ສສຊ ສະເໜີໃຫ້ທົບທວນ ແລະ ປະເມີນຄືນ ບັນຫາເນື້ອທີ່ປ່າໄມ້ປົກຫຸ້ມ ແລະ ການອອກໃບຕາດິນຊ້ຳຊ້ອນ

ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສະແດງຄວາມເປັນຫ່ວງເປັນໃຍ ຕໍ່ກັບບັນຫາການປົກປັກຮັກສາ ແລະ ການຟື້ນຟູເນື້ອທີ່ປ່າໄມ້ປົກຫຸ້ມຢູ່ໃນປະເທດ ເນື່ອງຈາກວ່າ ເນື້ອທີ່ຕົວຈິງໄດ້ຖືກບຸກລຸກ ແລະ ທຳລາຍຢ່າງລວງຫລາຍ ແຕ່ຕົວເລກທີ່ລາຍງານອອກມາພັດມີຈຳນວນຫລາຍ. 

ສະນັ້ນ, ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງກວດກາເບິ່ງຄືນ ກ່ຽວກັບທາງດ້ານນະໂຍບາຍ ແລະ ມາດຕະ ການຕ່າງໆ ເພື່ອເປັນການປົກປັກຮັກສາ ແລະ ນຳໃຊ້ຊັບພະຍາກອນທຳມະຊາດ ຢ່າງມີປະສິດທີຜົນ ຕາມທິດສີຂຽວ ແລະ ຍືນຍົງ. ພ້ອມດຽວກັນນັ້ນ, ກໍຮຽກຮ້ອງໃຫ້ກະຊວງຊັບພະກອນທຳມະຊາດ ແລະ ສິ່ງແວດລ້ອມ ກວດກາຄືນ ກ່ຽວກັບສາເຫດຂອງການອອກໃບຕາດິນຊ້ຳຊ້ອນ ແລະ ອອກມາດຕະການຂັ້ນເດັດຂາດ ຕໍ່ກັບຜູ້ທີ່ລະເມີດຕໍ່ກັບລະບຽບກົດໝາຍ. ທັງນີ້, ແນໃສ່ຮັບໃຊ້ປະຊາຊົນ ແລະ ແນວທາງນະໂບຍາຍຂອງພັກ-ລັດ ດ້ວຍຄວາມບໍລິສຸດຜຸດຜ່ອງ.

ທ່ານ ສາຍທອງ ແກ້ວດວງດີ ສສຊ ເຂດ 1 ນະຄອນຫລວງວຽງຈັນ, ພ້ອມດ້ວຍບັນດາ ສສຊ ທ່ານອື່ນໆ ສະເໜີ ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 10 ມິຖຸນາ 2019 ນີ້ວ່າ: ເມື່ອເຮົາຂີ່ລົດນຳທາງ ເວລາແນມເບິ່ງແມ່ນເຫັນປ່າໄມ້ທີ່ຂຽວງາມ ແລະ ແໜ້ນໜາ ແຕ່ວ່າບາດເຂົ້າໄປເລິກໆ ຫລື ຂີ່ຍົນແນມເບິ່ງ ປະກົດວ່າຈຳນວນພື້ນທີ່ປ່າໄມ້ແມ່ນຖືກທຳຫລາຍຈົນໜ້າເປັນຫ່ວງ ບາງບ່ອນກໍເປັນພູຫົວໂລ້ນ, ໃນນັ້ນການຖາງປ່າເຮັດໄຮ່ ແລະ ນະໂຍ ບາຍເອົາຄົນກັບປ່າຢູ່ຮ່ວມກັນໂດຍສັນຕິນັ້ນ ກໍເປັນບັນຫາໜຶ່ງທີ່ເຮັດໃຫ້ພື້ນທີ່ປ່າຫລຸດລົງ.

ສະນັ້ນ, ຈຶ່ງສະເໜີໃຫ້ທົບທວນ ແລະ ປະເມີນຄືນ ກ່ຽວກັບການຈັດຕັ້ງປະຕິບັດນະໂຍບາຍມອບດິນ, ມອບປ່າໃຫ້ປະຊາຊົນ, ລວມໄປເຖິງການຮີບຮ້ອນຕ້ານ ແລະ ສະກັດກັ້ນ ການບຸກລຸກເນື້ອທີ່ປ່າໄມ້ ໂດຍສະເພາະ ປ່າສະ ຫງວນ ແລະ ປ່າປ້ອງກັນໃຫ້ເຂັ້ມງວດ, ພ້ອມບັນຫາອື່ນໆນຳ.

ໃນຂະນະດຽວກັນ, ກໍສະເໜີໃຫ້ມີກວດກາຄືນ ກ່ຽວກັບສາເຫດຂອງການອອກໃບຕາດິນຊ້ຳຊ້ອນ ເນື່ອງຈາກວ່າຢູ່ໃນບົດລາຍງານ (ມີທັງໝົດ 8 ສາເຫດ) ປະກົດວ່າມີແຕ່ປະຊາຊົນເປັນຝ່າຍຜິດ ແຕ່ບໍ່ເຫັນລະບຸ ຫລື ລາຍ ງານວ່າ ພະນັກງານມີສ່ວນຜິດໃດໆ, ພ້ອມດຽວກັນບັນດາມາດຕະການຕ່າງໆ ຕໍ່ການກະທໍາຜິດ ຖືວ່າຢູ່ໃນສະຖານເບົາ ແລະ ບໍ່ເປັນຕາຢ້ານ, ເຮົາຕ້ອງໃສ່ວິໃນຂັ້ນເດັດຂາດ ແລະ ເອົາອອກຈາກກົງຈັກ ຖ້າຫາກພົບເຫັນ ເພື່ອເຮັດແນວໃດໃຫ້ພະນັກງານຮັບໃຊ້ປະຊາຊົນ ແລະ ແນວທາງນະໂຍບາຍຂອງພັກ-ລັດ ດ້ວຍຄວາມບໍລິສຸດ.

ນອກຈາກນັ້ນ, ຢາກໃຫ້ແກ້ການອອກໃບຕາດິນຖາວອນ (ຂອບຄຳ) ໃຫ້ປະຊາຊົນ ຊຶ່ງຜ່ານມາແມ່ນໃຊ້ເວລາດົນຫລາຍ ແລະ ຄ່າທຳນຽມແພງເກີນໄປ, ແຕ່ຖ້າເປັນບໍລິສັດພັດທະນາທີ່ດິນພັດແກ້ໄຂໄວກວ່າ.

ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...