Saturday, February 8, 2025

ຜົນສຳເລັດການເຄື່ອນໄຫວວຽກງານ ຄະນະປະຈຳສະພາແຫ່ງຊາດ ຕົ້ນປີ 2019

ທ່ານ ນາງ ສີໃສ ລືເດດມູນສອນ ຮອງປະທານສະພາແຫ່ງຊາດ

ການດຳເນີນກອງປະຊຸມ ສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 12 ມິຖຸນາ 2019, ໄດ້ເຂົ້າສູ່ ວາລະຄົ້ນຄວ້າພິຈາລະນາ ຜົນສຳເລັດ ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ຂອງຄະນະ ປະຈຳສະພາແຫ່ງຊາດ ໃນໄລຍະ 6 ເດືອນຕົ້ນປີ 2019 ເຊິ່ງໄດ້ຊີ້ໃຫ້ເຫັນການເອົາໃຈໃສ່ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ຮຽບຮຽງບັນດາກົດໝາຍ ທີ່ໄດ້ຮັບຮອງແລ້ວນຳສະເໜີ ຕໍ່ປະທານປະເທດອອກດຳລັດປະ ກາດໃຊ້ ທັນຕາມກຳນົດເວລາ, ກະກຽມແຜນສ້າງ ແລະ ປັບປຸງກົດໝາຍ ເພື່ອນຳມາພິຈາລະນາຮັບຮອງເອົາໃນ ກອງປະຊຸມຄັ້ງນີ້ ມີຈຳນວນ 10 ສະບັບ, ເປັນກົດໝາຍສ້າງໃໝ່ 5 ສະບັບ, ປັບປຸງ 5 ສະບັບ.

ພາບປະກອບ

ທ່ານ ນາງ ສີໃສ ລືເດດມູນສອນ ຮອງປະທານສະພາແຫ່ງຊາດ ໄດ້ຍົກໃຫ້ເຫັນວ່າ: ຄະນະປະຈຳສະພາແຫ່ງຊາດ ຍັງໄດ້ຊີ້ນຳໃຫ້ບັນດາກຳມາທິການ ສົມທົບກັບພາກສ່ວນກ່ຽວຂ້ອງ ໃນການຄົ້ນຄ້ວາ ບັນດາຮ່າງກົດໝາຍ ແລະ ນິຕິກຳລຸ່ມກົດໝາຍຈຳນວນໜຶ່ງ ເຊັ່ນ: ຮ່າງກົດໝາຍ ວ່າດ້ວຍ ການຄຸ້ມຄອງອາວຸດ ແລະ ທາດລະເບີດ, ຮ່າງກົດໝາຍວ່າດ້ວຍ ຊາວໜຸ່ມລາວ, ຮ່າງກົດໝາຍວ່າດ້ວຍ ຄວາມສະເໝີພາບ ຍິງ-ຊາຍ ແລະ ຄົ້ນຄວ້າປັບປຸງ ນິຕິກຳລຸ່ມກົດໝາຍ ເປັນຮ່າງລັດຖະບັນຍັດ ເຊິ່ງກວມຂົງເຂດຄ່າທຳນຽມ ແລະ ການບໍລິການ, ພາສີທີ່ດິນ, ການປະ ຕິບັດ ອາກອນມູນຄ່າເພີ່ມ ໃນຂະແໜງບໍ່ແຮ່ ແລະ ພະລັງງານໄຟຟ້າ.

ນອກນັ້ນ, ຍັງໄດ້ຈັດຕັ້ງ ການເຜີຍແຜ່ ກົດໝາຍ ທີ່ຕິດພັນ ກັບສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ຈຳນວນໜຶ່ງ.

ພາບປະກອບ

ຄະນະປະຈຳ ສະພາແຫ່ງຊາດ ໄດ້ດຳເນີນກອງປະຊຸມ ຂອງຕົນ 8 ຄັ້ງ ເພື່ອພິຈາລະນາຕົກລົງບັນຫາສຳຄັນຂອງຊາດ ກໍຄື ຂອງລັດຖະບານ ເປັນຕົ້ນ ການຫັນປ່ຽນເນື້ອທີ່ດິນປ່າໄມ້ ໃນເຂດປ່າປ້ອງກັນແຫ່ງຊາດ ນ້ຳກົງ-ເຊຊູ ເພື່ອນຳໃຊ້ ເຂົ້າໃນການພັດທະນາ ເຂື່ອນໄຟຟ້ານ້ຳກົງ 3 ແຂວງອັດຕະປື; ການພັດທະນາໂຄງການສາຍສົ່ງໄຟຟ້າ 500 ກິໂລໂວນ ມະຫາໄຊ-ເຊໂນ ປ່ຽນແທນສາຍສົ່ງໄຟຟ້າ ຊຳເໜືອ-ຊຽງຂວາງ; ການເກັບອາກອນກຳໄລ ໃນອັດຕາ 1% ຂອງຜູ້ຮັບເໝົາກໍ່ສ້າງ ໂຄງການສາຍສົ່ງສະຖານີ ແລະ ເຂື່ອນໄຟຟ້າ.

ພ້ອມນັ້ນ, ຍັງໄດ້ຮັບຮອງການປັບປຸງ ບຸກຄະລາກອນຂອງສານປະຊາຊົນສູງສຸດ ແລະ ການປັບປຸງວຽກງານຂອງ ອົງການໄອຍະການປະຊາຊົນສູງສຸດ; ວຽກງານຂອງອົງການກວດສອບແຫ່ງລັດ ກໍຄື ວິໄສທັດ ຮອດປີ 2030, ຍຸດທະສາດການພັດທະນາ ຮອດປີ 2025 ແລະ ແຜນພັດທະນາຮອດປີ 2021; ລວມທັງວຽກງານຂອງສະພາ ແຫ່ງຊາດ ກໍຄື ວຽກງານຕິດຕາມກວດກາ ການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກຳລຸ່ມກົດໝາຍ ທີ່ພົວພັນກັບການເກັບລາຍຮັບ, ກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ, ການລົງທຶນຂອງລັດ, ທັງຕິດຕາມຊຸກຍູ້ບັນດາກະຊວງ, ອົງການໃນການສ້າງ ແລະ ຜັນຂະຫຍາຍນິຕິກຳລຸ່ມກົດໝາຍ.

ມາຮອດປັດຈຸບັນ ສາມາດສ້າງສຳເລັດ 181 ມາດຕາ ຂອງແຜນການ 278 ມາດຕາ. 6 ເດືອນຜ່ານມາ ມີຄຳຮ້ອງຂໍຄວາມເປັນທຳທັງໝົດ 589 ເລື່ອງ ແລະ ໄດ້ຮັບການແກ້ໄຂຕາມກຳນົດ 140 ເລື່ອງ.

ພາບປະກອບ

ທ່ານ ນາງ ສີໃສ ລືເດດມູນສອນ ກ່າວຕື່ມວ່າ: ບັນດາສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາ ປະຊາ ຊົນແຂວງ ໄດ້ຮັບການຍົກລະດັບຢ່າງຕໍ່ເນື່ອງ ເພື່ອສ້າງຄວາມເຂັ້ມແຂງ ທີ່ພົວພັນກັບການສ້າງປັບປຸງກົດໝາຍ ແລະ ນິຕິກຳລຸ່ມກົດໝາຍ, ຍຸດທະສາດການພັດທະນາ ແບບເຊື່ອມໂຍງເສດຖະກິດ, ນະໂຍບາຍທີ່ດິນ, ການສົ່ງ ເສີມທຸລະກິດຂະໜາດໜ້ອຍ ແລະ ກາງ, ລວມທັກສະການຕິດຕາມກວດກາ, ການສັກຖາມ ແລະ ການລົງພົບ ປະກັບຜູ້ມີສິດເລືອກຕັ້ງ.

ເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວວຽກງານ ປີ 2019, ຄະນະປະຈຳສະພາແຫ່ງຊາດ ໄດ້ຊີ້ນຳຢ່າງໃກ້ຊິດ ຕໍ່ຄະນະ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ໃຫ້ເອົາໃຈໃສ່ປະຕິບັດພາລະບົດບາດຂອງຕົນ, 6 ເດືອນຜ່ານມາ 10 ແຂວງໄດ້ອອກນິຕິກຳລຸ່ມກົດໝາຍ ເພື່ອຄຸ້ມຄອງລັດ-ຄຸ້ມຄອງ ເສດຖະກິດສັງຄົມ ຂອງທ້ອງຖິ່ນ ຈຳນວນ 15 ສະບັບ.

ປັບປຸງບຸກຄະລາກອນຈຳນວນໜຶ່ງ ຕາມຄວາມຮຽກຮ້ອງ ຕ້ອງການຂອງໜ້າທີ່ການເມືອງ, ທັງກະກຽມ ເງື່ອນ ໄຂ ໃຫ້ແກ່ການປະຕິບັດພາລະບົດບາດຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ໃຫ້ມີຜົນສຳເລັດສູງ.

ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: