ຂໍຂອບໃຈນຳຜູ້ສະໜັບສະໜູນ

ໂຄງການບໍລິການທັນຕະກຳ ເພື່ອຖວາຍແດ່ພະສົງ ແລະ ສາມະເນນ ທີ່ວັດອົງຕື້ ໃນວັນທີ​ 5/6/2019​ ມີພຣະເຂົ້າຮ່ວມທັງຫມົດ 461 ອົງ.​ ໃນນັ້ນ ຂູດ​ຫີນ​ປູນ​ 151 ອົງ.​ ອັດແຂ້ວ 74 ອົງ​.​ ຖອນແຂ້ວ 32 ອົງ​ ແລະ​ ອື່ນໆອີກ.​

ດຣ. ສຸສິດ ພູນທອງ ຄະນະບໍດີທັນຕະແພດສາດ ຈຸລາລົງກອນມະຫາວິທະຍາໄລ​

ຜູ້ຊ່ວຍສາດສະດາຈານທັນຕະແພດ ດຣ. ສຸສິດ ພູນທອງ ຄະນະບໍດີທັນຕະແພດສາດ ຈຸລາລົງກອນມະຫາວິທະຍາໄລ​ ໄດ້ກ່າວວ່າ: ພຣະສົງ​ ສຳມະເນນທີ່ມາກວດສຸຂະພາບແຂ້ວໃນມື້ນີ້ສ່ວນຫຼາຍບໍ່ມີແຂ້ວແມງ ແຕ່ສ່ວນຫຼາຍແມ່ນມີບັນຫາເລື່ອງ​ ເຫງືອກບໍ່ຄ່ອຍດີ ທີ່ອາດສົ່ງຜົນໃຫ້ເປັນລໍາມະນາດໃນອະນາຄົດ ເນື່ອງຈາກມີຫີນປູນຫຼາຍ ສະນັ້ນວຽກສ່ວນໃຫ່ຍມື້ນີ້ແມ່ນໜັກໄປທາງຂູດຫີນປູນ.​ ຫີນປູນຖ້າມີຫຼາຍກໍຈະເຮັດໃຫ້ເຫງືອກບໍ່ແຂງແຮງ ແລ້ວສົ່ງຜົນໃຫ້ແຂ້ວຄອນ.​ ດັ່ງນັ້ນການປ້ອງກັນແຕ່ເນີ້ນໆຈະເປັນການດີທີ່ສຸດ​ ໂດຍການຖູແຂ້ວເປັນປະຈຳ.​ ບໍ່ໃຫ້ມີພວກເສດອາຫານຕິດ ຖ້າເຮັດໄດ້​ ແຂ້ວກໍຈະຢູ່ກັບເຮົາໄປໄດ້ດົນ​

ສຸດທ້າຍນີ້ ທາງຄະນະທັນຕະແພດ​ຂອງພວກເຮົາ​ ກໍ່ຮູ້ສຶກ​ເປັນກຽດຢ່າງຫຼາຍ ທີ່ໄດ້ມາຮ່ວມເຮັດບຸນທີ່ ສປປ​ ລາວ.​ ນອກຈາກຈະໄດ້ຊ່ວຍພຣະສົງ ສຳມະເນນ​ ໃຫ້ມີສຸຂະພາບແຂ້ວທີ່ດີແລ້ວ ພວກເຮົາເອງກໍຍັງໄດ້ບຸນກັບບ້ານອີກ​ດ້ວຍ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Hits: 3

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້