ເຊີນໜຸ່ມໜ້າຕາດີ ສະໝັກເຂົ້າປະກວດ Mister International Laos 2019

ທ່ານ ສົມສະໜຸກ ມີໄຊ ຮອງຫົວໜ້າສະມາຄົມນັກຂ່າວແຫ່ງ ສປປ ລາວ

ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຮ່ວມກັບ ບໍລິສັດ ສີສານ ອາດທິສ ເປັນຜູ້ຖືລິຂະສິດການຈັດງານປະກວດ Mister International Laos (Smart & Healthy) ຈາກລະດັບໂລກພຽງຜູ້ດຽວໃນລາວ ໄດ້ຈັດງານຖະແຫຼງຂ່າວການປະກວດຊາຍງາມ (Mister International Laos 2019) ເພື່ອສົ່ງຕໍ່ໄປລະດັບໂລກ ຢູ່ທີ່ໂຮງແຮມ ຄລາວ ພລາຊ່າ ວຽງຈັນ.

ໃຫ້ກຽດເຂົ້າຮ່ວມ ໄດ້ແກ່: ທ່ານ ສົມສະໜຸກ ມີໄຊ ຮອງຫົວໜ້າສະມາຄົມນັກຂ່າວແຫ່ງ ສປປ ລາວ ທັງເປັນປະທານ ແລະທີ່ປຶກສາໃຫ້ກັບກອງປະກວດ Mister International Laos, ທ່ານ ນວນທອງ ສຸວັນວິໄຊ ຫົວໜ້າຫ້ອງການ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ທ່ານ ສຸລິຍາ ແກ້ວພິລາວົງ ຫົວໜ້າກົມຂະບວນ ການຊາວໜຸ່ມ ຄະນະຊີ້ນໍາ-ນໍາພາ ໂຄງການ Mister International Laos, ທ່ານ ໄຊຊະນະນໍຣະສິງຫ໌ ສີສານ ຜູ້ອໍານວນການ ບໍລິສັດ ສີສານ ອາດທິສ ເຈົ້າຂອງລິຂະສິດ Mister International Laos ພຽງຜູ້ດຽວໃນ ສປປ ລາວ ແລະທ່ານ ວຽງສະໝອນ ຈິດຕະລາດ ຫົວໜ້າວິຊາການ ແລະພົວພັນຕ່າງປະເທດຂອງກອງປະກວດ Mister International Laos ພ້ອມດ້ວຍແຂກທີ່ຖືກເຊີນ.

ຈຸດປະສົງແມ່ນເພື່ອເລືອກເຟັ້ນເອົາ “ໜຸ່ມໜ້າຕາດີ, ສຸຂະພາບດີ ແລະມີຄວາມສາມາດ” ເພື່ອຍົກລະດັບເວທີການປະກວດຜູ້ຊາຍລາວກ້າວສູ້ສາກົນ, ເຜີຍແຜ່ຄວາມຮູ້ຄວາມສາມາດ ແລະຄວາມກ້າສະແດງອອກ ໃຫ້ເປັນທີ່ຮູ້ຈັກໃນລະດັບສາກົນ, ແລກປ່ຽນວັດທະນະທໍາ ຜ່ານກິດຈະກໍາຕ່າງໆ ໃນເວທີສາກົນ ແລະຍັງເປັນການສົ່ງເສີມການໂຄສະນາການທ່ອງທ່ຽວລາວສູ່ສາຍຕາຊາວໂລກອີກດ້ວຍ.

ເງື່ອນໄຂຜູ້ທີ່ຈະເຂົ້າສະໝັກ Mister International Laos ມີຄື: ຜູ້ຊາຍແທ້ສະຖານະໂສດ, ສັນຊາດລາວ, ອາຍຸລະຫວ່າງ 18-28 ປີ, ລວງສູງ 175 ຂຶ້ນໄປ ແລະມີຄວາມຮູ້ພື້ນຖານດ້ານພາສາອັງກິດ.

ການຄັດເລືອກ (Audition) ແມ່ນຈະເປີດຮັບ 2 ຄັ້ງ ຄື:

ຄັ້ງທີ 1 ວັນທີ 08 ມິຖຸນາ 2019 ແລະຄັ້ງທີ 2 ວັນທີ 06 ກໍລະກົດ 2019 ເລີ່ມຕັ້ງແຕ່ເວລາ 13:00-17:00 ໂມງ ທີ່ໂຮງແຮມ ຄລາວ ພລາຊ່າ ນະຄອນຫຼວງວຽງຈັນ.

ສ່ວນມື້ປະກວດຮອບສຸດທ້າຍແມ່ນ ວັນທີ 05 ຕຸລາ 2019 ທີ່ໂຮງແຮມ ຄລາວ ພລາຊ່າ ນະຄອນຫຼວງວຽງຈັນ ແລະຕົ້ນເດືອນ ພະຈິກ 2019 ແມ່ນຈະສົ່ງໄປປະກວດຢູ່ຕ່າງປະເທດ ຈະໄປປະກວດຢູ່ປະເທດໃດນັ້ນ ທາງກອງປະກວດຈະແຈ້ງໃຫ້ຮູ້ຕື່ມພາຍຫຼັງ.

ນອກນັ້ນ, ຍັງເປັນໂອກາດໃຫ້ນັກອອກແບບໜຸ່ມນ້ອຍ ໄດ້ມີການແຂ່ງຂັນກັນອອກແບບຊຸດປະຈໍາຊາດລາວໃຫ້ກັບຜູ້ຊະນະເລີດ Mister International Laos 2019 ຄົນທໍາອິດຂອງລາວ ໄດ້ສວມໃສ່ໃນເວທີລະດັບໂລກ. ຊຸດໃດຖືກຄັດເລືອກ ນັກອອກແບບຈະໄດ້ຮັບເງິນສົດມູນຄ່າ 1 ລ້ານກີບ.

ແຫຼ່ງຂໍ້ມູນ: ວາລະສານມະຫາຊົນ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...