Sunday, February 16, 2025

ລຸນທອງລຸນ ຊີ້ແຈງ! ວິທີການກະຕຸ້ນເສດຖະກິດຂອງ ສປປ.ລາວ ຕໍ່ສະມາຊິກສະພາແຫ່ງຊາດ

ອັດຕາເງິນເຟີ້ຂອງ ສປປລາວ ສະເລ່ຍຢູ່ທີ່1,5%, ໃນຂະນະທີ່ເງິນ M2 ຢູ່ໃນລະດັບ 9% ຊຶ່ງຕາໍ່ກ່ວາທີ່ສະພາຮັບຮອງ, ສ່ວນອັດຕາແລກປ່ຽນກໍຢູ່ໃນລະດັບທີ່ຄວບຄຸມໄດ້.

ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີVIII ໃນຕອນເຊົ້າຂອງວັນທີ 7 ມິຖຸນາຜ່ານມາພາຍໃຕ້ການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ(ສສຊ) ຫຼາຍບັນຫາ ເປັນຕົ້ນແມ່ນ 8 ມາດຕະການກະຕຸ້ນເສດຖະກິດຂອງລັດຖະບານແຕ່ ສສຊ ສົນໃຈແມ່ນ 2 ມາດຕະການ.

ທ່ານນາຍົກລັດຖະມົນຕີກ່າວວ່າ:

ການຈັດຕັ້ງປະຕິບັດມາດຕະການ ການສະກັດກັ້ນໄພເງິນເຟີ້ແລະ ປັບປຸງນະໂຍບາຍເງິນຕາ ເປັນຕົ້ນ ຮັກສາອັດຕາເງິນເຟີ້ສະເລ່ຍໃນລະດັບ 1,5% ຊຶ່ງຢູ່ໃນຂອບສະພາແຫ່ງຊາດຮັບຮອງໝົດປີບໍ່ເກີນ 5%, ຮັກສາປະລິ ມານເງິນ M2 ຢູ່ໃນລະດັບ 9% ຊຶ່ງສະພາແຫ່ງຊາດຮັບຮອງສະເລ່ຍບໍ່ເກີນ20%, ຮັກສາຄ່າເງິນກີບຢູ່ໃນກອບເໜັງຕີງບໍ່ເກີນ +5%ຕາມມະຕິສະພາແຫ່ງຊາດກຳນົດ, ຄຸ້ມຄອງສ່ວນຕ່າງ ລະຫວ່າງອັດຕາແລກປ່ຽນທະນາຄານທຸລະກິດ ແລະ ຕະຫຼາດ ສຳລັບເງິນກີບ ທຽບໃສ່ເງິນໂດລາສະຫະລັດ ສະເລ່ຍຢູ່ໃນລະດັບ1,7% ແລະ ເງິນກີບ ທຽບໃສ່ເງິນບາດ ສະເລ່ຍຢູ່ໃນລະດັບ 0,4% ຊຶ່ງເປັນອັດຕາທີ່ບໍ່ຕ່າງກັນຫຼາຍ.

ນອກຈາກນີ້, ລັດຖະບານກໍ່ມີຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດວຽກງານທີ່ກຳນົດໃນມາດຕະການນີ້ ເປັນຕົ້ນການສົ່ງເສີມການຊຳລະສະສາງຜ່ານລະບົບທະນາຄານ,ການປັບປຸງໂຄງສ້າງລາຄານໍ້າມັນ (ຕັດຕົ້ນທຶນທີ່ພາໃຫ້ລາຄານໍ້າມັນສູງຂຶ້ນ), ການສົ່ງເສີມການໃຊ້ພະລັງງານທົດແທນ-ສົ່ງເສີມການນຳໃຊ້ລົດໄຟຟ້າໂດຍກຳນົດນະ ໂຍບາຍຫຼຸດຜ່ອນພາສີນຳເຂົ້າ, ສົ່ງເສີມການຜະລິດເປັນສິນຄ້າ ເພື່ອຫຼຸດຜ່ອນການນຳເຂົ້າ ແລະອື່ນໆ.

ລັດຖະບານຈະເພີ່ມຄວາມເອົາໃຈໃສ່ ໃນການຈັດຕັ້ງປະຕິບັດບາງວຽກທີ່ກຳນົດໃນມາດຕະການກ່ຽວກັບການສະກັດກັ້ນໄພເງິນເຟີ້ແລະ ປັບປຸງນະໂຍບາຍການເງິນເປັນຕົ້ນ ການເພີ່ມຄັງສຳຮອງເງິນຕາຕ່າງປະເທດ ເພື່ອອຳ ນວຍຄວາມສະດວກ, ຊຸກຍູ້ແລະຊ່ວຍເຫຼືອ ເພື່ອການຊຳລະສະສາງ; ການພັດທະນາຕະຫຼາດທຶນ ແລະ ຊຸກຍູ້ຕະຫຼາດຫຼັກຊັບ; ການຊຸກຍູ້, ສົ່ງເສີມ ແລະ ອຳນວຍຄວາມສະດວກໃນການຜະລິດສິນຄ້າ.

ທ່ານ ທອງລຸນ ສີສຸລິດ ກ່າວຕື່ມວ່າ: ສຳລັບ ການຈັດຕັ້ງປະຕິບັດມາດຕະການກ່ຽວກັບການປັບປຸງສະພາບແວດ ລ້ອມ ແລະ ອຳນວຍຄວາມສະດວກໃນການດຳເນີນທຸລະກິດ,ຊຶ່ງລັດຖະບານໄດ້ໃຫ້ຄວາມສຳຄັນ ແລະ ຖືເອົາວຽກງານການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານ ໃນການດຳເນີນທຸລະກິດຢູ່ ສປປລາວ ເປັນບຸລິມະສິດ ແລະ ແຕ່ລະຂະແໜງການໄດ້ເອົາໃຈໃສ່ຢ່າງຕັ້ງໜ້າຊອກຫາວິທີທາງແກ້ໄຂ ເພື່ອປັບປຸງຕົວຊີ້ວັດທີ່ຕິດພັນກັບຂະແໜງການຕົນໃຫ້ດີຂຶ້ນ ໂດຍຜ່ານການປຶກສາຫາລືກັນຢູ່ໃນຫຼາຍໆກອງປະຊຸມ.

ບັນຫາທີ່ກ່າວມາຂ້າງເທິງນີ້, ແນ່ນອນຈະຕ້ອງໄດ້ຮັບການແກ້ໄຂ,ລັດຖະບານຈະບໍ່ປະປ່ອຍໃຫ້ບັນຫາສືບຕໍ່ຄ້າງຄາບໍ່ມີທາງອອກ, ລັດຖະບານຈະສືບຕໍ່ຊີ້ນຳໃຫ້ຂະແໜງການກ່ຽວຂ້ອງຮັບຜິດຊອບລົງເລິກຕິດຕາມ,ກວດກາແລະຊຸກຍູ້ການຈັດຕັ້ງປະຕິບັດບັນດາມາດຕະການດັ່ງກ່າວພ້ອມທັງລາຍງານຄວາມຄືບໜ້າ ໃນການຈັດຕັ້ງປະ ຕິບັດໃຫ້ລັດຖະບານທຸກໆ 3 ເດືອນ.

ແຫຼ່ງຂໍ້ມູນ: ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະທ່ອງທ່ຽວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ໄດ້ຮັບກຽດເປັນ “ສາຍການບິນທີ່ມີລາຄາຕໍ່າສຸດໃນໂລກ” ອີກຄັ້ງໜຶ່ງໃນປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 13 ກຸມພາ 2025) – VietJet ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025 ໂດຍລາງວັນນີ້ຖືເປັນໝວດໝູ່ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກຈາກ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທີ່ໄດ້ຮັບການຍອມຮັບທົ່ວໂລກ.

ປະຢັດຄ່າປີ້ໂດຍສານໄປທ່ຽວປະເທດຫວຽດນາມ ດ້ວຍສ່ວນຫຼຸດ 50% ຂອງ Vietjet.

(ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2025) – ເລີ່ມຕົ້ນການເດີນທາງທີ່ໜ້າຕື່ນຕາຕື່ນໃຈຂອງລະດູໃບໄມ້ປົ່ງສຳລັບສາຍການບິນ Vietjet ທີ່ເປີດຕົວໂປຣໂມຊັນໃນອາທິດທອງ ເຊິ່ງມີສ່ວນຫຼຸດເຖິງ 50% ທຸກເສັ້ນທາງໃນລະຫວ່າງວັນທີ 10 – 16 ກຸມພາ 2025 ສຳລັບນັກທ່ອງທ່ຽວຈາກລາວທີ່ກຳລັງວາງແຜນຈະມາທ່ຽວຫວຽດນາມ ເພື່ອສຳຜັດທຳມະຊາດທີ່ງົດງາມ, ປະຫວັດສາດອັນຍາວນານ ຫຼື ເມືອງທີ່ມີຄວາມໜ້າຕື່ນຕາຕື່ນໃຈ ເຊິ່ງເໝາະກັບຊ່ວງເວລານີ້ທີ່ຈະວາງແຜນໄປທ່ອງທ່ຽວ.

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.