ຂະແໜງພະລັງງານ ແລະບໍ່ແຮ່ ຕົວຂັບເຂື່ອນສຳຄັນຂອງເສດຖະກິດ ປີແລ້ວສ້າງລາຍຮັບເຂົ້າງົບ 2,6 ພັນຕື້ກີບ

ຂະແໜງພະລັງງານ ແລະບໍ່ແຮ່ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງລວມຍອດມູນຄ່າການຜະລິດ ໃນປີ 2018 ບັນລຸ 28.247 ຕຶື້ກີບ ທຽບໃສ່ປີ 2017 ເພີ່ມຂຶ້ນ 11%, ຊຶ່ງສາມາດສ້າງລາຍຮັບເຂົ້າງົບປະມານແຫ່ງລັດໄດ້ເຖິງ 316,3 ລ້ານໂດລາສະຫະລັດ ຫຼື ປະມານ 2.688 ຕື້ກວ່າກີບ ໂດຍໄດ້ປະກອບສ່ວນ GDP 16,8%.

ທ່ານ ຄໍາມະນີ ອິນທິລາດ ໄດ້ກ່າວ ຕໍ່ກອງປະຊຸມສະຫຼຸບຕີລາຄາຂອງຂະ ແໜງພະລັງງານ-ບໍ່ແຮ່ ປະຈໍາປີ 2018 ແລະໄຕມາດ I ປີ 2019 ວ່າ:

ປະຈຸບັນ ທົ່ວປະເທດມີແຫຼ່ງຜະລິດໄຟຟ້າແລ້ວ 63 ແຫ່ງ, ມີກໍາລັງຕິດຕັ້ງ 7.213 ເມກາວັດ, ສາມາດຜະລິດກະ ແສໄຟຟ້າໄດ້ປະມານ 37.035 ລ້ານກິໂລວັດໂມງຕໍ່ປີ, ມີແຫຼ່ງ ຜະລິດພະລັງງານໄຟຟ້າທີ່ກໍາລັງຈະເລີ່ມ ລົງມືກໍ່ ສ້າງ 37 ແຫ່ງ ຊຶ່ງຄາດຄະເນວ່າ ຈະໃຫ້ສໍາເລັດທັງໝົດຮອດປີ 2020-2021 ແລະໃນເວລານັ້ນປະເທດລາວ ຈະມີແຫຼ່ງຜະລິດພະລັງງານໄຟຟ້າ 100 ແຫ່ງ ມີກໍາລັງຕິດຕັ້ງປະມານ 13.062 ເມກາວັດ, ມີກໍາລັງຜະລິດປະມານ 66.944 ລ້ານກິໂລວັດໂມງຕໍ່ປີ ໃນນີ້ ປະມານ 85% ຈະສົ່ງອອກໄປຈໍາໜ່າຍຢູ່ຕ່າງປະເທດ.

ໃນຂະນະທີ່ລະບົບສາຍສົ່ງ ແລະສະຖານີກໍໄດ້ຮັບການພັດທະນາເປັນລະບົບຄົບຊຸດ ແລະມີການຂະຫຍາຍຕົວທີ່ວ່ອງໄວ, ປະຈຸບັນລະບົບສາຍສົ່ງແຮງດັນສູງ, ແຮງດັນກາງ ແລະແຮງດັນຕໍ່າໄດ້ຮັບການກໍ່ສ້າງ ແລະນໍາໃຊ້ແລ້ວ ມີຄວາມຍາວເຖິງ 62 ພັນກວ່າກິໂລແມັດວົງຈອນ ແລະມີສະຖານີຈ່າຍໄຟຟ້າ 70 ແຫ່ງ.

ພ້ອມດຽວກັນນີ້ ການພັດທະນາວຽກງານໄຟຟ້າຍັງຕິດພັນກັບການພັດທະນາຊົນນະບົດ, ການ ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າບົນພື້ນຖານຖືເອົາການຂະຫຍາຍຕາໜ່າງໄຟຟ້າໄປສູ່ຊົນນະບົດຊຶ່ງເປັນແຜນງານບຸລິມະສິດໃນການ ພັດທະນາໄຟຟ້າໃນໄລຍະໃໝ່ຊຶ່ງມາຮອດປະຈຸບັນນີ້ 90% ຂອງຈໍານວນບ້ານ ແລະ 95% ຂອງຈໍານວນຄົວເຮືອນໃນທົ່ວປະເທດໄດ້ຊົມໃຊ້ໄຟຟ້າຢ່າງຖາວອນແລ້ວ.

ສໍາລັບດ້ານບໍ່ແຮ່, ມາຮອດປະຈຸບັນການຄົ້ນພົບຈຸດປາກົດແຮ່ທາດໄດ້ຫຼາຍກວ່າ 570 ຈຸດ, ໃນຂອບເຂດເນື້ອທີ່ປະມານ 162.104 ກິໂລຕາແມັດ ເທົ່າ ກັບ 70% ຂອງເນື້ອທີ່ທົ່ວປະເທດ, ປະຈຸບັນມີ 271 ບໍລິສັດ, ມີ 424 ກິດຈະການ, ໃນນີ້ມີບໍລິສັດທີ່ພວມຊອກຄົ້ນ-ສຳຫຼວດ 151 ບໍລິສັດ ມີ 239 ກິດ ຈະການ ແລະ ມີບໍລິສັດກະກຽມດຳເນີນການຂຸດຄົ້ນ 120 ບໍລິສັດ ມີ 185 ກິດຈະການ.

ຈາກການພັດທະນາຢ່າງດັ່ງກ່າວ ເຮັດໃຫ້ລວມຍອດມູນຄ່າການຜະລິດຂອງ ຂະແໜງພະລັງງານ-ບໍ່ແຮ່ ໃນປີ 2018 ບັນລຸເຖິງ 28.247 ຕື້ກີບ ທຽບໃສ່ປີ 2017 ເພີ່ມຂຶ້ນ 11% ຊຶ່ງໄດ້ປະກອບ ສ່ວນ GDP 16,8% ໃນນັ້ນ ຂະແໜງພະ ລັງງານເພີ່ມຂຶ້ນ 13,5% ແລະຂະແໜງ ບໍ່ແຮ່ເພີ່ມຂຶ້ນ 7,5%. ຊຶ່ງສາມາດສ້າງ ລາຍຮັບເຂົ້າງົບປະມານແຫ່ງລັດໄດ້ທັງໝົດ 316,3 ລ້ານໂດລາ ຫຼື ປະມານ 2.688 ຕື້ກວ່າກີບ ໃນນັ້ນ ຂະແໜງພະລັງງານປະຕິບັດໄດ້ 230 ກວ່າໂດລາ ແລະບໍ່ແຮ່ປະຕິບັດໄດ້ 85 ລ້ານກວ່າ ໂດລາ.

ແຫຼ່ງຂໍ້ມູນ: ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: