ຂໍຂອບໃຈນຳຜູ້ສະໜັບສະໜູນ

ມື້ທຳອິດຂອງການເຮັດວຽກ ເປັນມື້ທີ່ຫຼາຍໆຄົນຮູ້ສຶກຕື່ນເຕັ້ນ ໂດຍສະເພາະນັກສຶກສາຈົບໃໝ່ທີ່ ເລິ່ມກ້າວທໍາອິດເຂົ້າສູ່ໄວເຮັດວຽກ ຕ້ອງຮັບມືກັບສະພາບແວດລ້ອມໃໝ່ ລວມໄປເຖິງຄົນທີ່ປ່ຽນບ່ອນເຮັດວຽກໃໝ່ ທີ່ມັກຄິດຫຼາຍ ເລື່ອງເພື່ອນຮ່ວມງານ,ຫົວໜ້າໃໝ່,ວັດທະນະທຳໃໝ່ໆ ໃນອົງກອນ. ມື້ທຳອິດຂອງການເລິ່ມວຽກໃໝ່ຈືງສໍາຄັນທີ່ທຸກຄົນຕ້ອງກຽມພ້ອມ 

ດັ່ງນັ້ນ ອິນໄຊລາວ ຈື່ງໄດ້ລວມເອົາ 5 ສິ່ງທີ່ບໍ່ຄວນເຮັດ ໃນມື້ທໍາອິດຂອງການເຮັດວຽກ ເພື່ອປະໂຫຍດ ແລະ ແນວທາງຂອງຄົນທີ່ກໍາລັງເລິ່ມວຽກໃໝ່

1.ຫ້າມມາຊ້າເດັດຂາດ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ກົດລະບຽບ ແລະ ການກົງຕໍ່ເວລາ ເປັນຄຸນສົມບັດທີ່ທຸກຄົນຕ້ອງມີ ບໍ່ວ່າຈະເຮັດວຽກນໍາ ອົງການລັດ ຫຼື ເອກະຊົນ ການມາວຽກຊ້າ ຖືວ່າເປັນເລື່ອງທີ່ບໍ່ຄວນເຮັດ  ເພາະຖ້າຫາກເຈົ້າມາຊ້າຕັ້ງແຕ່ມື້ທຳອິດ ມັນຈະສະແດງວ່າເຈົ້າເປັນຄົນທີ່ບໍ່ມີລະບຽບ ແລະ ຄວາມຮັບຜິດຊອບ

2. ຍ່າຍ້ານ ທີ່ຈະຖາມຄໍາຖາມ

ເພື່ອນຮ່ວມງານໃໝ່ ອາດຈະມາລົມ ຫຼື ຖາມທ່ານ ເພື່ອສ້າງສາຍສໍາພັນທີ່ດີກັບທ່ານຫຼາຍຂື້ນ ພະຍາຍາມຕອບຄໍາຖາມ ແລະ ໂຍນຄໍາຖາມກັບໄປ ເພື່ອສ້າງສາຍສໍາພັນ ແລະ ສ້າງການສົນທະນາທີ່ຢາວຂື້ນ. ແລ້ວຍ່າຖາມຄໍາຕອບຄໍາ ເພາະຈະເຮັດອີກຝ່າຍຮູ້ສຶກບໍ່ຢາກລົມນໍາເຮົາຕໍ່ ເວົ້າບໍ່ໄດ້ເຈົ້າອາດຈະເຫັນຄົນທີ່ມີນິໄສຄ້າຍຄືກັບເຈົ້າກະເປັນໄດ້ຄືກັນ.

3. ຫ້າມເວົ້າຂວັນບ່ອນເຮັດວຽກເກົ່າ.

ບໍ່ວ່າຈະເປັນເພື່ອນຮ່ວມງານເກົ່າ ຫຼື ຫົວໜ້າເກົ່າ  ເພາະການນໍາເອົາເລື່ອງບໍ່ດີຂອງບ່ອນເຮັດວຽກເກົ່າ ມາເລົ່າໃຫ້ໃຫ້ບ່ອນເຮັດວຽກໃໝ່ຟັງນັ້ນ ຈະເຮັດໃຫ້ເຈົ້າກາຍເປັນຄົນມັກເວົ້າຂວັນ  ແລ້ວເພື່ອນຮ່ວມງານໃໝ່ກໍຈະຄິດວ່າ ມື້ໜື່ງເຈົ້າກໍຕ້ອງເວົ້າໃຫ້ລາວເຊັ່ນກັນ. ຂະເຈົ້າຈະບໍ່ເຊື້ອໃຈ ທາງທີ່ດີຄວນຫຼີ້ກລ່ຽງການສົນທະນາເຫຼົ່ານີ້ ຫຼື ລົມເລື່ອໃທີ່ສ້າງສັນກວ່ານີ້.

4.ຍ່າສອນວຽກ ໃຫ້ຄົນທີ່ກໍາລັງສອນວຽກໃຫ້ເຈົ້າ.

ເພາະໃນການເຮັດວຽກ ບໍ່ມີໃຜເກັ່ງກວ່າໃຜ ພຽງແຕ່ມີລັກສະນະການເຮັດວຽກທີ່ແຕກຕ່າງກັນ ເຊິ່ງມື້ທໍາອິດຂອງການເຮັດວຽກ ແນ່ນອນເຈົ້າຕ້ອງໄດ້ປັບຮູບແບບຂອງການເຮັດວຽກເພື່ອໃຫ້ເຂົ້າກັບບ່ອນເຮັດວຽກໃໝ່  ທາງທີ່ດີເຈົ້າຕ້ອງຮັບຟັງ ແລະ ພະຍາຍາມເຮັດຄວາມເຂົ້າໃຈໃນໜ້າວຽກໃຫ້ຫຼາຍທີ່ສຸດ

5. ຫ້າມນັ່ງຄົນດຽວ

ມື້ທໍາອິດເຈົ້າຄວນເປິດໃຈ ກັບຄົນໃໝ່ໆ ສິ່ງໃໝ່ໆ ແລະ ຄວນເຮັດໃຫ້ມື້ທໍາອິດເປັນມື້ທີ່ດີທີ່ສຸດ. ທີ່ສໍາຄັນແມ່ນ ຫ້າມນັ່ງກົ້ມໜ້າຄົນດຽວ ເພາະມັນບໍ່ແມ່ນເລື່ອງທີ່ດີ ຄວນເປິດໂອກາດໃຫ້ໂຕເອງໄດ້ລົມ ແລະ ສ້າງສາຍສໍາພັນທີ່ດີກັບເພື່ອນຮ່ວມງານ

ທັງໝົດນີ້ເປັນພຽງພື້ນຖານເລັກໆນ້ອຍໆເທົ່ານັ້ນ ເຊິ່ງອິນໄຊລາວກໍຫວັງວ່າຈະເປັນປະໂຫຍດກັບທຸກຄົນບໍ່ຫຼາຍກໍໜ່ອຍ ລອງເອົາໄປປັບໃຊ້ເບິ່ງ ບາງເທື່ຶອຄໍາແນະນໍາເຫຼົ່ານີ້ ອາດຈະເຮັດໃຫ້ເພື່ອນຮ່ວມງານ ຫຼື ຫົວໜ້າ ປະທັບໃຈໃນໂຕທ່ານຕັ້ງແຕ່ມື້ທໍາອິດກໍ່ເປັນໄປໄດ້.

ຂໍ້ມູນດີໆຈາກ: https://bit.ly/2NGRzXD

Hits: 3

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້