Saturday, February 8, 2025

ພາກລັດ ສົ່ງເສີມໂຄງ­ການ​ເຝິກ­ອົບ­ຮົມ​ຟ້ອນ​ລຳ­ວົງ​ລາວ ແລະ ພິ­ທີ­ການ​ຮັບ­ແຂກ

ທີ່​ພະ​ແນກ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ນະ­ຄອນ­ຫຼວງ​ວຽງ​ຈັນ (ຖວ​ທ ນວ) ສູ­ນວັດ­ທະ­ນະ­ທຳ​ເດັກ ໄດ້​ຈັດ​ກອງ​ປະ­ຊຸມ​ສະ­ຫຼຸບ​ຖອດ​ຖອນ​ບົດ­ຮຽນ ໂຄງ­ການ​ເຝິກ­ອົບ­ຮົມ​ຟ້ອມ​ລຳ­ວົງ​ລາວ ແລະ ພິ­ທີ­ການ​ຮັບ ແຂກ ມີ​ທ່ານ ພອນ​ຈັນ ແພງ​ພູ​ວັນ ຮອງ​ຫົວ­ໜ້າ​ພະ​ແນກ ຖວ​ທ ນວ ທ່ານ​ນາງ ວີ​ປະ­ສົງ ສຸ­ວັນ­ນະ​ວົງ ຮອງ​ຫົວ­ໜ້າ​ກົມ​ສິ­ລະ​ປະ​ການ­ສະ­ແດງ ກະ­ຊວງ ຖວ​ທ ບັນ­ດາ​ຮອງ​ເຈົ້າ­ເມືອງ ຫົວ­ໜ້າ​ຫ້ອງ­ການ ຖວ​ທ ເມືອງ ຫົວ­ໜ້າ ຮອງ​ຫົວ­ໜ້າ​ຂະ­ແໜງ ສູນ ກອງ​ວິ­ຊາ​ການ ແລະ ພະ­ນັກ­ງານ​ວິ­ຊາ​ການ​ທີ່​ກ່ຽວ­ຂ້ອງ​ອ້ອມ​ຂ້າງ​ພະ​ແນກ ຖວ​ທ ນວ ເຂົ້າ​ຮ່ວມ.

ໃນ​ພິ­ທີ ທ່ານ ຄຳ​ພັດ ສຸ­ວັນ​ດີ ຫົວ­ໜ້າ​ສູ­ນວັດ­ທະ­ນະ­ທຳ​ເດັກ ໄດ້​ຂຶ້ນ​ລາຍ​ງານ​ການ­ເຄື່ອນ­ໄຫວ​ໂຄງ­ການ​ດັ່ງ­ກ່າວ​ວ່າ:

ປະ­ເທດ​ລາວ ເປັນ​ປະ­ເທດ​ທີ່​ມີ​ຄວາມ​ອຸ­ດົມ​ຮັ່ງ­ມີ​ທາງ​ດ້ານ​ສິ­ລະ​ປະ​ວັດ­ທະ­ນະ­ທຳ ໄດ້​ຕິດ​ພັນ​ກັບ​ວິ­ຖີ​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ຄົນ​ລາວ​ແຕ່​ດົນ​ນານ​ແລ້ວ ຈົນ​ມາ​ຮອດ​ປັດ­ຈຸ­ບັນ ຍັງ​ສືບ­ຕໍ່​ຢ່າງ​ບໍ່​ມີ​ວັນ​ຈືດ­ຈາງ ນັ້ນ​ຄື​ການ​ຂັບ​ລຳ ເນື້ອ​ຮ້ອງ​ທຳ­ນອງ​ເພງ ຈັງ­ຫວະ​ໃນ​ການ​ຂັບ​ລຳ ແມ່ນ​ເປັນ​ເອ­ກະ­ລັກ​ສະ­ເພາະ​ຕົວ​ແຕ່​ລະ​ທ້ອງ­ຖິ່ນ ທຸກ​ເທື່ອ​ທີ່​ເຂົາ​ຂັບ​ລຳ​ມັກ​ຈະ​ຟ້ອນ​ໄປ​ນຳ ສ່ວນ​ລີ­ລາ​ທ່າ​ຟ້ອນ ລ້ວນ​ແລ້ວ­ແຕ່​ຜູ້​ໃດ​ຈະ​ຟ້ອນ​ຕາມ­ໃຈ​ມັກ​ຂອງ​ໃຜ­ລາວ.

ສ່ວນ​ການ​ຟ້ອນ​ລຳ​ນັ້ນ ນັບ​ແຕ່​ອະ­ດີດ​ຈົນ​ຮອດ​ປັດ­ຈຸ­ບັນ ແມ່ນ​ໄດ້​ສືບ​ທອດ​ກັນ​ມາ​ຕະ­ຫຼອດ ເປັນ­ຕົ້ນ ການ​ສະ ຫຼອງ​ໄຊ­ຊະ­ນະ ສະ­ຫຼອງ​ໝາກ­ຜົນ​ຂອງ​ການ​ເກັບ​ກ່ຽວ ແລະ ງານ​ບຸນ​ປະ­ເພ­ນີ​ຕາມ​ຮີດ 12 ຂອງ​ລາວ ເຊິ່ງ​ການ​ຟ້ອນ​ລຳ­ວົງ​ລາວ​ເປັນ​ການ​ຟ້ອນ​ແບບ​ມະ­ຫາ­ຊົນ ບໍ່​ວ່າ​ນ້ອຍ​ໃຫຍ່ ເຖົ້າ​ແກ່​ກໍ​ສາ­ມາດ​ຟ້ອນ​ລຳ­ວົງ​ໄດ້ ຟ້ອນ​ເປັນ​ຄູ່​ຍິງ-ຊາຍ ຟ້ອນ​ຄຽງ​ຄູ່ ເພື່ອ​ເປັນ​ການ​ຮັກ­ສາ ແລະ ສົ່ງ­ເສີມ​ຮີດ­ຄອງ​ປະ­ເພ­ນີ​ອັນ​ດີ­ງາມ ກໍ​ຄື​ຟ້ອນ​ລຳ­ວົງ​ລາວ​ໃຫ້​ຄຽງ​ຄູ່​ກັບ​ສັງ­ຄົມ​ລາວ​ຕະ­ຫຼອດ​ໄປ​ໃຫ້​ມີ​ຄວາມ​ຍືນ​ຍົງ.

ດັ່ງ­ນັ້ນ ພະ​ແນກ ຖວ​ທ ນວ ຈຶ່ງ​ຈັດ​ໃຫ້​ມີ​ໂຄງ­ການ​ເຝິກ­ອົບ­ຮົມ​ຟ້ອນ​ລຳ­ວົງ​ລາວ ແລະ ພິ­ທີ­ການ​ຮັບ­ແຂກ ໂດຍ​ມອບ​ໃຫ້​ສູ­ນວັດ­ທະ­ນະ­ທຳ​ເດັກ​ສົມ­ທົບ​ກັບ​ຫ້ອງ­ການ ຖວ​ທ 9 ເມືອງ ເປັນ​ຜູ້​ຈັດ​ຕັ້ງ​ປະ­ຕິ­ບັດ ປີ 2016 ໂດຍ​ໄດ້​ລົງ​ຈັດ​ກິດ­ຈະ­ກຳ​ຢູ່​ແຕ່​ລະ​ບ້ານ​ວັດ­ທະ­ນະ­ທຳ ບ້ານ​ພັດ­ທະ­ນາ ເຊິ່ງ​ມີ​ຜູ້​ເຂົ້າ​ຮ່ວມ​ທັງ​ໝົດ 1.360 ຄົນ ຍິງ 940 ຄົນ ແລະ ປີ 2018 ໂດຍ​ສູ­ນວັດ­ທະ­ນະ­ທຳ​ເດັກ​ສົມ­ທົບ​ກັບ​ສູນ​ເຝິກ­ອົບ­ຮົມ​ການ​ນຳ​ທ່ຽວ ແລະ ຫ້ອງ­ການ ຖວ​ທ ເມືອງ ຈັດ​ກິດ­ຈະ­ກຳ​ດັ່ງ­ກ່າວ ໂດຍ​ແບ່ງ​ອອກ​ເປັນ 2 ພາກ ຄື:

ກິດ­ຈະ­ກຳ​ພາຍ​ໃນ​ພະ​ແນກ ຖວ​ທ ນວ ໄດ້​ເຕົ້າ­ໂຮມ​ເອົາ​ພະ­ນັກ­ງານ​ທີ່​ໜຸ່ມ​ນ້ອຍ​ມາ​ເຝິກ​ເດືອນ​ລະ​ຄັ້ງ ໂດຍ​ກຳ­ນົດ​ເອົາ​ທຸກ​ອາ­ທິດ​ຂອງ​ທ້າຍ​ເດືອນ ຜ່ານ​ມາ​ມີ​ຜູ້​ເຂົ້າ​ຮ່ວມ 22 ຄົນ ຍິງ 19 ຄົນ ຈັດ​ກິດ­ຈະ­ກຳ​ນອກ​ສະ­ຖານ­ທີ່ 9 ຕົວ​ເມືອງ ມີ​ຜູ້​ເຂົ້າ​ຮ່ວມ 857 ຄົນ ຍິງ 326 ຄົນ ໃນ​ນັ້ນ ມາ​ຈາກ​ບ້ານ​ພັດ­ທະ­ນາ ແລະ ບ້ານ​ວັດ­ທະ­ນະ­ທຳ 399 ຄົນ ຍິງ 660 ຄົນ ຈາກ​ຫ້ອງ­ການ​ຕ່າງໆ​ອ້ອມ​ຂ້າງ​ເມືອງ 359 ຄົນ ຍິງ 276 ຄົນ ຈາກ​ກອງ​ບັນ­ຊາ​ການ​ທະ­ຫານ​ເມືອງ ປກສ ເມືອງ 50 ຄົນ ແລະ ຈາກ​ໂຮງ­ຮຽນ​ທີ່​ເປັນ​ຄູ ແລະ ນັກ­ຮຽນ 49 ຄົນ ໂດຍ​ເລີ່ມ​ຈາກ​ເມືອງ​ສັງ​ທອງ ວັນ​ທີ 25 ກໍ­ລະ­ກົດ 2018 ແລະ ສຳ­ເລັດ​ຢູ່​ເມືອງ​ນາ​ຊາຍ​ທອງ ວັນ​ທີ 13 ພະ­ຈິກ 2019 ໂດຍ​ກິດ­ຈະ­ກຳ​ແມ່ນ​ເນັ້ນ​ໃສ່​ເຝິກ​ການ​ຟ້ອນ​ລຳ­ວົງ​ຂັ້ນ​ພື້ນ­ຖານ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: