ສະພາການຄ້າ ເອົາໃຈໃສ່ປະຕິບັດແຜນຍຸດທະສາດ 4 ເສົາຄ້ຳ ເພື່ອຄວາມເຂັ້ມແຂງທຸລະກິດຂະໜາດນ້ອຍ ແລະກາງ (SME)

ກອງ​ປະ­ຊຸມ​ຄົບ​ຄະ­ນະ​ບໍ­ລິ­ຫານ​ງານ​ສະ­ພາ​ການ​ຄ້າ ແລະ ອຸດ­ສາ­ຫະ­ກຳ​ແຫ່ງ​ຊາດ​ລາວ (ສຄອຊ) ຈັດ​ຂຶ້ນ​ທີ່ ສຄອຊ ເປັນ​ປະ­ທານ​ຂອງ​ທ່ານ ອຸ​ເດດ ສຸ­ວັນ­ນະ​ວົງ ປະ­ທານ ສຄອຊ ມີ​ຄະ­ນະ​ບໍ­ລິ­ຫານ​ງານ ສຄອຊ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ໂອ­ກາດ​ນີ້ ທ່ານ ພູ­ໄຊ ເທບ​ພະ​ວົງ ເລ­ຂາ­ທິ­ການ ສຄອຊ ໄດ້​ລາຍ​ງານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ຍຸດ​ທະ​ສາດ​ການ​ພັດ­ທະ­ນາ​ພາກ​ທຸ­ລະ​ກິດ​ຕາມ 4 ເສົາ­ຄ້ຳ ແຕ່​ປີ 2018-2020 ທີ່​ກອງ​ປະ­ຊຸມ​ຄະ­ນະ​ບໍ­ລິ­ຫານ​ງານ​ໄດ້​ຮັບ­ຮອງ​ເອົາ​ປີ 2017 ເພື່ອ​ໃຫ້​ກອງ​ປະ­ຊຸມ​ຮັບ​ຊາບ ແລະ ໃຫ້​ທິດ​ຊີ້​ນຳ ເຊິ່ງ​ເຫັນ​ວ່າ​ໄລ­ຍະ​ຜ່ານ​ມາ ສຄອຊ ໄດ້​ເອົາ­ໃຈ­ໃສ່​ໃນ​ການ​ປະ­ຕິ­ບັດ​ແຜນ​ຍຸດ​ທະ​ສາດ ການ​ພັດ­ທະ­ນາ​ພາກ​ທຸ­ລະ​ກິດ​ຂອງ​ຕົນ​ຢ່າງ​ເປັນ​ລະ­ບົບ​ທີ່​ປະ­ກອບ​ດ້ວຍ 4 ເສົາ­ຄ້ຳ​ຫຼັກ ແລະ ສອງ​ເສົາ­ຄ້ຳ​ສະ­ໜັບ­ສະ­ໜູນ ເພື່ອ​ສ້າງ​ຄວາມ​ເຂັ້ມ­ແຂງ​ໃຫ້​ອົງ​ການ­ຈັດ­ຕັ້ງ ສຄອຊ ແລະ ພາກ​ທຸ­ລະ​ກິດ ໃນ​ນັ້ນ ມີ​ວຽກ​ງານ​ພັດ­ທະ­ນາ​ແວດ​ລ້ອມ​ທຸ­ລະ​ກິດ ບໍ­ລິ­ການ​ສົ່ງ­ເສີມ​ວິ​ສາ​ຫະ​ກິດ​ຂະ­ໜາດ​ນ້ອຍ ແລະ ກາງ (SME) ການ​ສົ່ງ­ເສີມ​ການ​ຕະ­ຫຼາດ​ຂອງ​ຜະ­ລິດ​ຕະ​ພັນ​ລາວ ແລະ ວຽກ​ງານ​ພັດ­ທະ­ນາ​ລະ­ບົບ​ການ​ຄຸ້ມ​ຄອງ​ຂໍ້​ມູນ​ຂ່າວ­ສານ ແລະ ການ​ປະ­ຊາ­ສຳ­ພັນ​ແບບ​ລວມ​ສູນ​ຂອງ​ພາກ​ທຸ­ລະ​ກິດ ນອກ​ນີ້ ສຄອຊ ຍັງ​ໄດ້​ເອົາ­ໃຈ­ໃສ່​ຊຸກ­ຍູ້​ສົ່ງ­ເສີມ​ວຽກ​ງານ​ພົວ­ພັນ​ຮ່ວມ​ມື​ຕ່າງ­ປະ­ເທດ ແລະ ການ​ປັບ­ປຸງ​ການ­ຈັດ­ຕັ້ງ​ຂອງ ສຄອຊ ແຂວງ ແລະ ສະ­ມາ­ຄົມ-ກຸ່ມ​ທຸ­ລະ​ກິດ​ໃຫ້​ມີ​ຄວາມ​ເຂັ້ມ­ແຂງ​ຫຼາຍ​ຂຶ້ນ.

ສຳ­ລັບ​ການ­ເຄື່ອນ­ໄຫວ​ວຽກ​ງານ​ອັນ​ພົ້ນ​ເດັ່ນ ໃນ​ຂະ­ແໜງ­ການ​ຕ່າງໆ​ໄລ­ຍະ 5 ເດືອນ​ຜ່ານ​ມາ ໂດຍ​ສະ­ເພາະ ການ​ພັດ­ທະ­ນາ​ສົ່ງ­ເສີມ​ການ​ຕະ­ຫຼາດ​ຜະ­ລິດ​ຕະ​ພັນ​ລາວ ເພື່ອ​ເພີ່ມ​ທະ­ວີ​ການ​ສົ່ງ­ເສີມ​ຜະ­ລິດ​ຕະ​ພັນ​ຍີ່­ຫໍ້​ລາວ ໃຫ້​ກ້າວ​ສູ່​ຕະ­ຫຼາດ​ສາ­ກົນ ສຄອຊ ໄດ້​ສ້າງ­ຕັ້ງ​ຫ້ອງ­ການ​ສົ່ງ­ເສີມ​ຜະ­ລິດ​ຕະ​ພັນ​ລາວ ຢູ່​ສຳ­ນັກ­ງານ​ຂອງ​ຕົນ ເພື່ອ​ບໍ­ລິ­ການ​ໃຫ້​ບໍ­ລິ­ສັດ​ຜູ້​ສົ່ງ​ອອກ​ຜະ­ລິດ​ຕະ​ພັນ​ຈາກ​ລາວ ໄດ້​ເຂົ້າ​ເຖິງ​ຕະ­ຫຼາດ ຫຼື ເຂົ້າ​ຮ່ວມ​ຕ່ອງ​ໂສ້​ການ​ຜະ­ລິດ​ລະ­ດັບ​ພາກ​ພື້ນ ໂດຍ​ໄດ້​ຮ່ວມ​ມື​ກັບ​ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ແລະ ອົງ­ການ​ສະ­ຫະ​ປະ­ຊາ​ຊາດ ພ້ອມ​ນັ້ນ ໄດ້​ຄັດ​ເລືອກ​ເອົາ​ຜະ­ລິດ​ຕະ​ພັນ​ລາວ​ຈຳ­ນວນ​ໜຶ່ງ ເພື່ອ​ສ້າງ​ເປັນ​ຜະ­ລິດ​ຕະ​ພັນ​ຕົວ​ແບບ​ສົ່ງ​ອອກ​ຂອງ​ລາວ ເຊັ່ນ: ຊາ ກາ­ເຟ ເຂົ້າ­ໜຽວ ແພ­ໄໝ ອາ­ຫານ ການ­ທ່ອງ­ທ່ຽວ​ແບບ​ອະ­ນຸ​ຮັກ​ທຳ​ມະ​ຊາດ ແລະ ໄດ້​ຈົດ​ລິ​ຂະ​ສິດ​ໃນ​ໂລ​ໂກ​ຂອງ Made In Laos ເພື່ອ​ຢັ້ງ­ຢືນ​ແຫຼ່ງ​ກຳ­ນົດ​ສິນ­ຄ້າ​ຢ່າງ​ເປັນ​ທາງ​ການ ໃນ​ປີ 2018 ແລະ ອື່ນໆ.

ນອກ​ນີ້ ກອງ​ປະ­ຊຸມ​ຍັງ​ໄດ້​ຄົ້ນ­ຄວ້າ​ປືກ​ສາ​ຫາ­ລື​ກ່ຽວ​ກັບ​ການ​ມີ​ສ່ວນ​ຮ່ວມ ຂອງ​ຄະ­ນະ​ບໍ­ລິ­ຫານ​ງານ​ທີ່​ປືກ​ສາ ແລະ ບັນ­ດາ​ບໍ­ລິ­ສັດ​ໃຫຍ່ ທີ່​ມີ​ທ່າ­ແຮງ​ຊຸກ­ຍູ້​ການ​ສ້າງ​ຄວາມ​ເຂັ້ມ­ແຂງ​ໃຫ້​ກັບ​ພາກ​ທຸ­ລະ​ກິດ​ຂັ້ນ​ແຂວງ ແລະ ສະ­ໜັບ­ສະ­ໜູນ​ການ​ແກ້​ໄຂ​ຄວາມ­ທຸກ​ຍາກ​ຂອງ​ປະ­ຊາ­ຊົນ ຕາມ​ນະ­ໂຍ­ບາຍ​ຂອງ​ລັດ­ຖະ­ບານ ສະ­ເໜີ​ໂຄງ­ການ​ເງິນ​ສົມ­ທົບ​ເພື່ອ​ສົ່ງ­ເສີມ​ທຸ­ລະ​ກິດ ແລະ ບັນ­ຫາ​ເສດ­ຖະ­ກິດ​ຕ່າງໆ ເພື່ອ​ນຳ​ສະ­ເໜີ​ລັດ­ຖະ­ບານ​ພິ­ຈາ­ລະ­ນາ​ແກ້​ໄຂ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: