ຂໍຂອບໃຈນຳຜູ້ສະໜັບສະໜູນ

ຂໍ້ດີເມື່ອກິນບຸບເຟ້ :

ງົບປະມານຈຳກັດ ບໍ່ບານປາຍ ຈະກິນຫລາຍເທົ່າໃດກໍຈ່າຍເທົ່າເກົ່າ ຈະສາມາດຮູ້ງົບປະມານການຈ່າຍລ່ວງ ໜ້າໄດ້ວ່າລາຄາຕໍ່ຄົນແມ່ນເທົ່າໃດ ຍ້ອນການກິນຫລາຍເທົ່າໃດກໍຈ່າຍເທົ່າເກົ່າ ຈຶ່ງໝົດກັງວົນເລື່ອງງົບປະມານບານປາຍໄປໄດ້ເລີຍ ຈຶ່ງເຮັດໃຫ້ຫລາຍຄົນເລືອກທີ່ຈະກິນບຸບເຟ້.

ຫລຸດຄວາມຫຍຸ້ງຍາກໃນການປຸງແຕ່ງອາຫານກິນເອງ : ບາງຄົນອາດຈະຄິດວ່າຖ້າຕ້ອງໄປກຽມ ແລະ ປຸງແຕ່ງເອງທັງ ໝົດໃນເລື່ອງວັດຖຸດິບ, ການໝັກຊີ້ນ, ເຮັດນຳ້ແຈ່ວ, ກຽມຜັກ, ຊອຍຜັກ ອາດຫຍຸ້ງຍາກເກີນໄປກ່ວາຈະໄດ້ກິນ ແລະ ອາດຈະ ຕ້ອງຈ່າຍຫລາຍກ່ວາໄປກິນບຸບເຟ້. ການຕັ້ງໃຈໄປຮ້ານບຸບເຟ້ເລີຍ ຄີບໆປີ້ງໆກໍໄດ້ກິນອີ່ມແລ້ວ ຈຶ່ງເຮັດໃຫ້ເບິ່ງວ່າສະດວກ ແລະ ກຸ້ມຄ່າກ່ວາ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ກິນອາຫານທີ່ຢາກກິນໄດ້ ໂດຍບໍ່ຕ້ອງຈຳກັດ ກິນໄດ້ຫລາກຫລາຍ : ນອກຈາກຈະໄດ້ກິນອາຫານທີ່ມັກ ຫລື ຢາກກິນໄດ້ແບບບໍ່ຈຳກັດແລ້ວ ຍັງມີອາຫານອື່ນໆໃຫ້ເລືອກກິນໄດ້ຫລາກຫລາຍ ບໍ່ວ່າຈະແມ່ນຊີ້ນໝູ, ຊີ້ນງົວ, ອາຫານທະເລ, ຊູຊິ, ປະເພດຕຳ, ສາລະພັດລາຍການ ຖ້າກຽມເອງຄົງບໍ່ໄດ້ຫລາກຫລາຍປານນີ້ ຫລາຍຄົນຈຶ່ງເບິ່ງວ່າບຸບເຟ້ແມ່ນຄຳຕອບທີ່ສະດວກ.

ໄດ້ໃຊ້ເວລາສັງສັນກັບໝູ່ ກິນໄດ້ເຕັມທີ່ຈົນໝົດເວລາ : ເພາະສາມາດນັ່ງດົນໆໄດ້ ແລະ ເວລາຈະສັ່ງຫຍັງກໍບໍ່ຕ້ອງກັງວົນວ່າໝູ່ໃນກຸ່ມຈະເບິ່ງວ່າສັ່ງຫລາຍແລ້ວຕ້ອງຈ່າຍຫລາຍ ຫລາຍຄົນກຸ່ມໝູ່ຈຶ່ງເລືອກນັດກັນຢູ່ຮ້ານບຸບເຟ້ ບໍ່ຕ້ອງເກງໃຈກັນເລື່ອງຈ່າຍເງິນ ເພາະລາຄາຕໍ່ຄົນກຳໜົດມາຈະແຈ້ງແລ້ວ ບໍ່ຕ້ອງຫານກັນຫລາຍ.

ບໍ່ຕ້ອງຄິດວ່າຈະກິນຫຍັງຕອນສັ່ງລາຍການອາຫານ : ເວລາຫິວ ມີລາຍການອາຫານສາລະພັດ ເຊິ່ງຫລາຍຄົນມັກຖຽງກັນວ່າຈະກິນຫຍັງດີ ເມື່ອເລືອກທີ່ຈະສັ່ງ ອີກຝ່າຍໜຶ່ງກໍບໍ່ໍເຫັນດີ, ແຕ່ການກິນບຸບເຟ້ກໍມີລາຍການມາໃຫ້ເລີຍຕາມນັ້ນ ບໍ່ຕ້ອງຄິດຫລາຍວ່າຈະສັ່ງຫຍັງ ຫລຸດບັນຫາການຖຽງກັນເລື່ອງສັ່ງລາຍການອາຫານໄດ້ສ່ວນໜຶ່ງ.

ຂໍໍ້ເສຍເມື່ອກິນບຸບເຟ້ :
ກິນຕະຫລອດ ກິນຫລາຍເຮັດໃຫ້ຕຸ້ຍ ຫາກກິນຫລາຍເກີນພໍດີ ບໍ່ວ່າຈະແມ່ນບຸບເຟ້ ຫລື ອາຫານໃດໆກໍໍຕາມ ລ້ວນມີຜົນເສຍຕໍ່ສຸຂະພາບຄືກັນທັງໝົດ ຍິ່ງກິນຫລາຍ ແລະ ບໍ່ດູແລສຸຂະພາບ ໂດຍການອອກກຳລັງກາຍໄປນຳແລ້ວ ຄວາມຕຸ້ຍຈະຕາມມາແນ່ ນອນ ອາດຈະມີພະຍາດອື່ນໆຕາມມານຳ ເຊັ່ນ : ພະຍາດໝາກໄຂ່ຫລັງ, ໄຂມັນໃນເສັ້ນເລືອດຕີບຕັນ ເປັນຕົ້ນ ເຊິ່ງຄວາມຈິງແລ້ວ ບຸບເຟ້ສາມາດກິນໄດ້ໂດຍບໍ່ທຳລາຍສຸຂະພາບ ແຕ່ໃຫ້ກິນແຕ່ພໍດີ ອີ່ມກໍເຊົາ ບໍ່ຕ້ອງພະຍາຍາມກິນເຂົ້າໄປຕື່ມ ແລະ ບໍ່ຄວນກິນຫລາຍເທື່ອເກີນໄປ ເດືອນລະເທື່ອ ຫລື ສອງເທື່ອກໍໍພໍແລ້ວ.

ສິ້ນເປືອງຫາກໄປກິນຕະຫລອດ ເພາະຄຳວ່າ ບຸບເຟ້ ກິນບໍ່ຈຳກັດ ຈ່າຍເທົ່າເກົ່າ ນັ່ງດົນໆກໍໍໄດ້ ຈຶ່ງເຮັດໃຫ້ຄວາມຄິດຂອງ ຫລາຍໆຄົນຄິດວ່າກຸ້ມຄ່າ ກິນໄດ້ຫລາຍຢ່າງ, ແຕ່ຈ່າຍໃນລາຄາເກົ່າ ແຕ່ຖ້າກິນຫລາຍເທື່ອກໍສິ້ນເປືອງໄດ້ຄືກັນ ມີຕັ້ງແຕ່ຫລັກສິບ ໄປຈົນເຖິງຫລັກແສນ ຖ້າກິນຕະຫລອດ ໃນເດືອນໜຶ່ງກໍໝົດຫລາຍແສນ ທັງຍັງເສຍສຸຂະພາບຕາມມາອີກ ຄິດເບິ່ງວ່າກຸ້ມຄ່າຫລືບໍ່.

ຮູ້ສຶກວ່າຕ້ອງກິນຫລາຍຂຶ້ນເລື້ອຍໆ ຄວາມອີ່ມອາດເຖິງຈຸດຂະຫຍາຍ ຫາກເສບຕິດການກິນບຸບເຟ້ເປັນປະຈຳ ອາດເຮັດໃຫ້ມີຄວາມຮູ້ສຶກວ່ານານອີ່ມຂຶ້ນ ຫລື ທ່ີເຂົ້າໃຈກັນວ່າກະເພາະອາຫານຂະຫຍາຍອອກ ຍ້ອນຄວາມຮູ້ ສຶກຢ້ານບໍ່ກຸ້ມຄ່າຖ້າກິນໜ້ອຍ ດັ່ງນັ້ນ ທ່ານຈຶ່ງອາດຈະພະຍາຍາມກິນເຂົ້າໄປອີກຫລາຍໆ ຈົນຄວາມອີ່ມອາດບໍ່ ມີບ່ອນສິ້ນສຸດ. ແນວໃດກໍຕາມ ການກິນບຸບເຟ້ກໍບໍ່ແມ່ນວ່າຈະເປັນເລື່ອງຕ້ອງຫ້າມ ສາມາດກິນໄດ້ຢ່າງມີຄວາມສຸກ ແລະ ມີສຸຂະພາບທີ່ດີໄດ້ ແຕ່ຕ້ອງກິນໃຫ້ພໍດີພງາມ ບໍ່ໍຫລາຍເກີນຄວາມຕ້ອງການຂອງຮ່າງກາຍ ເພາະອັນໃດທີ່ເກີນຄວາມພໍດີ ທຸກຢ່າງບໍ່ພຽງແຕ່ເລື່ອງອາຫານ ກໍຍ່ອມສົ່ງຜົນເສຍໄດ້ຄືກັນໝົດ. ສິ່ງສຳຄັນ ຢ່າລືມອອກກຳລັງກາຍເອົາໄຂມັນສະສົມທີ່ກິນເຂົ້າໄປອອກແດ່ ສຸຂະພາບຈະໄດ້ແຂງແຮງ.

ແຫຼ່ງຂໍ້ມູນ: ໜັງສືພິມລາວພັດທະນາ

Hits: 22

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້