Tuesday, May 26, 2026
Kbank Laos โอน รับ จ่าย
-->

ນາຍົກລັດຖະມົນຕີ ເນັ້ນໜັກໃຫ້ປະເມີນຜົນໄດ້ຜົນເສຍ ໃນການພັດທະນາຂະແໜງພະລັງງານ ແລະ ບໍ່ແຮ່

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເນັ້ນໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ສືບຕໍ່ແກ້ໄຂ ຈັດຕັ້ງປະຕິບັດວຽກງານຂອງຕົນໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ໂດຍສະເພາະການພັດທະນາພື້ນ ຖານໂຄງລ່າງດ້ານພະລັງງານ ແລະ ບໍ່ແຮ່ ຕ້ອງໄດ້ມີການຕີລາຄາປະເມີນຜົນໄດ້ຜົນເສຍຢ່າງຮັດກຸມ ແລະ ຖີ່ຖ້ວນໃຫ້ທີ່ສຸດ ເພື່ອນຳໃຊ້ຊັບພະຍາກອນທຳມະ ຊາດ ໃຫ້ເກີດຜົນປະໂຫຍດສູງສຸດ, ມີຜົນກະທົບຕໍ່ທຳມະຊາດ, ສິ່ງແວດລ້ອມ ແລະ ການສູນເສຍຊັບ ພະຍາກອນທຳມະຊາດໃຫ້ໜ້ອຍທີ່ສຸດ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນໂອ້ລົມ ຕໍ່ກອງປະຊຸມສະຫລຸບ ຕີລາຄາ ແລະ ຖອດ ຖອນບົດຮຽນວຽກງານພະລັງງານ ແລະ ບໍ່ແຮ່ ປະຈຳ ປີ 2018 ແລະ ໄຕມາດ 1 ປີ 2019 ໃນວັນທີ 4 ມິຖຸນາ 2019, ໂດຍການເຂົ້າຮ່ວມ ຂອງ ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ບັນດາເຈົ້າແຂວງ, ຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫລວງວຽງຈັນ, ຜູ້ຕາງໜ້າຈາກບັນດາກະ ຊວງ, ອົງການຈັດຕັ້ງສາກົນ, ບໍລິສັດຜູ້ປະ ກອບການ ດ້ານວຽກງານພະລັງງານ ແລະ ບໍ່ແຮ່, ພ້ອມດ້ວຍພາກ ສ່ວນທີ່ກ່ຽວຂ້ອງ 300 ກ່່ວາຄົນ.

ການພັດທະນາພື້ນຖານໂຄງລ່າງ ດ້ານພະລັງງານໄຟຟ້າ ແລະ ບໍ່ແຮ່ ຕ້ອງໄປຄຽງຄູ່ກັບການອະນຸລັກ ແລະ ບູລະ ນະສິ່ງແວດລ້ອມໃຫ້ມີຄວາມຍືນຍົງ, ພ້ອມດຽວກັນ ຕ້ອງເພີ່ມທະວີເອົາໃຈໃສ່ຄຸ້ມຄອງການກໍ່ສ້າງ ໂຄງການຜະ ລິດພະລັງງານໄຟຟ້າໃຫ້ມີຄຸນນະພາບ ແລະ ມາດຕາຖານສາກົນ, ຕ້ອງມີແຜນອັນລະອຽດ ແລະ ຊັດເຈນ ການກວດສອບ-ກວດກາຄວາມປອດໄພຂອງເຂື່ອນ, ໂດຍຕ້ອງສຸມໃສ່ຕິດຕາມກວດກາສະພາບການຄຸ້ມຄອງ-ບໍລິ ຫານ ແລະ ການຈັດການນໍ້າຢູ່ແຕ່ລະເຂື່ອນຜະລິດໄຟຟ້າໃນທົ່ວປະເທດ ເພື່ອຮັບປະກັນໃຫ້ເຂື່ອນແຕ່ລະແຫ່ງມີຄວາມໜັ້ນຄົງ-ປອດໄພ, ສາມາດຮອງຮັບສະພາບດິນຟ້າອາກາດ ແລະ ໄພພິບັດທີ່ອາດຈະເກີດຂຶ້ນໄດ້ທຸກເວລາ.

ໃນຂະນະດຽວກັນ, ກໍໃຫ້ຮີບຮ້ອນປັບປຸງໂຄງສ້າງລາຄາໄຟຟ້າ ແລະ ການປະຕິບັດຕາມລາຄາໃໝ່ ສໍາລັບພາກທີ່ຢູ່ອາໃສ, ໄປ ພ້ອມໆ ກັບການປັບປຸງລາຄາໄຟຟ້າຕໍ່ພາກອຸດສາຫະກຳ, ການປຸງແຕ່ງຜະລິດຕະພັນກະສິກຳ ແລະ ອື່ນໆ ໃຫ້ສອດຄ່ອງກັບຕົ້ນທຶນຜະລິດຂອງໄຟຟ້າລາວ ເພື່ອບໍ່ໃຫ້ໄຟຟ້າລາວຂາຍໃນລາຄາທີ່ຫລຸບທຶນຫລາຍເກີນໄປ, ລວມທັງສືບຕໍ່ປັບປຸງຂອດໃຫ້ການບໍລິການ ແລະ ຫລຸດຜ່ອນຂັ້ນຕອນໃຫ້ສັ້ນລົງ ເພື່ອຮັບປະກັນຄວາມວ່ອງໄວ ແລະ ຄຸນນະພາບຂອງການບໍລິການ ຕາມຄຳສັ່ງ 02/ນຍ ເພື່ອປັບປຸງຕົວຊີ້ວັດການດຳເນີນທຸລະ ກິດໃຫ້ດີຂຶ້ນ.

ສຳລັບຄຸນນະພາບຂອງການລົງທຶນ, ຕ້ອງເອົາໃຈໃສ່ຄຸ້ມຄອງ ແລະ ຕິດຕາມກວດກາບັນດາກິດຈະການໄຟຟ້າປະເພດຕ່າງໆ ເປັນຕົ້ນແມ່ນ ພະລັງງານໄຟຟ້ານ້ຳຕົກ, ພະລັງງານໄຟຟ້າຖ່ານຫີນ ແລະ ພະລັງງານທົດແທນຢ່າງເຂັ້ມງວດ ໂດຍສະເພາະໂຄງການໃດ ທີ່ຍັງບໍ່ທັນມີຕະຫລາດຂາຍໄຟຟ້າ, ບໍ່ມີຄວາມຄືບໜ້າເທົ່າທີ່ຄວນ ກໍຄວນໂຈະໄວ້ກ່ອນ, ພ້ອມນີ້ກໍໃຫ້ກະຊວງ ພະລັງງານ ແລະ ບໍ່ແຮ່ ຮີບຮ້ອນສຳຫລວດຄວາມຕ້ອງການ ການຊົມໃຊ້ໄຟຟ້າທັງຢູ່ພາຍໃນ ແລະ ສຶກສາເບິ່ງຄວາມຕ້ອງການໄຟຟ້າຂອງປະເທດໃກ້ຄຽງ ຕາມທີ່ໄດ້ຊີ້ນຳຜ່ານມາໃຫ້ສຳເລັດໂດຍໄວ.

ນອກຈາກນັ້ນ, ກໍໃຫ້ສືບຕໍ່ປັບປຸງການກຳນົດແຜນພັດທະນາວຽກງານພະລັງງານ ໃຫ້ສອດຄ່ອງກັບເງື່ອນໄຂ, ສະພາບ, ຄວາມຮຽກຮ້ອງຕ້ອງການ ແລະ ຄວາມສາມາດຕົວຈິງຂອງພວກເຮົາ, ສືບຕໍ່ຂຸດຄົ້ນທ່າແຮງບົ່ມຊ້ອນການນຳໃຊ້ພະລັງງານທົດແທນ ຊຶ່ງເປັນພະລັງງານໄຟຟ້າທີ່ສະອາດ, ເປັນມິດຕໍ່ສິ່ງແວດລ້ອມ ແລະ ມີຜົນກະທົບໜ້ອຍສຸດຕໍ່ປະຊາຊົນ, ພ້ອມທັງຄົ້ນຄວ້າຫລຸດຕົ້ນທຶນໃຫ້ຖືກລົງ.

ວຽກງານພະລັງງານ ແລະ ບໍ່ແຮ່ ແມ່ນມີບົດ ບາດທີ່ສຳຄັນ ແລະ ມີລັກສະນະເປັນພື້ນຖານ ໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ, ກາຍເປັນຂະແໜງເສດຖະກິດທີ່ໄຂຊ່ອງທາງ ໃນລະບົບເສດຖະກິດແຫ່ງຊາດ, ທັງແມ່ນປັດໄຈ ແລະ ເປັນເຄື່ອງມືທີ່ສໍາຄັນ ໃນການມ້າງເສດຖະກິດທຳມະຊາດ, ເຄິ່ງທໍາມະຊາດ, ເສດຖະກິດຜະລິດນ້ອຍ, ກະແຈກກະຈາຍ ໄປສູ່ເປັນເສດຖະກິດຜະລິດເປັນສິນຄ້າ, ເຮັດໃຫ້ເກີດການຫັນປ່ຽນແບບວິທີການຜະລິດ, ການດຳລົງຊີວິດ ແລະ ປະກອບສ່ວນເຂົ້າໃນການແກ້ໄຂຄວາມທຸກຍາກ ແລະ ພັດທະນາຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໃຫ້ດີຂຶ້ນເທື່ອລະກ້າວ.

ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

🌟 12 ປີມີເທື່ອດຽວ! ເປີດດວງ 12 ລາສີ ເດືອນພຶດສະພາ 2026

ຖືເປັນຈັງຫວະທອງຂອງຊີວິດ! ເປີດຄຳທຳນາຍດວງຊະຕາ ເດືອນພຶດສະພາ 2026 ດາວພະຫັດ ກາຍເປັນ "ມະຫາອຸດ" ໃນຮອບ 12 ປີ. ເດືອນນີ້ຖືວ່າເປັນ “ມຸງຄຸນຊ້ອນມຸງຄຸນ” ສົ່ງຜົນຕໍ່ທັງ 12 ລາສີ. ໃຜຈະເຮັງ ໃຜຈະປັງ ຫຼື ໃຜຕ້ອງລະວັງ? ມາເບິ່ງນຳກັນເລີຍ! ກຽມຮັບພະລັງມຸງຄຸນຄັ້ງໃຫຍ່ທີ່ສຸດໃນຮອບ 12 ປີ 🚀

ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ຊີພີ ອໍລ໌ ລາວ ຈັດກິດຈະກໍາຍົກລະດັບ  ຄຸນນະພາບສິນຄ້າ ແລະ ພັດທະນາຜູ້ປະກອບການທ້ອງຖິ່ນ

ພິທີເປີດກອງປະ​ຊຸມເຜີຍ​ແຜ່​ການຍົກລະດັບຄຸນນະພາບສິນຄ້າຂອງ ສປປ ລາວ ເພື່ອພັດທະນາຜູ້ປະກອບການ ແລະ ຄູ່ຮ່ວມທຸລະກິດ ໃນການເຂົ້າເຖິງຕະຫຼາດຈຳໜ່າຍສິນຄ້າຂອງຮ້ານ 7-ELEVEN Laos ຄັ້ງທີ 1 ປີ 2026 ເຊີ່ງມີຜູ້ປະກອບການ ແລະ ຄູ່ຄ້າໃຫ້ຄວາມສົນໃຈເຂົ້າຮ່ວມເປັນຈໍານວນຫຼາຍ

“ພຣະສ່ຽງທວາຍ” ທີ່ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ

ພຣະສ່ຽງທວາຍ ທີ່ປະດິດສະຖານຢູ່ທີ່ ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ ເປັນພຣະເກົ່າແກ່ອີກອົງຫນຶ່ງ ທີ່ຜູ້ຄົນທັງຫລາຍໄດ້ສຳຜັດ ແລະຍົກຍໍຂຶ້ນເປັນປະຈຳ ພຣະອົງນີ້ເປັນເນື້ອທອງສຳຣິດ ສີອອກທອງນາກ ເປັນພຣະປັດເຈກພຣະພຸດທະເຈົ້າ ປະດິດສະຖານຢູ່ຫໍພຣະໄສຍາດຂອງວັດຊຽງທອງ ເມື່ອກ່ອນແມ່ນເອົາໄວ້ຫໍແຫ່ງນີ້ເປັນປະຈຳ ເມື່ອຫລາຍປີຜ່ານມາທາງວັດແມ່ນໄດ້ຂຶ້ນເກັບຮັກສາໄວ້ ແຕ່ຈະອາຣາດທະນາລົງມາໃຫ້ພຸດທະບໍຣິສັດທັງຫລາຍໄດ້ຍົກຍໍ ສ່ຽງທວາຍ ໃນຍາມທີ່ມີພິທີອາຣາດທະນາພຣະເຈົ້າໝ່ານລົງຫົດສົງພ້ອມ