Monday, February 17, 2025

ມຊ ຈັດກອງປະຊຸມສ່ອງແສງປະຈໍາເດືອນ ພຶດສະພາ

ກອງປະຊຸມສ່ອງແສງປະຈຳເດືອນ ພຶດສະພາ ຂອງມະຫາວິທະຍາໄລແຫ່ງຊາດ ໄດ້ຈັດຂຶ້ນໃນຕອນເຊົ້າຂອງ ວັນ ທີ 4ມິຖຸນາ 2019ນີ້, ທີ່ຫ້ອງປະຊຸມ ຄະນະວິທະຍາສາດປ່າໄມ້, ໂດຍການເປັນປະທານຂອງທ່ານ ສຈ.ປອ. ສົມສີ ຍໍພັນໄຊ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ມີທ່ານຮອງອະທິການບໍດີ, ບັນດາຄະນະບໍດີ, ຮອງຄະນະບໍດີ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ,ຜູ້ອໍານວຍການສະຖາບັນ, ສູນ, ຫໍສະໝຸດກາງ, ໂຮງໝໍ ແລະຜູ້ອໍານວຍການໂຮງຮຽນພອນສະຫວັນເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ນາງ ມະນີສຸກ ຈຽມສີສຸລາດ ຮອງຫົວໜ້າຫ້ອງການສັງລວມ ໄດ້ຂຶ້ນຜ່ານບົດສະຫຼຸບວຽກ ງານການເຄື່ອນໄຫວວຽກງານປະຈໍາເດືອນ ພຶດສະພາຜ່ານມາ ແລະສະເໜີແຜນການເຄື່ອນໄຫວໃນເດືອນ ມິຖຸນາ ທີ່ຈະມາເຖິງ; ເຊິ່ງທ່ານໃຫ້ຮູ້ວ່າ:

ຕະຫຼອດໄລຍະໜຶ່ງເດືອນຜ່ານມາ ມະຫາວິທະຍາໄລແຫ່ງຊາດໄດ້ມີຜົນສໍາເລັດຫຼາຍດ້ານ ເປັນຕົ້້ນແມ່ນວຽກ ງານດ້ານການເມືອງແນວຄິດ, ການຄຸ້ມຄອງວຽກງານວິຊາການ, ວຽກງານການຄົ້ນຄວ້າ, ວຽກງານການເງິນ, ວຽກງານກວດກາ, ວຽກງານຄຸ້ມຄອງເຄຫະ ແລະບໍລິການ ຕະຫຼອດເຖິງວຽກງານການຄຸ້ມຄອງນັກສຶກສາ ແລະວຽກງານການການເຄື່ອນໄຫວອື່ນໆທີ່ຈັດຕັ້ງປະຕິບັດຈົນສໍາເລັດໃນທົ່ວຮົ້ວ ມະຫາວິທະຍາວິທະຍາໄລແຫ່ງ ຊາດ.

ສໍາລັບແຜນການເຄື່ອນໄຫວໃນເດືອນ ມິຖຸນາ ແມ່ນສືບຕໍ່ຊີ້ນໍາ-ນໍາພາບັນດາຄະນະວິຊາ, ສະຖາບັນ, ຫ້ອງການ, ສູນ, ໜ່ວຍງານ ປະຕິບັດວຽກງານຕາມແຜນທີ່ວາງເອົາໄວ້ໃຫ້ສໍາເລັດ ໂດຍສະເພາະແມ່ນກະກຽມພິທີມອບ-ຮັບຕຶກການຮຽນ-ການສອນຂອງສະບັນຂົງຈືຫຼັງໃໝ່, ຕິດຕາມແກ້ໄຂບັນດາປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານ, ຄູ-ອາຈານ ແລະໃນທົ່ວມະຫາວິທະຍາໄລແຫ່ງຊາດ, ກະກຽມປັບປຸງໂຄງຮ່າງການຈັດຕັ້ງຂອງບັນດາ ຫ້ອງການ ແລະພາກສ່ວນຕ່າງໆ ໃນທົ່ວມະຫາວິທະຍາໄລແຫ່ງຊາດ ແລະການສ້າງຂະບວນການຕ່າງໆເພື່ອຕ້ອນຮັບວັນສໍາຄັນຂອງຊາດ.

ໃນທີ່ປະຊຸມ, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ສົນທະນາແລກປ່ຽນຄວາມຄິດຄວາມເຫັນເຊິ່ງກັນ ແລະກັນ ເປັນຕົ້ນແມ່ນວຽກງານດ້ານວິຊາການ ການປຶກສາຫາລືເພື່ອກະກຽມຄວາມພ້ອມໃນການການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນຢູ່ ມະຫາວິທະຍາໄລແຫ່ງຊາດ ໃນສົກສຶກສາ 2019-2020, ວຽກງານການເງິນ, ວຽກງານການຈັດຕັ້ງ ແລະຄຸ້ມຄອງພະນັກງານ, ດ້ານວຽກງານການພົວພັນຕ່າງປະເທດ ລວມໄປເຖິງວຽກງານການຄຸ້ມຄອງເຄຫະ ແລະບໍລິການ.

ແຫຼ່ງຂໍ້ມູນ: National University of Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ໄດ້ຮັບກຽດເປັນ “ສາຍການບິນທີ່ມີລາຄາຕໍ່າສຸດໃນໂລກ” ອີກຄັ້ງໜຶ່ງໃນປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 13 ກຸມພາ 2025) – VietJet ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025 ໂດຍລາງວັນນີ້ຖືເປັນໝວດໝູ່ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກຈາກ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທີ່ໄດ້ຮັບການຍອມຮັບທົ່ວໂລກ.

ປະຢັດຄ່າປີ້ໂດຍສານໄປທ່ຽວປະເທດຫວຽດນາມ ດ້ວຍສ່ວນຫຼຸດ 50% ຂອງ Vietjet.

(ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2025) – ເລີ່ມຕົ້ນການເດີນທາງທີ່ໜ້າຕື່ນຕາຕື່ນໃຈຂອງລະດູໃບໄມ້ປົ່ງສຳລັບສາຍການບິນ Vietjet ທີ່ເປີດຕົວໂປຣໂມຊັນໃນອາທິດທອງ ເຊິ່ງມີສ່ວນຫຼຸດເຖິງ 50% ທຸກເສັ້ນທາງໃນລະຫວ່າງວັນທີ 10 – 16 ກຸມພາ 2025 ສຳລັບນັກທ່ອງທ່ຽວຈາກລາວທີ່ກຳລັງວາງແຜນຈະມາທ່ຽວຫວຽດນາມ ເພື່ອສຳຜັດທຳມະຊາດທີ່ງົດງາມ, ປະຫວັດສາດອັນຍາວນານ ຫຼື ເມືອງທີ່ມີຄວາມໜ້າຕື່ນຕາຕື່ນໃຈ ເຊິ່ງເໝາະກັບຊ່ວງເວລານີ້ທີ່ຈະວາງແຜນໄປທ່ອງທ່ຽວ.

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.