Monday, November 10, 2025
Kbank Laos โอน รับ จ่าย

ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ສໍາເລັດຈັດກິດຈະກໍາສະຫຼອງວັນສ້າງຕັ້ງຊາວໜຸ່ມ ປປລ

ສໍາເລັດຈັດກິດຈະກໍາສະຫຼອງວັນສ້າງຕັ້ງຊາວໜຸ່ມ ປປລ

ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ຮ່ວມກັບ ຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ ນະຄອນຫຼວງວຽງ ຈັນ ໄດ້ຈັດກິດຈະກໍາສະເຫຼີມສະຫຼອງວັນສ້າງຕັ້ງ ຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ ຄົບຮອບ 64 ປີ ພາຍໃຕ້ຫົວຂໍ້:

ຄວາມຝັນຂອງຊາວໜຸ່ມ ອາຊີບຂອງຊາວໜຸ່ມ ໃຫ້ບັນດາສະມາຊິກຊາວໜຸ່ມຢູ່ບັນດາເມືອງ ແລະ ໂຮງຮຽນ ຜູ້ທີ່ກໍາລັງຈະເສັງຈົບ ຊັ້ນ ມ4-ມ7 ໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ທັງເປັນສິ່ງກະຕຸກຊຸກຍູ້ ໃຫ້ສະມາຊິກຊາວ ໜຸ່ມເກີດມີແຮງບັນດານໃຈ ແລະ ມີເປົ້າໝາຍໃນເວລາຮຽນຈົບຊັ້ນ ມັດທະຍົມຕອນປາຍ ວ່າຈະຮຽນຫຍັງ ແລະ ຮຽນຕໍ່ຢູ່ໃສ ເວລາຮຽນຈົບມາແລ້ວຈະເຮັດຫຍັງ ປະກອບອາຊີບຫຍັງ ເພື່ອໃຫ້ຖືກກັບຄວາມຮູ້ ຄວາມສາ ມາດ ແລະ ພອນສະຫວັນຂອງຕົນເອງທີ່ໄດ້ຮຽນມາ ເຊິ່ງການຈັດກິດຈະກໍາໃນຄັ້ງນີ້ໄດ້ທັງໝົດ 3 ໂຮງຮຽນຄື:

ໂຮງຮຽນ ມສ ວຽງຈັນ ໂຮງຮຽນ ມສ ບ້ານຫ້ອມ ແລະ ໂຮງຮຽນ ມສ ດອນໜູນ ເຊີ່ງມີຜູ້ເຂົ້າຮ່ວມທັງໝົດ 10 07 ສະຫາຍ ເປັນຍິງ 611ສະຫາຍ ທັງນີ້ກໍ່ເພື່ອເປັນການອອກແຮງແຂ່ງຂັນສ້າງຜົນງານ ເພື່ອຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ 3 ຂັ້ນ ຂອງຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ ທົ່ວນະຄອນຫຼວງວຽງຈັນ ແລະ ທັງເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຜູ້ແທນຊາວໜຸ່ມ ປະຊາຊົນປະຕິວັດລາວ ທົ່ວປະເທດ.

ການເຜີຍແຜ່ແຕ່ລະຄັ້ງທາງພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ຜັດປ່ຽນກັນຂຶ້ນເຜີຍແຜ່ ເນື້ອໃນເອກະສານ ໂດຍສະ ເພາະແມ່ນ ຄວາມສໍາຄັນຂອງອາຊີບ ການເລືອກອາຊີບ ອາຊີບທີ່ເໝາະສົມກັບຕົນເອງ ການເຮັດທຸລະກິດ Startup ແລະ SME ທີ່ສໍາຄັນສໍາລັບໄວໝຸ່ມໃນປັດຈຸບັນ ພ້ອມດຽວກັນນີ້ ຍັງໄດ້ຮັບຟັງການເຜິຍແຜ່ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຜູ້ແທນຊາວໜຸ່ມ ປະຊາຊົນປະຕິວັດລາວ ທົ່ວນະ ຄອນຫຼວງວຽງຈັນ ເຊິ່ງໄດ້ຕັ້ງໜ້າສຸມໃສ່ໃນການຈັດຕັ້ງປະຕິບັດກວດກາປະເມີນຜົນຂໍ້ແຂ່ງຂັນ 4 ບຸກ ແລະ ທັງເປັນການເຜີຍແຜ່ ແນະນໍາ ຂໍ້ມູນຂ່າວສານອື່ນໆ ທີ່ສໍາຄັນໃຫ້ແກ່ສະມາຊິກຊາວໜຸ່ມຕື່ມອີກ.

ແຫຼ່ງຂໍ້ມູນ: ຄະນະຊາວໜຸ່ມ ນະຄອນຫຼວງວຽງຈັນ Vientiane Capital Youth Union

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.