Sunday, May 25, 2025
Kbank Laos โอน รับ จ่าย

ລັດຖະບານຊີ້ແຈງ! ຈະບໍ່ຢືມເງິນຈາກຕ່າງປະເທດມາຊຳລະບັນຫາໜີ້ສິນສາທາລະນະເດັດຂາດ!

ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ

ໃນວາລະດໍາເນີນກອງປະຊຸມສະໄຫມສາມັນ ຄັ້ງທີ 7ຂອງສະພາແຫ່ງຊາດ ຊຸດທີVIII ໃນວັນທີ 6 ມິຖຸນານີ້, ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນໄດ້ຊີ້ແຈງ ແລະ ຕອບຂໍ້ຊັກຖາມຂອງສະມາຊິກສະພາແຫ່ງຊາດ ທີ່ມີຄວາມເປັນຫ່ວງຕໍ່ບັນຫາຫນີ້ສິນສາທາລະນະວ່າ:

ບັນຫານີ້ແມ່ນໄດ້ແກ່ຍາວມາດົນ ແລະ ຢູ່ໃນລະດັບສູງສົມຄວນກວ່າ 60% ຂອງ GDP ແຕ່ແນວໃດກໍຕາມລັດ ຖະບານ ໄດ້ມີຄວາມພະຍາຍາມ ໃນການຊໍາລະຫນີ້ໃຫ້ທັນຕາມກໍານົດເວລາ, ສ່ວນຫນີ້ການລົງທຶນຂອງລັດແມ່ນໄດ້ມີຫຼາຍມາດຕະການແກ້ໄຂ,ໂດຍການອ່ວຍຫນີ້ສາມແຈ, ຂຶ້ນແຜນງົບປະມານປົກກະຕິ ເພື່ອຊໍາລະຫນີ້ການລົງທຶນ ເຮັດໃຫ້ມີການຫຼຸດຜ່ອນຫນີ້ສິນໄດ້ຈໍານວນຫນຶ່ງ.

World Bank, Trade Development

ພ້ອມທັງມີນະໂຍບາຍຈໍາກັດໃນການກໍ່ສ້າງໃຫມ່ໂຄງການທີ່ເຫັນວ່າມີຄວາມຈໍາເປັນອັນຮີບດ່ວນສຸມໃສ່ແກ້ໄຂໂຄງການທີ່ໄດ້ສືບຕໍ່ໃຫ້ສໍາເລັດ ແລະມີການກວດກາຄືນມູນຄ່າຂອງໂຄງການທີ່ເຫັນວ່າບໍ່ສົມເຫດສົມຜົນ, ສະ ເພາະການຊໍາລະດອກເບ້ຍ ໃນປີນີ້ລັດຖະບານຈະບໍ່ຢືມເງິນຈາກຕ່າງປະເທດມາຊໍາລະ, ແຕ່ຈະຫັນການລະດົມພາຍໃນເພື່ອຊໍາລະແທນ.

ຮອດປີ 2020ໃຫ້ເອົາລາຍຮັບທັບລາຍຈ່າຍຫມາຍຄວາມວ່າຮັບເທົ່າໃດຂຶ້ນແຜນຈ່າຍເທົ່ານັ້ນ, ຮອດປີ 2021-2022 ລາຍຮັບພາຍໃນຕ້ອງໄດ້ມີການບຸກບືນຂຶ້ນ, ຊຶ່ງໃນ 2-3 ປີຕໍ່ຫນ້າຫນີ້ສິນຂອງພວກເຮົາຍັງຈະກົດດັນຢູ່.

ການຄໍ້າປະກັນໃຫ້ລັດວິສາຫະກິດ ແລະ ທຸລະກິດເອກະຊົນ ຂອງລັດຄໍ້າປະກັນ ສໍາລັບງົບປະມານລັດຄໍ້າປະ ກັນກໍ່ຍັງຄໍ້າປະກັນຢູ່, ມາຮອດປັດຈຸບັນແມ່ນຍັງຊໍາລະໄດ້ປົກກະຕິຫນີ້ຂອງລັດວິສາຫະກິດສ່ວນໃຫຍ່ແມ່ນບໍ່ທັນຮອດໄລຍະການຊໍາລະຕົ້ນທຶນ ເປັນໃນໄລຍະການກູ້ຢືນເບື້ອງຕົ້ນຍັງປອດດອກເບ້ຍ ແລະ ຕົ້ນທຶນຍັງບໍ່ທັນໄດ້ຊໍາລະຕົ້ນທຶນເທື່ອສໍາລັບການກູ້ໃຫມ່ໃນໂຄງການຕ່າງໆກໍຄືກັນຈະໄດ້ເບິ່ງຖ້າວ່າບໍ່ສາມາດກຸ້ມຕົນເອງຂອງໂຄງການກໍຈະບໍ່ອະນຸຍາດໃຫ້ກູ້ຢືມ.

ແຫຼ່ງຂໍ້ມູນ: ໜັງສືພິມລາວພັດທະນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

“ຜ້າໄໝລາວ” ການອະນຸລັກ ແລະ ການປ່ຽນແປງ

ການອະນຸລັກ “ຜ້າໄໝລາວ” ມີຄວາມໝາຍວ່າ ລວດລາຍສີໄມ້ລາຍມືໃນຜືນຜ້າໃໝລາວ ຂອງບັນດາຊົນເຜົ່າຊາດລາວຕັ້ງແຕ່ເດີມມາເຖິງປັດຈຸບັນ ແມ່ນໄດ້ກາຍເປັນວັດທະນະທຳລາວມາແຕ່ບູຮານນະການ ຈຶ່ງຕ້ອງໄດ້ ອະນຸລັກ ແລະ ປົກປ້ອງຮັກສາໄວ້ໃຫ້ຄົງຢູ່ຢ່າງເປັນນິລັນດອນ ເຊິ່ງໄດ້ກາຍເປັນເອກະລັກຂອງຜ້າໄໝລາວ.

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.