
ສັບພະຄຸນຂອງກາເຟທີ່ທຸກຄົນຮູ້ຢູ່ ກໍມີທັງຜົນດີ ແລະ ຜົນເສຍ ຂື້ນຢູ່ກັບພຶດຕິກໍາການດື່ມ ແລະ ຜະລິດຕະພັນກາເຟທີ່ເລືອກດື່ມ ໂດຍທົ່ວໄປ ກາເຟສົດຈະໃຫ້ສານອາຫານໄດ້ຫຼາຍກວ່າກາເຟຊ່ອງ ແລະ ດ້ວຍກະແສຂອງຄົນຮັກສຸຂະພາບ ຄໍາວ່າ ອໍແກນິກ ກາຍເປັນຊື່ເອີ້ນຂອງອາຫານທີ່ມີປະໂຫຍດຕໍ່ຮ່າງກາຍ ດັ່ງນັ້ນການປູກກາເຟໃນປະຈຸບັນຈື່ງປ່ຽນມາປູກແບບບໍ່ໃຊ້ສານເຄມີ ແລະ ຄາເຟ່ທີ່ເລືອກໃຊ່ກາເຟອໍແກນິກຢູ່ບ້ານເຮົາກໍມີບໍ່ຫຼາຍ ມື້ນີ້ພວກເຮົາເລີຍ ເອົາຮ້ານໜື່ງທີ່ຕັ້ງຢູ່ໃຈກາງນະຄອນຫຼວງວຽງຈັນ ມາແນະນໍາໃຫ້ທຸກຄົນຮູ້ຈັກ

ການເລືອກເມັດກາເຟ ທາງຮ້ານໄດ້ເລືອກໃຊ້ກາເຟປອດສານພິດ ຈາກຊາວສວນ ເມືອງປາກຊ່ອງ ແຂວງ ຈໍາປາສັກ ທີ່ປູກແບບບໍ່ໃຊ້ສານເຄມີ ເພາະເຮັດປຸຍໝັກ ແລະ ນ້ຳໝັກຊີວະພາບ ເໝາະສໍາລັບຄົນຮັກສຸຂະພາບໃນຍຸກສະໄໝນີ້. ໄດ້ທັງສຸຂະພາບ ແລະ ຍັງໄດ້ຊ່ວຍສົ່ງເສີມໃຫ້ຊາວສວນມີລາຍຮັບຈາກການເກັບກ່ຽວຜົນລະປູກ


ທາງເຈົ້າຂອງຮ້ານຍັງໄດ້ບອກກັບເຮົາວ່າ: ສຳລັບຮ້ານຂອງພວກເຮົາ ແມ່ນເລືອກໃຊ້ວັດຖຸດິບຈາກບ້ານເຮົາໃຫ້ໄດ້ຫຼາຍທີ່ສຸດ ທັງເລື່ອງຂອງເມັດກາເຟ, ພຶດຜັກຕ່າງໆ ເພື່ອຕອບໂຈດຄົນຍຸກໃໝ່ທີ່ໃສາໃຈເລື່ອງສຸຂະພາບ ແລະ ຍັງເພື່ອເປັນການຊ່ວຍອຸດໜູນຊາວສວນບ້ານເຮົາ ໃຫ້ມີລາຍໄດ້ ມີວຽກເຮັດງານທໍາ ແລະ ນອກຈາກນີ້ ພວກເຮົາຍັງເລືອກໃຊ້ພາສະນະທີ່ສາມາດນໍາກັບມາໃຊ້ໄດ້ຄືນ ທັງເຄື່ອງຕົບແຕ່ງຮ້ານ ທີ່ສໍາຄັນແມ່ນພວກເຮົາໃຊ້ຫຼອດດູດໂລຫະ ເພື່ອເປັນໜື່ງຈຸດນ້ອຍໆ ໃນການຫຼຸດຜ່ອນຂີ້ເຫຍື້ອທີ່ເປັນ ພລາດສະຕິກ. ສຸດທ້າຍກໍຢາກຝາກເຖິງທຸກຄົນທີ່ອ່ານ ອິນໄຊລາວຢູ່ ວ່າໃຫ້ລອງມາໃຊ້ບໍລິການຮ້ານພວກເຮົາເບິ່ງ ຮ້ານເຮົາຕັ້ງຢູ່ ບ້ານ ໂພນໄຊ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ( ໃນປໍ້ານໍ້າມັນ PVoil ແລະ ຮ້ານ ວຽງຈັນອັດສິດ) ແຂກທ່ານໃດທີ່ມາໃຊ້ບໍລິການຮ້ານອັດສິດ ກໍສາມາດມານັ້ງກີນກາເຟຢູ່ຮ້ານພວກເຮົາໄດ້




Hits: 26