
ວັດອົງໄຫ ນີ້ຕັ້ງຢູ່ເນີນພູ ໃນພົງໄພທີມີປ່າໄມ້ຂຽວງາມ ແລະຕັ້ງຢູ່ ຝາກກົງກັນຂ້າມແມ່ນ້ຳອູ ເຊິ່ງມີທາງທີ່ເປັນຂັນໄດຂຶ້ນໄປເທິງວັດແຫ່ງນີ້ 465 ຂັ້ນ, ວັດແຫ່ງນີ້ມີທາດອົງໄຫ ທີງົດງາມຮູບຮ່າງລັກສະນະແມ່ນຄ້າຍຄືຫມາກນ້ຳເຕົ້າ ເຊິ່ງໄດ້ຮັບອິດທິພົນການສ້າງ ແລະ ຄວາມເຊື່ອແບບຄົນໄຕ້ລື້

ເມື່ອຂຶ້ນໄປເຖິງວັດແລ້ວ ທຸກຄົນແມ່ນສາມາດຊົມວິວ ທິວທັດ ຂອງທຳມະຊາດພູຜາປ່າໄມ້ ເຂດເມືອງອູເຫນືອໄດ້ຢ່າງແຈ້່ມແຈ້ງ ເຊິ່ງວັດແຫ່ງນີ້ແມ່ນຫ່າງຈາກເທດສະບານແຂວງຜົ້ງສາລີ ໄປທາງເຫນືອປະມານ 160 ກິໂລແມັດ


ເມື່ອເຫັນວັດແຫ່ງນີ້ ທາດແຫ່ງນີ້ແລ້ວ ມີທັງດີໃຈ ແລະ ເສົ້າໃຈ. ດີໃຈ ທີມີວັດແຫ່ງນີ້ ມີທາດທີງົດງາມແບບນີ້ ມີສິລະປະ ວັດທະນະທັມ ມີບໍ່ນ້ຳທຳມະຊາດ ມີສາລາໄມ້ທີເກົ່າແກ່ ມີເອກະລັກທີບໍ່ມີໃຜຄື ແລະ ບໍ່ຄືໃຜ. ເສົ້າໃຈ ທີ່ວັດແຫ່ງນີ້ ແມ່ນຂາດການທຳນຸບຳຣຸງ ໃນການບົວລະບັດຮັກສາ ຂາດການເອົາໃຈໃສ ຂາດການດູແລ
ຮູບພາບໂດຍ: Sack meuangsing
ຂໍ້ມູນໂດຍ: ລາວ Temple
Hits: 6