພະບາງ

"ພຣະກິວ" ຕາມປະຫວັດຄວາມເປັນມາ ໄດ້ມາຈາກ ລຳນ້ຳກິວ ທີ່ຫລວງນ້ຳທາ ຊົນເຜົ່າລາວເທິງໄດ້ໄປຂຸດມັນ ຢູ່ນ້ຳກິວ ຫລວງນ້ຳທາ ໄດ້ເອົາສຽມໄປຂຸດ ແລະ ໄປທັ່ງໃສ່ແທ່ນພຼະ ແລະ ໄດ້ພົບເຫັນພຼະ ຫລັງຈາກນັ້ນໄດ້ຫາເອົາຜ້າຫໍ່ໄວ້.

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.