Thursday, May 15, 2025
Kbank Laos โอน รับ จ่าย

​ສ້າງ​ນັກ​ວິ​ຊາ​ການ​ຜ່ານ​ມາ ​ບໍ່​ສອດ​ຄ່ອງ​ກັບ​ໂຄງ​ປະ​ກອບເ​ສດ​ຖະ​ກິດ-ສັງ​ຄົມ

ພາບປະກອບ

ໃນ​ໄລ​ຍະ​ຜ່ານ​ມາ​ ການ​ສ້າງ​ນັກ​ວິ​ຊາ​ການ ​ຍັງ​ບໍ່​ທັນ​ສອດ​ຄ່ອງ ​ກັບໂຄງ​ປະ​ກອບ ​ເສດ​ຖະ​ກິດ-ສັງ​ຄົມ ເທົ່າ​ທີ່​ຄວນ, ການກໍ່​ສ້າງ​ໄປ​ຕາມ​ຄ່າ​ນິ​ຍົມ ເຮັດ​ໃຫ້​ຂາດ​ດຸນ​ທາງ​ດ້ານ​ແຮງ​ງານ ລະ​ຫວ່າງ ການ​ສະ​ໜອງ ແລະ ຄວາມ​ຕ້ອງ ການ ໂດຍ​ສະ​ເພາະ​ ໃນ​ຂະ​ແໜງບູ​ລິ​ມະ​ສິດ ເປັນ​ຕົ້ນ ວິ​ຊາ​ສະ​ເພາະ​ໃນ​ສາ​ຂາ ​ວິ​ຊາ​ກະ​ສິ​ກຳ, ຄູ ແລະ ພະ​ຍາ​ບານ ເພື່ອ​ຕອບ​ສະ​ໜອງໃຫ້​ແກ່​ການພັດ​ທະ​ນາ​ປະ​ເທດ​ຊາດ​ທາງ​ດ້ານ​ປະ​ລິ​ມານ ແລະ ຄຸນ​ນະ​ພາບ, ເຊິ່ງ​ມີ​ຫລາຍ​ສາ​ເຫດ. 

ໃນ​ນັ້ນ ສາ​ເຫດ​ຫລັກ​ ແມ່ນ​ສັງ​ຄົມ ກໍ​ຄືພໍ່​ແມ່​ຜູ້​ປົກຄອງ ຍັງ​ບໍ່​ທັນ​ຮັບ​ຮູ້ ແລະ ເຂົ້າ​ໃຈ​ ຕໍ່​ແຜນ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ຂີດ​ຄວາມ​ສາ​ມາດ​ຂອງ​ພະ​ນັກ​ງານ​ ຈຳ​ນວນ​ໜຶ່ງຍັງ​ຈຳ​ກັດ ໃນ​ການ​ຄົ້ນ​ຄວ້າ, ຜັນ​ຂະ​ຫຍາຍ​ ຍຸດ​ທະ​ສາດ​ ໃຫ້​ເປັນ​ໂຄງ​ການ, ແຜນ​ງານ, ງົບ​ປະ​ມານ​ ໃນ​ການ​ຊຸກ​ຍູ້​ສົ່ງ​ເສີມ ແລະ ອຳ​ນວຍຄວາມ​ສະ​ດວກ ​ຍັງມີ​ລັກ​ສະ​ນະ​ຈຳ​ກັດ.

ພາບປະກອບ

ທ່ານ ນາງ​ ແສງ​ເດືອນ ຫລ້າ​ຈັນ​ທະ​ບູນ ລັດ​ຖະ​ມົນ​ຕີ​ ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ ໄດ້​ໃຫ້​ຮູ້​ໃນ​ກອງ​ປະ​ຊຸມ ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 7 ຂອງ​ສະ​ພາ​ ແຫ່ງ​ຊາດ​ ຊຸດ​ທີ VIII ໃນ​ວັນ​ທີ 5 ມິ​ຖຸ​ນາ 2019 ນີ້​ວ່າ:

ປັດ​ຈຸ​ບັນ ລັດ​ຖະ​ບານ ຖື​ເອົາ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ ເປັນ​ປັດ​ໄຈ​ ຕັດ​ສິນ​ການ​ເຕີບ​ໂຕ​ ຂອງ​ເສດ​ຖະ​ກິດ-ສັງ​ຄົມ ກໍ​ຄື​ ການ​ພັດ​ທະ​ນາ​ປະ​ເທດ​ຊາດ ໂດຍ​ເຫັນ​ໄດ້​ ຄ​ວາມ​ສຳ​ຄັນ ​ດັ່ງ​ກ່າວ ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ ໄດ້​ຮ່ວມ​ກັບ​ພາກ​ສ່ວນ​ກ່ຽວ​ຂ້ອງ​ ໄດ້​ສືບ​ຕໍ່ ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ ​ໃນ​ຂະ​ແໜງ​ບູ​ລິ​ມະ​ສິດ, ໃນ​ນັ້ນຂະ​ແໜງ​ກະ​ສິ​ກຳ ແມ່ນ​ສາ​ມາດ​ສ້າງ​ໄດ້​ນັກ​ວິ​ຊາ​ການໃນ​ຫລາຍ​ລະ​ດັບ ລວມ​ທັງ​ປະ​ລິນ​ຍາ​ເອກ ແລະ ປະ​ລິນ​ຍາ​ໂທ ດ້ານ​ກະ​ສິ​ກຳ ​ທີ່​ລົງ​ເລິກ​ໃນ​ສາ​ຂາ ​ວິ​ຊາ​ທີ່​ຈຳ​ເປັນ ເຊັ່ນ: ປູກ​ຝັງ, ວິ​ທະ​ຍາ​ສາດ​ດິນ, ວິ​ທະ​ຍາ​ສາດ​ພືດ, ປ້ອງ​ກັນ​ພືດ, ສັດ​ລ້ຽງ, ສັດ​ຕະ​ວະ​ແພດ ແລະອື່ນໆ.

ພາບປະກອບ

ສ່ວນ​ຂະ​ແໜງ​ຄູໄລ​ຍະ​ຜ່ານ​ມາ, ກະ​ຊວງ​ສຶກ​ສາ​ທິ​ການ​ ໄດ້​ສ້າງ​ແຜນ​ຍຸດ​ທະ​ສາດ ແລະ ແຜນ​ປະ​ຕິ​ບັດ​ການ​ສ້າງ​ຄູ ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ ​ທັງ​ດ້ານ​ປະ​ລິ​ມານ ແລະ ຄຸນ​ນະ​ພາບ ສອດ​ຄ່ອງ​ກັບ​ການ​ຂະ​ຫຍາຍ​ຕົວ​ ຂອງວຽກ​ງານ​ສຶກ​ສາ​ທິ​ການ ແລະ ກິ​ລາ, ໄດ້​ປັບ​ປຸງ​ ແຜນ​ການ ກໍ່​ສ້າງ​ຄູ​ຄືນ​ໃໝ່ ໂດຍ​ເພີ່ມ​ທະ​ວີ​ການກໍ່​ສ້າງ​ ຄູອ​ະ​ນຸ​ບານ, ຄູ​ປະ​ຖົມ ແລະ ມັດ​ທະ​ຍົມ​ສຶກ​ສາ ເປັນ​ຕົ້ນ ສາຍ​ວິ​ທະ​ຍາ​ສາດ​ທຳ​ມະ​ຊາດ, ຄູ​ເຕັ​ກ​ໂນ​ໂລ​ຊີ​ ຂໍ້​ມູນ​ຂ່າວ​ສານ ແລະ ການ​ສື່​ສານ, ພື້ນ​ຖານ​ວິ​ຊາ​ຊີບ, ພາ​ລະ​ສຶກ​ສາ ແລະ ສິ​ລະ​ປະ​ສຶກ​ສາ ນັບ​ມື້​ນັບ​ເພີ່ມ​ຂຶ້ນ ແລະ ສາ​ມາດ​ແກ້​ໄຂ​ ບັນ​ຫາຂາກ​ຄູ ໃນ​ວິ​ຊາ​ດັ່ງ​ກ່າວ​ ໄດ້​ໃນ​ລະ​ດັບ​ໜຶ່ງ.

ພາບປະກອບ

ສຳ​ລັບຂະ​ແໜງ​ພະ​ຍາ​ບານ ຜ່ານ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​ ພະ​ນັກ​ງານ​ສາ​ທາ​ລະ​ນະ​ສຸກ ແລະ ທິດ​ທາງ​ປະ​ຕິ​ຮູບ​ ດ້ານ​ພະ​ນັກ​ງານ​ ສາ​ທາ​ລະ​ນະ​ສຸກ ເຫັນ​ວ່າ​ມີ​ຜົນ​ສຳ​ເລັດ​ຫລາຍ​ດ້ານ, ພະ​ນັກ​ງານ​ແພດ​ໝໍ, ພະ​ຍາ​ບານ ນັບ​ແຕ່​ສູນ​ກາງ ​ຮອດ​ທ້ອງ​ຖິ່ນ ໄດ້​ຮັບ​ການ​ພັດ​ທະ​ນາ ແລະ ຍົກ​ລະ​ດັບ​ທັງ​ດ້ານ​ ຈັນ​ຍາ​ບັນ-ຈັນ​ຍາ​ທຳ ແລະ ວິ​ຊາ​ສະ​ເພາະ, ຈຳ​ນວນ ແລະ ຄຸນ​ນະ​ພາບ​ ຂອງ​ພະ​ນັກ​ງານ ໃນ​ແຕ່​ລະ​ຂັ້ນ​ເພີ່ມ​ຂຶ້ນ ແລະ ອື່ນໆ.

ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້