Sunday, May 25, 2025
Kbank Laos โอน รับ จ่าย

ສົ່ງເສີມການຮຽນຮູ້-ນຳໃຊ້ໄອຊີທີ ກຽມເຂົ້າສູ່ເສດຖະກິດດີຈິຕອນ

ພະ​ແນກ​ໄປ­ສະ­ນີ ໂທລະ​ຄົມ­ມະ­ນາ­ຄົມ ແລະ ການ​ສື່­ສານ​ນະ­ຄອນ­ຫຼວງ​ວຽງ​ຈັນ (ປທສ ນວ) ຈັດ​ສຳ​ມະ​ນາ​ຫົວ­ຂໍ້ “ສົ່ງ­ເສີມ​ການ​ຮຽນ​ຮູ້ ແລະ ການ​ນຳ​ໃຊ້​ໄອ​ຊີ​ທີ ເພື່ອ​ກຽມ​ຄວາມ​ພ້ອມ​ເຂົ້າ​ສູ່​ເສດ­ຖະ­ກິດ​ດີ​ຈິ​ຕອນ” ເພື່ອ​ແນ­ໃສ່​ຈັດ​ຕັ້ງ​ປະ­ຕິ­ບັດ​ຄາດ­ໝາຍ​ສູ້​ຊົນ​ໃນ​ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ 6 ຂອງ​ອົງ­ຄະ​ນະ​ພັກ ນວ ກໍ​ຄື​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ 5 ປີ (2016-2020) ແລະ ການ​ຜັນ​ຂະ­ຫຍາຍ 1 ໃນ 6 ໂຄງ­ການ​ບຸກ​ທະ­ລຸ​ຂອງ ນວ ກ່ຽວ​ກັບ​ການ​ປັບ­ປຸງ​ລະ­ບົບ​ບໍ­ລິ­ຫານ​ລັດ ເປັນ​ທັນ​ສະ­ໄໝ (ບໍ­ລິ­ຫານ​ແບບ​ເອ​ເລັກ​ໂຕຣ​ນິກ) ຈັດ​ຂຶ້ນ​ຢູ່​ຫ້ອງ​ວ່າ­ການ​ປົກ­ຄອງ ນວ ເປັນ​ປະ­ທານ​ຂອງ​ທ່ານ ສີ​ຄອນ ອ່ອນ​ສີ​ພັນ​ລາ ຫົວ­ໜ້າ​ພະ​ແນກ ປທສ ນວ ມີ​ຮອງ​ຫົວ­ໜ້າ​ພະ​ແນກ ເຈົ້າ­ເມືອງ ຮອງ​ເຈົ້າ­ເມືອງ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ ສີ​ຄອນ ອ່ອນ​ສີ​ພັນ​ລາ ກ່າວ​ວ່າ:

ສຳ​ມະ​ນາ​ຄັ້ງ​ນີ້​ແບ່ງ​ເປັນ 4 ຫົວ­ຂໍ້ ຄື:

ເສດ­ຖະ­ກິດ​ດີ​ຈິ​ຕອນ ຄວາມ​ສຳ­ຄັນ​ຂອງ​ການ​ເຊື່ອມ​ໂຍງ​ເຄືອ​ຄ່າຍ​ພາກ​ລັດ ການ​ນຳ​ໃຊ້​ໄອ​ຊີ​ທີ​ໃຫ້​ມີ​ຄວາມ​ປອດ​ໄພ ແລະ ສະ​ຕາ​ສ​ອັບ ປັດ­ຈຸ­ບັນ ພວກ​ເຮົາ​ກຳ­ລັງ​ກ້າວ​ເຂົ້າ​ສູ່​ຍຸກ​ແຫ່ງ​ວິ­ວັດ­ທະ­ນາ​ການ​ດ້ານ​ວິ­ທະ­ຍາ­ສາດ ແລະ ເຕັກ​ໂນ​ໂລ​ຊີ ການ​ພັດ­ທະ­ນາ ແລະ ສົ່ງ­ເສີມ​ນຳ​ໃຊ້​ອິນ​ເຕີ​ເນັດ​ເຂົ້າ​ໃນ​ການ​ຫັນ­ປ່ຽນ​ດ້ານ​ອຸດ­ສາ­ຫະ­ກຳ ການ​ຄ້າ-ການ​ບໍ­ລິ­ການ​ທຸກ​ຢ່າງ​ໃຫ້​ເປັນ​ເອ​ເລັກ​ໂຕຣ​ນິກ.

ເພື່ອ​ສົ່ງ­ເສີມ​ເສດ­ຖະ­ກິດ​ດີ​ຈິ​ຕອນ ການ​ຄຸ້ມ​ຄອງ​ມີ​ຄວາມ​ປອດ​ໄພ​ທາງ​ຄອມ​ພິວ​ເຕີ ເພື່ອ​ສ້າງ​ກົນ​ໄກ​ການ​ຄຸ້ມ​ຄອງ​ອິນ​ເຕີ​ເນັດ​ໃຫ້​ດີ​ຂຶ້ນ ຄວາມ​ສຳ­ຄັນ​ຂອງ​ການ​ເຊື່ອມ​ໂຍງ​ເຄືອ​ຄ່າຍ​ພາກ​ລັດ ໝາຍ​ເຖິງ​ການ​ຫັນ​ເປັນ​ທັນ​ສະ­ໄໝ (ຫັນ​ເປັນ​ເອ​ເລັກ​ໂຕຣ​ນິກ) ດ້ວຍ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ໄອ​ຊີ​ທີ​ເຊື່ອມ​ໂຍງ​ເຂົ້າ­ກັນ ການ​ນຳ​ໃຊ້​ຊັບ­ພະ­ຍາ­ກອນ​ທີ່​ມີ​ປະ​ສິດ­ທິ​ຜົນ ປະ­ຢັດ​ແຮງ​ງານ ແລະ ເວ­ລາ ສຳ­ລັບ​ການ​ນຳ​ໃຊ້​ໄອ​ຊີ​ທີ​ໃຫ້​ມີ​ຄວາມ​ປອດ​ໄພ ແມ່ນ​ການ​ນຳ​ໃຊ້​ໄອ​ຊີ​ທີ​ທີ່​ຕ້ອງ​ຄຳ­ນຶງ​ເຖິງ​ຄວາມ​ປອດ​ໄພ ເປັນ­ຕົ້ນ ການ​ນຳ​ໃຊ້​ສື່​ສັງ­ຄົມ ການ​ເຂົ້າ​ເຖິງ​ອິນ​ເຕີ​ເນັດ ຫຼື ການ​ໃຊ້​ແອັບ​ພລິກ​ເຄ​ຊັນ​ຕ່າງໆ ຕ້ອງ​ຄຳ­ນຶງ​ເຖິງ​ຄວາມ​ປອດ​ໄພ ສ່ວນ​ສະ​ຕາ​ສ​ອັບ ໝາຍ​ເຖິງ​ຄວາມ​ຄິດ​ທີ່​ແຕກ​ຕ່າງ ແລະ ການ​ສ້າງ​ທີ່​ແຕກ​ຕ່າງ​ໝູ່​ແຕ່​ມີ​ປະ​ສິດ­ທິ​ຜົນ​ສູງ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

“ຜ້າໄໝລາວ” ການອະນຸລັກ ແລະ ການປ່ຽນແປງ

ການອະນຸລັກ “ຜ້າໄໝລາວ” ມີຄວາມໝາຍວ່າ ລວດລາຍສີໄມ້ລາຍມືໃນຜືນຜ້າໃໝລາວ ຂອງບັນດາຊົນເຜົ່າຊາດລາວຕັ້ງແຕ່ເດີມມາເຖິງປັດຈຸບັນ ແມ່ນໄດ້ກາຍເປັນວັດທະນະທຳລາວມາແຕ່ບູຮານນະການ ຈຶ່ງຕ້ອງໄດ້ ອະນຸລັກ ແລະ ປົກປ້ອງຮັກສາໄວ້ໃຫ້ຄົງຢູ່ຢ່າງເປັນນິລັນດອນ ເຊິ່ງໄດ້ກາຍເປັນເອກະລັກຂອງຜ້າໄໝລາວ.

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.