
ຫຼາຍໆຄົນອາດຍັງບໍ່ເຄີຍເຫັນ ແລະ ບໍ່ເຄີຍໄດ້ຍິນຊື່ຂອງຕົ້ນໄມ້ຊະນິດນີ້ ແຕ່ໃນວົງການແຜ່ນແພ ການຕໍ່າຫູກ ການຍ້ອມຜ້າ ກໍຈະຮູ້ຈັກກັນດີ ເພາະນັກຕໍ່າຫູກລາວ ມັກເອົາມາເຮັດເປັນສີຍ້ອມເພື່ອໃຫ້ໄດ້ສີສົ້ມ ໝາກຊະຕີ ມີຊື່ຕາມພາສາອັງກິດວ່າ: Annatto tree. ເປັນຕົ້ນໄມ້ປະດັບ ແລະ ເປັນໄມ້ຢາພື້ນເມືອງອີກດ້ວຍ.

ຕົ້ນໝາກຊະຕີເປັນໄມ້ຢືນຕົ້ນຂະໜາດນ້ອຍ ໃບຄ້າຍຄືກັບໃບໂພ ສຳລັບໝາກແມ່ນເປັນຮູບສາມຫຼ່ຽມ ປາຍໝາກແຫຼມ ໝາກເປັນສີແດງ ມີຂົນຄືໝາກເງາະ ເມື່ອໝາກແກ່ ໝາກຈະແຕກອອກເປັນສອງຊີກ ພາຍໃນມີແກ່ນຂະໜາດນ້ອຍຈໍານວນຫຼາຍ ໂດຍມີເຍື້ອຫຸ້ມແກ່ນສີແດງ
ປະໂຫຍດຂອງສະຕີ:
- ເປືອກ ແລະ ແກ່ນ ໃຊ້ເປັນສີປະສົມອາຫານ
- ແກ່ນໃຊ້ຕົ້ມຍ້ອມຜ້າ ຈະໄດ້ສີເຫຼືອງອ່ອນ
- ແກ່ນ ນໍາມາບົດສໍາລັບໃຊ້ເປັນສີທາເລັບ ແລະ ທາສົບ
- ແກ່ນ ນໍາມາບົດປະສົມອາຫານໃຫ້ ເປັດ ໄກ່ ກີນ ເພື່ອເພີ່ມຄວາມເຂັ້ມສີມອນໄຂ່ ຫຼື ໄຂ່ແດງ
ສັບພະຄຸນຂອງສະຕີ:
- ແກ່ນ ຊ່ວຍຫຼຸດອາການເຈັບຄໍ, ຫຼຸດໄຂ້ ບໍາລຸງເລືອດ ຊ່ວຍຂັບປັດສາວະ ໃຊ້ເປັນຢາລະບາຍອ່ອນໆ
- ນໍ້າມັນຈາກແກ່ນ ເປັນຢານວດ ແກ້ອາການປວດຕາມຂໍ້
- ຮາກ ແກ້ໄຂ້ມາລາເຣຍ
- ໃບ ແກ້ໄຂ້ ແກ້ພິດແມງໄມ້ກັດ
- ດອກ ແກ້ເລືອດຈາງ ແກ້ອາການຄັນຕາມຜິວໜັງ
ຂໍຂອບໃຈຂໍ້ມູນຈາກ: ວິກິພີເດຍ (EN)
Hits: 12