ຊົມເຊີຍ! ຂະ​ແໜງ​ການທ່ອງ​ທ່ຽວຈະ​ສ້າງ ​ແລະ ປັບປຸງ​ແຫ​ຼ່ງທ່ອງ​ທ່ຽວ​ ໃຫ້​ໄດ້​ແຂວງ​ລະ 5 ​ແຫ່ງ

ທ່ານ ບໍ່ແສງຄຳ ວົງດາລາ

ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ກຳນົດຈຸດສຸມພັດທະນາ ແຫລ່ງທ່ອງທ່ຽວ ໃຫ້ໄດ້ແຂວງລະ 5 ແຫ່ງ ຢູ່ໃນກອງປະຊຸມວຽກງານ ຖວທ ທົ່ວປະເທດ ເມື່ອຕົ້ນປີ 2019, ເຊິ່ງບັນດາຮອງເຈົ້າແຂວງ ຜູ້ຊີ້ນຳວຽກງານ ຖວທ ໄດ້ຕົກລົງເປັນເອກະພາບກັນວ່າ ຈະປະຕິບັດໄດ້ ແລະ ຢູ່ໃນວາລະດຳເນີນກອງປະ ຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ນີ້, ບັນດາສະມາຊິກສະພາແຫ່ງຊາດ ແມ່ນມີຄວາມເປັນຫວງເປັນໄຍວ່າທຸກແຂວງໃນຂອບເຂດທົ່ວປະເທດ ຈະປະຕິບັດໄດ້ຕາມແຜນຫລືບໍ່.

ຕໍ່ກັບບັນຫາດັ່ງກ່າວ, ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວ ກໍໄດ້ໃຫ້ຄຳກະຈ່າງແຈ້ງຕໍ່ກອງປະຊຸມ ເນື່ອງຈາກວ່າ ການກຳນົດຈຸດສຸມພັດທະນາແຫລ່ງທ່ອງທ່ຽວ ໃຫ້ໄດ້ແຂວງລະ 5 ແຫ່ງນັ້ນ ບໍ່ໄດ້ໝາຍຄວາມວ່າຈະສ້າງໃໝ່ໝົດ ແຕ່ຈະໄດ້ປັບປຸງບາງແຫ່ງທີ່ມີຢູ່ແລ້ວ ໃຫ້ເປັນແຫລ່ງທ່ອງທ່ຽວ ທີ່ດີສາມາດດຶງດູດນັກທ່ອງທ່ຽວໄດ້ຫລາຍຂຶ້ນ ເປັນຕົ້ນ.

ອາດຈະມີການຂະຫຍາຍເສັ້ນທາງ ໄປສູ່ສະຖານທີ່ທ່ອງທ່ຽວ, ປັບປຸງອາຄານສະຖານທີ່ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ເພື່ອສ້າງຄວາມປະ ທັບໃຈໃຫ້ແກ່ນັກທ່ອງທ່ຽວ ໄດ້ມາແລ້ວຄິດຢາກກັບມາທ່ຽວອີກ.

Patuxai arch monument in Vientiane, the Capital of Laos.

ສ່ວນການສ້າງໃໝ່ນັ້ນ, ຈະອີງຕາມຄວາມສາມາດຕົວຈິງໃນແຕ່ລະແຂວງ ເທົ່າທີ່ສາມາດເຮັດໄດ້, ເຊິ່ງແນ່ນອນແລ້ວວ່າບາງແຂວງ ກໍຕ້ອງໄດ້ສູ້ຊົນຕື່ມ ເພື່ອໃຫ້ບັນລຸຕາມແຜນການ ແຕ່ບາງແຂວງກໍອາດຈະກາຍ ຕົວເລກທີ່ກຳນົດໄວ້ແລ້ວ.

ໃນໂອກາດນີ້, ທ່ານ ບໍ່ແສງຄຳ ວົງດາລາ ກໍໄດ້ຮຽກຮ້ອງໃຫ້ສະມາຊິກສະພາແຫ່ງຊາດ ກໍຄື ສະມາຊິກສະພາ ປະ ຊາຊົນຂັ້ນແຂວງ ຈົ່ງຊ່ວຍພະແນກ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ກໍຄື ອຳນາດການປົກ ຄອງທ້ອງຖິ່ນ ເພື່ອຊຸກຍູ້ໃນການຈັດຕັ້ງປະຕິບັດແຜນການດັ່ງກ່າວ, ໃຫ້ບັນລຸຕາມຕົວເລກ ຄາດໝາຍທີ່ກຳນົດໄວ້.

ແຫຼ່ງຂໍ້ມູນ: ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...