
ສະຖານເອກອັກຄະຣາຊະທູດໄທ ທີ່ນະຄອນຫຼວງວຽງຈັນ ສປປ ລາວ ຮ່ວມກັບ ເອັດສຊີຈີ ເຊີ່ງເປັນອົງກອນຊັ້ນນໍາທີ່ມຸ້ງສ້າງຄວາມຍືນຍົງໃນອາຊຽນ ພ້ອມດ້ວຍຜູ້ປະກອບການໄທໃນ ສປປ ລາວ ຮ່ວມກັນຈັດກິດຈະກໍາກວດສຸຂະພາບ ແລະ ຮັກສາແຂ້ວໃຫ້ແກ່ພຣະສົງ ແລະ ສໍາມະເນນຫຼາຍກວ່າ 999 ອົງ ເພື່ອຖວາຍເປັນພຣະຣາດຊະກຸສົນ ເນື່ອງໃນພຣະຣາດຊະພິທີບໍຣົມຣາຊາພິເສກພຣະບາດສົມເດັດພຣະປະຣະເມນທະຣະຣາມາທິບບໍດີສີສິນມະຫາວະຊິຣາລົງກອນ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ຣາດຊະການທີ 10 ໂດຍມີຄະນະທັນຕະແພດ ຈາກໜ່ວຍທັນຕະກໍາພຣະຣາດຊະທານ ຄະນະແພດສາດ ຈຸລາລົງກອນມະຫາວິທະຍາໄລພ້ອມເຈົ້າໜ້າທີ່ສະໜັບສະໜູນຫຼາຍກວ່າ 70 ຄົນ ມາໃຫ້ບໍລິການໃນວັນທີ 5 ແລະ 6 ມິຖຸນາ 2019 ທີ່ວັດອົງຕື້ມະຫາວິຫານ ນະຄອນຫຼວງວຽງຈັນ ສປປ ລາວ.


ເປັນກຽດເຂົ້າຮ່ວມງານເປີດພິທີຝ່າຍໄທມີ ທ່ານ ກຽດຕິຄຸນ ຊາດປະເສີດ ເອກອັກຄະຣາຊະທູດໄທ ພ້ອມພັນລະຍາ. ທ່ານ ນິທິ ພັດທະຣະໂຊກ President ທຸລະກິດຊີມັງ ແລະ ຜະລິດຕະພັນກໍ່ສ້າງ ເອັດສຊີຈີ. ຜູ້ຊ່ວຍສາດສະດາຈານທັນຕະແພດ ດຣ. ສຸສິດ ພູນທອງ ຄະນະບໍດີທັນຕະແພດສາດ ຈຸລາລົງກອນມະຫາວິທະຍາໄລ ພ້ອມດ້ວຍຄະນະ. ຝ່າຍລາວມີພະອາຈານໃຫຍ່ ປອ. ພວງປະເສີດ ພູມມາວົງ ຜູ້ອຳນວຍການວິທະຍາໄລສົງ ແລະ ເຈົ້າອາວາດວັດອົງຕື້, ຮອງສາດສະດາຈານ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ດຣ. ບຸນຍົງ ສີດາພອນ ຄະນະບໍດີທັນຕະແພດສາດ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມ

ທ່ານ ນິທິ ພັດທະຣະໂຊກ President ທຸລະກິດຊີມັງ ແລະ ຜະລິດຕະພັນກໍ່ສ້າງ ເອັດສຊີຈີກ່າວວ່າ: ການມີສຸຂະພາບທີ່ດີ ເປັນປັດໃຈພື້ນຖານໃນການດໍາລົງຊີວິດ ທາງເອັດສຊີຈີເຫັນຄວາມສຳຄັນໃນການພັດທະນາຄຸນນະພາບຊີວິດ ເພື່ອນໍາໄປສູ່ການພັດທະນາຢ່າງຍືນຍົງ ທາງດ້ານສັງຄົມ ແລະ ວັດທະນະທໍາ ກິດຈະກໍາໃນຄັ້ງນີ້ ຈະເປັນການຊ່ວຍລົດປັນຫາສຸຂະພາບທີ່ເກີດຂຶ້ນແກ່ພຣະສົງ ຊ່ວຍໃຫ້ພຣະສົງສາມາດປະຕິບັດກິດ ແລະ ສືບທອດພຸດທະສາສະໜາຕໍ່ໄປໄດ້ແບບຍືນຍົງ.
ທ່ານ ນິທິ ພັດທະຣະໂຊກ ກ່າວເພີ່ມຕື່ມວ່າ ກິດຈະກໍາຄັ້ງນີ້ ເກີດຂື້ນໄດ້ດ້ວຍຄວາມຮ່ວມມືຂອງຫຼາຍພາກສ່ວນ ທັງສະຖານເອກອັກຄະຣາຊະທູດໄທ ທີ່ນະຄອນຫຼວງວຽງຈັນ, ຜູ້ປະກອບການໄທໃນ ສປປ ລາວ, ຄະນະທັນຕະແພດ ແລະ ເຈົ້າໜ້າທີ່ສະໜັບສະໜູນ ໂດຍຍິນດີທີ່ໄດ້ເຫັນທຸກຄົນຮ່ວມເປັນຈິດອາສາ ເຮັດຄວາມດີຕາມແນວທາງພຣະຣາດຊະດໍາຣິ ມີຄວາມສາມັກຄີປອງດອງ ຮ່ວມແຮງ ຮ່ວມໃຈປະກອບກິດຈະກໍາສາທາລະນະເພື່ອປະໂຫຍດສຸກຂອງສ່ວນລວມ ໂດຍບໍ່ຫວັງສິ່ງຕອບແທນ ແລະ ຍັງໄດ້ນັກສຶກສາທຶນມະຫາວິທະຍາໄລຈາກໂຄງການ SCG Sharing the Dream ມາເປັນອາສາສະໝັກຮ່ວມກິດຈະກໍາອີກດ້ວຍ ນອກຈາກນີ້ ຂໍຂອບໃຈມາຍັງພຣະອາຈານໃຫຍ່ ປອ. ພວງປະເສີດ ພູມມາວົງ ຜູ້ອໍານວຍການ ວິທະຍາໄລສົງວັດອົງຕື້ ແລະ ເຈົ້າອາວາດວັດອົງຕື້ມະຫາວິຫານ ທີ່ອະນຸຍາດໃຫ້ໃຊ້ສະຖານທີ່ຂອງວັດ ແລະ ອໍານວຍຄວາມສະດວກໃນການຈັດກິດຈະກໍາ ອິກທັງພາກລັດ ແລະ ພາກເອກກະຊົນຂອງ ສປປ ລາວ ທີ່ມີສ່ວນຮ່ວມໃນໂຄງການນີ້ດໍາເນີນໄດ້ຢ່າງຮຽບຮ້ອຍ.

ທ່ານ ກຽດຕິຄຸນ ຊາດປະເສີດ ເອກອັກຄະຣາຊະທູດໄທ ທີ່ນະຄອນຫຼວງວຽງຈັນ ໄດ້ກ່າວວ່າ: ໂຄງການຖວາຍກວດ ແລະ ປົວແຂ້ວຟຣີ ແດ່ນິສິດນັກສຶກສາພຣະສົງ ສຳມະເນນ ຄັ້ງນີ້ ເກິດຂື້ນໄດ້ດ້ວຍການຮ່ວມມືກັນຂອງຫຼາຍໆພາກສ່ວນ. ໂດຍເລີ່ມທຳອິດແມ່ນໄດ້ ປຶກສາກັບເຈົ້າອະທິການວັດອົງຕື້ ແລະ ຫຼັງຈາກນັ້ນກໍໄດ້ຕິດຕໍ່ກັບອົງການທີ່ກ່ຽວຂ້ອງ ພ້ອມທັງຄະນະທັນຕະແພດຈຸລາລົງກອນມະຫາວິທະຍາໄລ ແລ້ວທາງສະຖານທູດກໍໄດ້ຂໍສະການສະໜັບສະໜູນໄປທີ່ ບໍລິສັດເອກະຊົນທີ່ເຮັດທຸລະກິດໃນ ສປປ ລາວ ລວມທັງປະຊາຊົນຊາວໄທທົ່ວໄປ ໂດຍສະເພາະກໍແມ່ນ ບໍລິສັດ ເອັຊຊີຈີ ທີ່ເປັນຜູ້ສະໜັບສະໜູນຫລັກ ທີ່ເຮັດໃຫ້ເກີດໂຄງການດີໆແບບນີ້ ໂຄງການຖວາຍກວດ ແລະ ປົວແຂ້ວຟຣີ ແດ່ນິສິດນັກສຶກສາພຣະສົງ ສຳມະເນນ ຄັ້ງນີ້ ເກິດຂື້ນໄດ້ດ້ວຍການຮ່ວມມືກັນຂອງຫຼາຍໆພາກສ່ວນ.

ສຳລັບໂຄງການນີ້ກໍເປັນໂຄງການທີ່ດີ. ເຊິ່ງເຮັດໃຫ້ຄະນະທັນຕະແພດທັງ ສອງຊາດ ລາວໄທ ມີການແລກປ່ຽນບົດຮຽນກ່ຽວກັບ ສຸຂະພາບແຂ້ວໃຫ້ດີຂຶ້ນ ແລະ ຍັງສ້າງສາຍສຳພັນອັນແໜ່ນແກ່ນຕໍ່ ສອງຊາດ ລາວ-ໄທ. ທີ່ສຳຄັນແມ່ນພຣະສົງສຳມະເນນ ແມ່ນໄດ້ກວດສຸຂະພາບແຂ້ວ ແລະ ໃນນາມຕ່າງໃຫ້ພຣະສົງສຳມະເນນ ຂໍສະແດງຄວາມຂອບໃຈ ແກ່ບັນດາອົງການຈັດຕັ້ງທີ່ກ້ຽວຂ້ອງໄດ້ການຈັດໂຄງການຄັ້ງນີ້ດ້ວຍ.




Hits: 28